ສາຂາ ການປຸງແຕ່ງອາຫານ ແລະ ເຄື່ອງດື່ມ ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)
ການປຸງແຕ່ງອາຫານ ແລະ ເຄື່ອງດື່ມ
ຫຼັກສູດ: ຊັ້ນກາງ 2 ປີ
ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)
ນິຍາມ
ແລະ ຄວາມສຳຄັນ
ການປຸງແຕ່ງອາຫານ ແລະ ເຄື່ອງດື່ມໝາຍເຖິງຮູບແບບການປຸງແຕ່ງອາຫານ ແລະ
ເຄື່ອງດື່ມ ເພື່ອຕອບສະໜອງໃຫ້ແກ່ ຂະແໜງການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ. ສາຂານີ້ ມີຄວາມສໍາຄັນ
ຕໍ່ການພັດທະນາອຸດສາຫະກຳການທ່ອງທ່ຽວ ທາງດ້ານອາຫານ ແລະ ເຄື່ອງດື່ມ
ໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ
ໂດຍເນັ້ນໃສ່ການບໍລິການທີ່ສະອາດ ແລະ ຖືກຫຼັກອະນາໄມ ຕາມມາດຕະຖານສາກົນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບ ວິທີ ແລະ ສູດການປຸງແຕ່ງອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ, ການກວດກາຄຸນນະພາບອາຫານ ແລະ ເຄື່ອງດື່ມ; ຄວາມຮູ້ພື້ນຖານດ້ານການທ່ອງທ່ຽວ ແລະ ໂຮງແຮມ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ການສື່ສານ ແລະ
ການຕິດຕໍ່ພົວພັນກັບຜູ້ໃຊ້ບໍລິການ, ການບໍລິການລູກຄ້າ, ການບໍລິການດ້ານການຕະຫຼາດ, ການນຳໃຊ້ຄອມພິວເຕີພື້ນຖານ, ຝຶກພາສາອັງກິດສຳລັບການບໍລິການ ແລະ
ການຄິດໄລ່ໃນຂະແໜງການທ່ອງທ່ຽວ ແລະ ໂຮງແຮມ.
ວິທີການສິດສອນ
ການສິດສອນຂອງ ສາຂານີ້ ມີທັງການບັນລະຍາຍທາງທິດສະດີໃນຫ້ອງຮຽນ ແລະ
ລົງມືປະຕິບັດຕົວຈິງ ໂດຍມີການນໍາພາ ຈາກຄູອາຈານ ໃນການເຮັດບົດຝຶກຫັດ ແລະ
ການຝຶກປະຕິບັດຕົວຈິງໃນການປຸງແຕ່ງອາຫານ ແລະ ເຄື່ອງດື່ມ. ນອກນັ້ນ, ນັກສຶກສາຍັງຈະໄດ້ເຮັດການຄົ້ນຄວ້າເປັນກຸ່ມ, ຊອກຂໍ້ມູນຜ່ານອິນເຕີເນັດ ແລະ
ລົງຝຶກງານໃນສະຖານທີ່ໆ ໃຫ້ການບໍລິການດ້ານການທ່ອງທ່ຽວ ແລະ ໂຮງແຮມ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານການປຸງແຕ່ງອາຫານ ເປັນຫຼັກ. ເປັນຄົນມີຄວາມຄິດສ້າງສັນ, ມັກລອງປຸງແຕ່ງອາຫານ ແລະ ເຄື່ອງດື່ມສູດໃໝ່ໆ, ມັກຄວາມສະອາດ,
ມີຄວາມປານີດ, ຊ່າງສັງເກດ ແລະ ເກັບກຳລາຍລະອຽດໄດ້ດີ. ມີຄວາມມັກເປັນພິເສດ
ດ້ານສິລະປະການປຸງແຕ່ງອາຫານ ແລະ ເຄື່ອງດື່ມ ແລະ
ມີຄວາມສົນໃຈໃນດ້ານການໃຫ້ບໍລິການ.
ຈົບແລ້ວສາມາດ
ສາມາດປຸງແຕ່ງອາຫານ ແລະ ເຄື່ອງດື່ມສູດຕ່າງໆ, ມີພື້ນຖານໃນການປະຍຸກ ແລະ ຄິດຄົ້ນສູດອາຫານ
ແລະ ເຄື່ອງດື່ມໃໝ່ໆ. ມີທັກສະໃນການໃຫ້ບໍລິການ ເປັນຕົ້ນແມ່ນ
ດ້ານການທ່ອງທ່ຽວ ແລະ ໂຮງແຮມ, ທັກສະໃນການສື່ສານຢ່າງມີປະສິດທິພາບ, ມີຄວາມຮູ້ພື້ນຖານໃນການນຳໃຊ້ຄອມພິວເຕີ ແລະ
ພາສາອັງກິດສຳລັບການໃຫ້ບໍລິການທ່ອງທ່ຽວ ແລະ ໂຮງແຮມ.
ອາຊີບ
ເປັນພໍ່ຄົວ/ແມ່ຄົວຕາມຮ້ານອາຫານ,
ໂຮງແຮມ
ແລະ ພັດຕະຄານຕ່າງໆ; ສາມາດເປີດຮ້ານອາຫານ
ແລະ ຮ້ານບັນເທີງຕ່າງໆ ທີ່ໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ ເປັນຂອງຕົນເອງ; ສາມາດເປັນຜູ້ພັດທະນາສູດອາຫານ ແລະ ເຄື່ອງດື່ມ; ເປັນນັກຂຽນ ປຶ້ມສູດອາຫານ ແລະ ເຄື່ອງດື່ມ
ແລະ ເປັນອາຈານສອນປຸງແຕ່ງອາຫານ ແລະ ເຄື່ອງດື່ມ.
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດລາວ (LANITH)
ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 2098. ໂທ: 021 263172


