ສາຂາ ການໂຮງແຮມ-ທ່ອງທ່ຽວ ສະ​ຖາ​ບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)



ການໂຮງແຮມ-ທ່ອງທ່ຽວ

ຫຼັກສູດ: ຊັ້ນ​ສູງ 3 ປີ
ສະ​ຖາ​ບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)

ນິຍາມ ແລະ ຄວາມສຳຄັນ

ການໂຮງແຮມ-ທ່ອງທ່ຽວ ໝາຍເຖິງ ການໃຫ້ບໍລິການທາງດ້ານການທ່ອງທ່ຽວ ແລະ ທີ່ພັກອາໄສ ແລະ ຄວາມສຳພັນລະຫວ່າງການບໍລິການສອງດ້ານນີ້. ສາຂານີ້ ມີຄວາມສຳຄັນໃນການສະໜັບສະໜູນໃຫ້ແກ່ຂະແໜງການທ່ອງທ່ຽວ ເຊິ່ງກຳລັງຂະຫຍາຍຕົວໃນ ສປປ ລາວ ເຊິ່ງຕ້ອງມີການຈັດການ ແລະ ການບໍລິການທີ່ໄດ້ຄຸນະພາບສາມາດຕອບສະໜອງຄວາມຕ້ອງການທາງດ້ານການທ່ອງທ່ຽວ, ປະກອບສ່ວນໃນການພັດທະນາເສດຖະກິດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ຮຽນກ່ຽວກັບການບໍລິຫານທາງດ້ານທີ່ພັກ ແລະ ການທ່ອງທ່ຽວປະເພດຕ່າງໆ ແລະ ການບໍລິການລູກຄ້າທີ່ຖືກຕ້ອງ ແລະ ມີປະສິດທິພາບ, ອີກທັງຍັງໄດ້ຮຽນຮູ້ຄວາມສຳພັນລະຫວ່າງທຸລະກິດໂຮງແຮມ, ທຸລະກິດທ່ອງທ່ຽວ ແລະ ການປະສານງານພາຍໃນອົງກອນ ແລະ ທຸລະກິດທີ່ກ່ຽວຂ້ອງ ເຊັ່ນ: ບໍລິສັດທ່ອງທ່ຽວ, ໂຮງແຮມ-ຮ້ານອາຫານ ແລະ ຍັງໄດ້ຮຽນຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຕ່າງໆ ບໍ່ວ່າຈະເປັນ ທາງດ້ານທຳມະຊາດ, ປະຫວັດສາດ ຫຼື ວັດທະນະທຳ.


ວິທີການສິດສອນ

ຮຽນທິດສະດີໃນຫ້ອງຮຽນ ແລະ ເນັ້ນການປະຕິບັດຕົວຈິງໃນການໃຫ້ບໍລິການດ້ານການໂຮງແຮມ ແລະ ການທ່ອງທ່ຽວ
ເຊັ່ນ: ຮຽນວິທີການປຸງແຕ່ງອາຫານ, ການແກະສະຫຼັກໝາກໄມ້, ການຈັດໂຕະອາຫານ, ການປຸງແຕ່ງເຄື່ອງດື່ມລາວ ແລະ ຕ່າງປະເທດ ແລະ ຮຽນຮູ້ທັກສະການເປັນຜູ້ນຳທ່ຽວ. ນອກນັ້ນ, ຍັງມີການເຮັດບົດລາຍງານ ໂດຍນຳໃຊ້ຂໍ້ມູນຈາກເອກະສານຄົ້ນຄວ້າ ແລະ ຈາກການລົງພາກ ປະຕິບັດຕົວຈິງ ເຊັ່ນ: ການຝຶກງານກັບບັນດາໂຮງແຮມ ແລະ ບໍລິສັດນຳທ່ຽວຕ່າງໆ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານພາສາອັງກິດ, ມີທັກສະການປຸງແຕ່ງອາຫານ ແລະ ເຄື່ອງດື່ມ; ເປັນຄົນມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ມີຄວາມສົນໃຈໃນວຽກງານການ ບໍລິການ ແລະ ການທ່ອງທ່ຽວ.

ຈົບແລ້ວສາມາດ

ມີຄວາມຮູ້ດ້ານການຕະຫຼາດ, ການໂຮງແຮມ ແລະ ການທ່ອງທ່ຽວ ເຊັ່ນ: ການສ້າງຊື່ສຽງ ແລະ ການດຶງດູດລູກຄ້າເຂົ້າມາໃຊ້ ບໍລິການ; ໄດ້ທັກສະດ້ານການບໍລິຫານຈັດການທຸລະກິດນຳທ່ຽວ ແລະ ໂຮງແຮມ; ທັກສະພາສາຕ່າງປະເທດທີ່ໃຊ້ເຂົ້າໃນການບໍລິການການທ່ອງທ່ຽວ; ສາມາດນໍາໃຊ້ເຕັກໂນໂລຊີການສື່ສານໃນຂົງເຂດທຸລະກິດໂຮງແຮມ ແລະ ການພົວພັນວຽກ ນໍາຄົນທີ່ມາຈາກຫຼາກຫຼາຍວັດທະນະທຳ.

ອາຊີບ

ສາມາດປະກອບອາຊີບເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ພະນັກງານນຳທ່ຽວ; ເປັນເລຂານຸການ ແລະ ຜູ້ຈັດການພະແນກຕ່າງໆໃນໂຮງແຮມ; ເປັນພະນັກງານປຸງແຕ່ງອາຫານ. ນອກຈາກນັ້ນ, ຍັງສາມາດໄປປະກອບທຸລະກິດໂຮງແຮມ ແລະ ນຳທ່ຽວຂອງຕົນເອງໄດ້ອີກ.

ທີ່ຕັ້ງ ແລະ ຕິດຕໍ່

ສະຖາບັນທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດລາວ (LANITH)
ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 2098. ໂທ: 021 263172


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ