ສາຂາ ການບັນຊີ ວິທະຍາໄລ ເຕັກນິກປາກປ່າສັກ



ການບັນຊີ

ຫຼັກສູດ: ຊັ້ນກາງ 2 ປີ | ຊັ້ນສູງ 3 ປີ
ວິທະຍາໄລ ເຕັກນິກປາກປ່າສັກ

ນິຍາມ ແລະ ຄວາມສຳຄັນ

ການບັນຊີ ແມ່ນ ການຈົດກ່າຍ, ການລາຍງານສະຖານະທາງການເງິນ ແລະ ການບັກທຶກລາຍຮັບລາຍຈ່າຍຕ່າງໆ  ເລີ່ມຕັ້ງແຕ່ການບັນທຶກບັນຊີພາຍໃນຄອບຄົວ ຈົນເຖິງບັນດາອົງກອນ ແລະ ອົງການຈັດຕັ້ງຕ່າງໆ. ການ​ບັນຊີ ​ຖື​ເປັນວຽກງານ​ທີ່​ສໍາ​ຄັນ​ສໍາລັບທຸກໆ ຫົວໜ່ວຍທຸລະ​ກິດ ​ແລະ ​ທຸກໆຂະ​ແໜງການ ​ເນື່ອງ​ຈາກ​ການ​ບັນ​ຊີ​ປຽບສະເໝືອນ​ເສົາ​ຄໍ້າ​ຫຼັກຂອງ​ອົງ​ກອນ​ທີ່​ສາມາດ​ນໍາພາ​ອົງ​ກອນ​ໃຫ້​ປ​ະສົບ​ຜົນ​ສໍາ​ເລັດ ຫຼື ລົ້ົມ​ເຫຼວ​ໄດ້.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາ​ນີ້ ຮຽນ​ກ່ຽວ​ກັບ​ພາບ​ລວມຂອງບັນດາປະເພດບັນຊີຕ່າງໆ ເຊັ່ນ: ​ບັນຊີວິສາຫະກິດ, ບັນຊີງົບປະມານ, ບັນຊີທະນາຄານ, ບັນຊີວິໄຈ, ບັນຊີການເງິນ, ບັນຊີບໍລິຫານ, ສ່ວຍສາອາກອນ  ແລະ ການກວດສອບບັນຊີ. ນອກ​ນັ້ນ, ຍັງ​ຮຽນຮູ້​ກ່ຽວ​ກັບການນໍາໃຊ້ຄອມພິວເຕີ, ພາສາອັງກິດ ອີກທັງຍັງຈະໄດ້ສຶກສາຄຸນສົມບັດ ແລະ ຈັນຍາບັນທາງທຸລະກິດ-ການປົກຄອງໃນວິຊາຊີບການບັນຊີອີກດ້ວຍ.



ວິທີການສິດສອນ

ສາຂາ​ນີ້ ຮຽນ​ກ່ຽວ​ກັບ​ພາບ​ລວມຂອງບັນດາປະເພດບັນຊີຕ່າງໆ ເຊັ່ນ: ​ບັນຊີວິສາຫະກິດ, ບັນຊີງົບປະມານ, ບັນຊີທະນາຄານ, ບັນຊີວິໄຈ, ບັນຊີການເງິນ, ບັນຊີບໍລິຫານ, ສ່ວຍສາອາກອນ  ແລະ ການກວດສອບບັນຊີ. ນອກ​ນັ້ນ, ຍັງ​ຮຽນຮູ້​ກ່ຽວ​ກັບການນໍາໃຊ້ຄອມພິວເຕີ, ພາສາອັງກິດ ອີກທັງຍັງຈະໄດ້ສຶກສາຄຸນສົມບັດ ແລະ ຈັນຍາບັນທາງທຸລະກິດ-ການປົກຄອງໃນວິຊາຊີບການບັນຊີອີກດ້ວຍ.

ທັກສະ/ຄວາມສົນໃຈ

ມີ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ຄໍານວນ​ເຊັ່ນ: ຄະນິດສາດ, ຄອມ​ພິ​ວ​ເຕີ (ການ​ນໍາໃຊ້ Word, Excel) ​ແລະ ພາສາ​ຕ່າງປະ​ເທດ; ເປັນຄົນມີຄວາມລະອຽດຮຽບຮ້ອຍ, ມີ​ຄວາມ​ສາມາດ​ໃນ​ການວາງ​ແຜນ, ວິ​ເຄາະ​ສະຖານະ​ການ, ມີ​ຄວາມ​ຊື່​ສັດ​ສຸ​ຈະລິດ, ​ມະນຸດ​ສຳພັນ​ດີ ​ແລະ ຍຸດຕິ​ທຳ​ໃນ​ການ​ຈັດການ​ດ້ານ​ການ​ເງິນ.

ຈົບແລ້ວສາມາດ

ມີ​ຄວາມ​ຮູ້ດ້ານ​ ການຄິດ​ໄລ່​ບັນຊີ; ມີຄວາມ​ສາມາດ​ໃນການ​ວິ​ເຄາະ ​ແລະ ຄາດ​ຄະ​ເນມູນຄ່າ​ໃຊ້ຈ່າຍຕ່າງໆ, ​ການ​ນໍາໃຊ້ໄອ​ທີ-ຄອມ​ພິວ​ເຕີ​​​ເຂົ້າ​ວຽກງານ​ການ​ບັນຊີ ແລະ ຄວາມຮູ້ດ້ານພາສາຕ່າງປະເທດລະດັບ​ພື້ນຖານ ອີກດ້ວຍ​. ນອກ​ນັ້ນ, ຍັງສາມາດ​ພັດທະນາ ​ແລະ ສ້າງຕົນ​ເອງ​ໃຫ້​ເປັນ​ນັກບັນຊີທີ່​ດີ​ໃນ​ສັງຄົມ.

ອາຊີບ

ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບກໍຄື ວຽກ​ງານ​ໃນ​ທຸກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ການ​​ບັນຊີຕ່າງໆ​ເຊັ່ນ: ​ເປັນ​ພະນັກງານ​ບັນຊີໃນບັນດາອົງການຈັດຕັ້ງລັດ, ທຸລະ​ກິດ ​ແລະ ສະ​ຖາ​ບັນ​ການ​ເງິນ​ຕ່າງໆ (ພະນັກງານ​ຝ່າຍ​ການບັນຊີ, ພະນັກງານ​ບັນຊີ, ຜູ້​ຊ່ວຍ​ວາງ​ແຜນ​ທາງ​ດ້ານ​ການ​ເງິນ-ການບັນຊີ) ​ເປັນຕົ້ນ.

ທີ່ຕັ້ງ ແລະ ຕິດຕໍ່

ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 263172
ເວັບໄຊ໌  http://www.pakpasak.edu.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ