ສາຂາ ສັດຕະວະແພດ ວິທະຍາໄລເຕັກນິກ​ວິຊາ​ຊີບ​ມິດຕະພາບ​ ວຽງ​ຈັນຮ່າ​ໂນ້ຍ



ສັດຕະວະແພດ

ຫຼັກສູດ: ຊັ້ນກາງ 3 ປີ (9 + 3) | ຊັ້ນສູງ (12+3) 3 ປີ
ວິທະຍາໄລເຕັກນິກ​ວິຊາ​ຊີບ​ມິດຕະພາບ​ ວຽງ​ຈັນຮ່າ​ໂນ້ຍ

ນິຍາມ ແລະ ຄວາມສຳຄັນ
ສາຂາ​ສັດຕະວະ​ແພດ ແມ່ນວິທະຍາສາດຂະ​ແໜງໜຶ່ງ ທີ່​ສຶກສາກ່ຽວກັບ​ສັດ ​ແລະ ການແພດສໍາລັບສັດ ເຊັ່ນ: ການປ້ອງກັນ, ບົ່ງມະຕິ ແລະ ການປິ່ນປົວພະຍາດ ​ແລະ ການ​ບາດ​ເຈັບ​ຂອງສັດປະ​ເພດ​ຕ່າງໆ.  ສາຂານີ້ ມີຄວາມສໍາຄັນ ໃຫ້ແກ່ການສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສະເພາະດ້ານໃນການຮັກສາສັດ ​ໂດຍ​ສະ​ເພາະ​ແມ່ນ​ສັດລ້ຽງ ໃຫ້ມີສຸຂະພາບແຂງແຮງດີ.  ນອກຈາກນັ້ນ, ສາຂານີ້ ຍັງມີຄວາມສໍາຄັນ ໃນການ​ປ້ອງ​ກັນການ​ແຜ່ກະຈາຍຂອງພະຍາດ ຈາກສັດສູ່​ຄົນ ອີກ​ດ້ວຍ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາສັດຕະວະແພດ ຮຽນກ່ຽວກັບ ໂຄງສ້າງ ແລະ ສະລີລະສາດຂອງສັດ ລວມທັງພຶດຕິກໍາ ແລະ ນິໄສຂອງສັດ ແຕ່ລະຊະນິດ ເພື່ອແນ່ໃສ່ການປ້ອງກັນ ແລະ ຄວບຄຸມພະຍາດ ທີ່ເກີດຂື້ນກັບສັດ ເຊັ່ນ: ການບົ່ງມະຕິພະຍາດສັດພະຍາດຕິດແປດຈາກສັດ ສູ່ ຄົນ, ໂພຊະນາການຂອງສັດ, ການກວດກາອະນາໄມ, ຜະລິດຕະພັນສັດ ແລະ ອື່ນໆ.  ນອກນັ້ນ, ຍັງສຶກສາກ່ຽວກັບ ສາ​ເຫດ ​ແລະ ຕົ້ນຕໍຂອງ​ພະຍາດ​ສັດ ​ແລະ ວິທີການປີ່ນປົວທາງການແພດ ໃຫ້ແກ່ສັດ ເປັນຕົ້ນແມ່ນ ວິທີການຜ່າຕັດສັດ.



ວິທີການສິດສອນ
ການຈັດວິທີ​ການ​ຮຽນ-ການ​ສອນ​ ແມ່ນຈະລວມມີ​ທັງ​ພາກທິດ​ສະ​ດີ ​ແລະ ພາກ​ປະຕິບັດຕົວຈິງ ​ໄປ​ພ້ອມໆກັນເຊິ່ງພາກ​ທິດ​ສະ​ດີ​ທີ່ຢູ່​ໃນ​ຫ້ອງ​ຮຽນນັ້ນຈະ​ກວມ​ເອົາ 50% ​ແລະ ປະຕິບັດ​ຕົວ​ຈິງ 50% ​ເຊັ່ນ: ​ຝຶກວິທີ​ການ​ບົວລະບັດ ແລະ ການປະຕິບັດຕໍ່ສັດ; ​ບົ່ງມະຕິ​ພະຍາດ ​ແລະ ຜ່າຕັດ​ສັດ; ມີ​ການ​ຂຽນບົດ​ລາຍ​ງານ​ໃນ​ວິຊາ​ທີ່​ກ່ຽວຂ້ອງ; ມີການວິໄຈໃນຫ້ອງທົດລອງ; ບາງ​ວິຊາ​ຈະ​ໄດ້​ລົງສໍາຫຼວດ​ເພື່ອ​ເກັບ​ກຳ​ສະ​ຖິຕິ ແລະ ສຶກສາວິທີການລ້ຽງສັດຢູ່ຕາມໝູ່ບ້ານ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ທາງດ້ານວິທະຍາສາດ​ທໍາມະຊາດ ເປັນຕົ້ນແມ່ນ ຊີວະສາດ ແລະ ເຄມີສາດ; ເປັນຄົນ ທີ່ມີຄວາມອົດທົນ, ຮັກ ແລະ ​ມີຄວາມ​ຜູກ​ພັນ​​ທີ່ດີຕໍ່ສັດ; ມີທັກສະ ໃນການວິເຄາະ ແລະ ມີຄວາມຄິດທີ່ລະອຽດອ່ອນ, ແລະ ມີຄວາມມັກ ​ແລະ ສົນໃຈ ຕໍ່ບັນດາປະເພດສັດ ກໍ່ຄື ສາມາດເຮັດວຽກກັບສັດໄດ້.
ຈົບແລ້ວສາມາດ
ນັກສຶກສາທີ່ຮຽນຈົບໃນພາກວິຊານີ້ຈະ​ມີ​ທັກ​ສະ​ໃນ​ການ​ສິດສອນ​ ຫຼື ຝຶກ​ຊ້ອມ​ທັກ​ສະ​ຕ່າງໆ​ໃຫ້​ແກ່​ສັດ; ມີ​ທັກ​ສະ ​ໃນ​ການ​ສັງ​ເກດ ​ແລະ ວິນິດ​ໄສ​ພະຍາດ​ສັດ; ມີ​ຄວາມ​ຮູ້ໃນ​ການ​ປ້ອງ​ກັນ ​ແລະ ປິ່ນປົວ​ພະຍາດ​ທີ່​ຈະ​ເກີດ​ຂຶ້ນ​ກັບ ສັດ ລວມທັງ​ພະຍາດ​ທີ່​ສາມາດ​ຕິດ​ຕໍ່​ໃສ່​ຄົນ ​ແລະ ທັກສະ​ໃນ​ການກວດສອບ ​ເຊື້ອທີ່​ປົນ​ເປື້ອນ​ໃນຜະລິດ​ຕະພັນຈາກ​ສັດ​.

ອາຊີບ
ສາມາດປະກອບອາຊີບ ເປັນ ໝໍປົວ​ພະ​ຍາດ​ສັດ ຫຼື ສັດຕະວະແພດ, ນັກຈັດການຟາມ, ນັກການຢາກ່ຽວກັບສັດ, ເປັນນັກຄົ້ນຄວ້າວິໄຈ ​ແລະ ກວດ​ສອບ​ເຝົ້າລະວັງການລະບາດ​ຂອງ​ພະຍາດ​ກ່ຽວກັບ​ສັດ ແລະ ເປັນອາຈານສອນ ສາຂາສັດຕະວະແພດ.  ນອກຈາກນັ້ນ, ນັກສຶກສາ ຍັງສາມາດນໍາໃຊ້ຄວາມຮູ້ ເພື່ອເປີດຄລີນິກ ຫຼື ຫ້ອງກວດພະຍາດສັດ ດ້ວຍຕົນເອງອີກດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລ ເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ
ຖະໜົນໜອງບອນ, ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ໂທ: 021 412461, ແຟັກ: 021 453126
ອີເມວ: vihas@hotmail.com


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ