ສາຂາ ເຕັກໂນໂລຊີ ຂໍ້ມູນຂ່າວສານ ວິທະຍາໄລ ເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນຍ
ເຕັກໂນໂລຊີ ຂໍ້ມູນຂ່າວສານ
ຫຼັກສູດ: ຊັ້ນກາງ (9+3); ຊັ້ນສູງ (12+3)
ວິທະຍາໄລ ເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ
ນິຍາມ ແລະ ຄວາມສຳຄັນ
ເຕັກໂນໂລຊີຂໍ້ມູນຂ່າວສານ ໝາຍເຖິງ
ການປະຍຸກໃຊ້ເຕັກໂນໂລຊີ ເຂົ້າໃນການປະມວນຜົນ ແລະ ຈັດການຂໍ້ມູນໃຫ້ມີປະ ສິດທິພາບ, ຊັດເຈນ ແລະ ວ່ອງໄວ.
ສາຂານີ້ມີຄວາມສຳຄັນຫຼາຍ
ເນື່ອງຈາກມັນສາມາດນໍາໃຊ້ເພື່ອອໍານວຍຄວາມສະ ດວກໃນການດຳລົງຊີວິດ ແລະ
ການເຮັດວຽກຕ່າງໆຂອງຫ້ອງການ ໃຫ້ເປັນລະບົບ ແລະ ເກີດຜົນປະໂຫຍດສູງສຸດ
ເຊັ່ນ: ການພັດທະນາໂປຣແກຣມເພື່ອຈັດການຖານຂໍ້ມູນ ເພື່ອຄຸ້ມຄອງຫ້ອງການ ເຊັ່ນ:
ຖານຂໍ້ມູນເງິນເດືອນຂອງພະນັກງານ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ສຶກສາກ່ຽວກັບ
ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ; ຊອຟແວຣ໌ ຂອງລະບົບ ເຊັ່ນ ລະບົບ OS
(Operating System); ອຸປະກອນຕ່າງໆຂອງຄອມພິວເຕີ
(Hardware)
ແລະ ການບໍາລຸງຮັກສາຄອມພິວເຕີ
ຂັ້ນພື້ນຖານ; ພາສາຕ່າງໆ
ທາງຄອມພິວເຕີເປັນຕົ້ນແມ່ນ C ແລະ
Java
ເພື່ອໃຫ້ນັກຮຽນເຂົ້າໃຈພື້ນຖານຂອງການຂຽນຖານຂໍ້ມູນ; ພື້ນຖານການອອກແບບ ເວັບໄຊ໌; ນອກນີ້, ຍັງຈະໄດ້ຮຽນກ່ຽວກັບຄວາມຮູ້ພື້ນຖານໃນການຄຸ້ມຄອງຫ້ອງການ, ທຸລະກິດ ແລະ ບັນຊີ.
ວິທີການສິດສອນ
ວິທີການສິດສອນ ສໍາລັບຊັ້ນກາງ ມີ ພາກທິດສະດີ 40% ແລະ ພາກປະຕິບັດຕົວຈິງ 60%, ຊັ້ນສູງ ມີ ພາກທິດສະດີ 50% ແລະ ພາກປະຕິບັດຕົວຈິງ 50%. ໂດຍນໍາໃຊ້ທິດສະດີທີ່ໄດ້ຮຽນມາ
ມາປະຕິບັດຕົວຈິງໃນຫ້ອງທົດລອງເຊັ່ນ: ມອບໃຫ້ນັກສຶກສາ ພິມເອກະສານ ແລະ
ຈັດໜ້າເອກະສານ; ນໍາໃຊ້
ໂປຣແກຣມຕ່າງໆ ເຊັ່ນ: Microsoft Access ເພື່ອຝຶກການສ້າງຖານຂໍ້ມູນ, ມີການຝຶກງານໃນຫ້ອງການທາງພາກລັດ ແລະ ບໍລິສັດຕ່າງໆ
ທີ່ກ່ຽວຂ້ອງກັບ ເຕັກໂນໂລຊີຂໍ້ມູນຂ່າວສານ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານ ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານ; ເປັນຄົນ ທີ່ມີຄວາມອົດທົນ, ມັກຄວາມກ້າວໜ້າ, ມີຄວາມຄິດສ້າງສັນ,ໃສ່ໃຈໃນລາຍລະອຽດ; ມີທັກສະ ໃນການແກ້ໄຂບັນຫາ ແລະ ຄິດຢ່າງເປັນລະບົບ; ແລະ ມີຄວາມສົນໃຈ ໃນການເຮັດວຽກຂອງຄອມພິວເຕີ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຈັດການກັບຂໍ້ມູນ.
ຈົບແລ້ວສາມາດ
ມີພື້ນຖານໃນການຂຽນ ແລະ ອອກແບບ ເວັບໄຊ໌ ແລະ
ນໍາໃຊ້ ຄອມພິວເຕີກຣາບຟິກ ເຊັ່ນ: ຕົກແຕ່ງຮູບພາບ 3 ມິຕິ; ຮູ້ຂັ້ນຕອນ
ແລະ ວິທີການ ແລະ ສາມາດນໍາໃຊ້ພາສາທາງຄອມພິວເຕີ
ເຂົ້າໃນການສ້າງຖານຂໍ້ມູນ; ແລະ
ຮູ້ວິທີການໃນການຂຽນ ໂປຣແກຣມການບໍລິຫານວຽກງານສໍາລັບວິສາຫະກິດຂະໜາດກາງ
ແລະ ຂະໜາດນ້ອຍ.
ອາຊີບ
ສາມາດປະກອບອາຊີບເປັນ ຜູ້ຂຽນໂປຣແກຣມ ແລະ
ເປັນວິຊາການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃນບັນດາພາກລັດ, ພາກເອກະຊົນ, ແລະ ອົງການຕ່າງໆທີ່ກ່ຽວຂ້ອງກັບຂໍ້ມູນເຊັ່ນ: ກະຊວງ ແລະ
ທະນາຄານ;
ເປັນຜູ້ບໍລິຫານສູນຄອມພິວເຕີຂະໜາດນ້ອຍ.
ນອກຈາກນີ້ ຍັງສາມາດປະກອບອາຊີບເປັນອາຈານສອນ ແລະ ເປີດທຸລະກິດເປັນຂອງຕົນເອງ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລ ເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ
ຖະໜົນໜອງບອນ, ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
ໂທ: 021 412461 ແຟັກ: 021 453126.
ອີເມລ:
vihas@hotmail.com


