ສາຂາ ເຕັກນິກຄອມພິວເຕີ​ ວິທະຍາໄລ ເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ



ເຕັກນິກ ຄອມພິວເຕີ

ຫຼັກສູດ: ຊັ້ນ​ກາງ ​​2 ປີ (12+2) ແລະ (9+3)
ວິທະຍາໄລ ເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ

ນິຍາມ ແລະ ຄວາມສຳຄັນ
ເຕັກນິກຄອມ​ພິວ​ເຕີ ໝາຍ​ເຖິງ ຄວາມ​ຮູ້ ​ແລະ ວິທີ​ການ ຕ່າງໆ ທີ່​ກ່ຽວຂ້ອງ​ກັບ ການ​ສ້ອມ​ແປງ ​ແລະ ນໍາ​ໃຊ້ ຄອມ​ພິວ​ເຕີ​ຂັ້ນພື້ນຖານ. ​ເຄື່ອງ ຄອມ​ພິວ​ເຕີ  ​ໄດ້​ຖືກ​ນໍາ​ໃຊ້​ຢ່າງ​ກວ້າງຂວາງ​ ທັງ​ໃນ​ວຽກງານ​​ຫ້ອງການ ​ແລະ ການ​ນໍາ​ໃຊ້​ເພື່ອ​ຈຸດປະສົງ​ສ່ວນ​ຕົວ ອື່ນໆ ຈຶ່ງ​ເຮັດ​ໃຫ້​ມັນ​ມີ​ບົດບາດ​ໃນ​ຊີວິດ​ປະ​ຈໍາ​ວັນ​ນັບ​ມື້ນັບ​ຫຼາຍຂຶ້ນ. ສະ​ນັ້ນ ຄວາມ​ຮູ້​ດ້ານ​ເຕັກນິກ​ຄອມ​ພິວ​ເຕີ ຈຶ່ງ​ເປັນ​ສິ່ງ​ທີ່​ຈໍາ​ເປັນ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ການ​ນໍາ​ໃຊ້​ຄອມ​ພິວ​ເຕີ​ຢ່າງ​ຖືກ​ວິທີ ​ແລະ ການ​ແກ້​ໄຂ​ບັນຫາ​ຄອມ​ພິວ​ເຕີ​ໃນ​ຂັ້ນ​ເບື້ອງຕົ້ນ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ສຶກສາ ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຄອມ​ພິວ​ເຕີ ​ເປັນຕົ້ນ​ແມ່ນ ​ໂຄງ​ສ້າງ ​ແລະ ອຸປະກອນຕ່າງໆຂອງຄອມພິວເຕີ (Hardware); ການ​ຕິດຕັ້ງຄອມ​ພິວ​ເຕີ ​ແລະ ຊອຟ​ແວຣ໌; ການ​ເຊື່ອມ​ຕໍ່​ອຸປະກອນ, ​ເຄືອ​ຂ່າຍຄອມ​ພິວ​ເຕີ ​ແລະ ອິນ​ເຕີ​ເນັດ; ລະບົບປະຕິບັດ​ການເຊັ່ນ ລະບົບ OS (Operating System); ​ການ​ບໍາລຸງ​ຮັກສາຄອມ​ພິວ​ເຕີ; ຮຽນອາການ ​ແລະ ສາ​ເຫດ​ຂອງ​ບາງ​ບັນ​ຫາ​ຂອງ​ຄອມ​ພິວ​ເຕີ; ການ​ແກ້​ໄຂ​ບັນຫາ​ຄອມ​ພິວ​ເຕີ ​ແລະ ການສ້ອມ​ແປງ​ຄອມ​ພິວ​ເຕີພື້ນຖານ.

ວິທີການສິດສອນ
ວິທີ​ການ​ສິດສອນ​ ປະກອບ ມີ ພາກທິດສະດີ 50% ແລະ ພາກປະຕິບັດ​ຕົວ​ຈິງ 50%. ​​ໂດຍນໍາ​ໃຊ້​ທິດ​ສະ​ດີ​ທີ່​ໄດ້​ຮຽນມາ ມາ​ປະຕິບັດ​ຕົວ​ຈິງ​ໃນ​ຫ້ອງ​ທົດ​ລອງເຊັ່ນ: ​ນັກສຶກສາ​ຈະ​ໄດ້ແປງຈໍພາບ​ຂອງ​ຄອມ​ພິວ​ເຕີ (Monitor), ປະກອບ​ຄອມ​ພິວ​ເຕີ ​ແລະ Case, ຕິດຕັ້ງ ຊອຟ​ແວຣ໌ ຂັ້ນພື້ນຖານ, ສັງ​ເກດ​ອາການ​​ເວລາ Hard Disk ຫຼື ROM ຕາຍ; ການ​ຕິດຕັ້ງ ​ເຄືອ​ຂ່າຍ (Network) ​ແລະ ອື່ນໆ

ທັກສະ/ຄວາມສົນໃຈ
ຄວາມ​ຮູ້ພື້ນຖານ​ດ້ານ ຄະນິດສາດ, ພາສາ​ອັງກິດ ​ແລະ ຄອມ​ພິວ​ເຕີ​ພື້ນຖານ; ເປັນ​ຄົນ ຊ່າງ​ສັງ​ເກດ,​ໃສ່​ໃຈ​ໃນ​ລາຍ​ລະອຽດ ​ແລະ ມັກ​ສ້ອມ​ແປງ​ເຄື່ອງມື, ອຸປະກອນ ຫຼື ​ເຄື່ອງ ​ອີ​ເລັກ​ໂຕນິກ; ມີ​ທັກ​ສະ​ ໃນ​ການ​ແກ້​ໄຂ​ບັນຫາ; ​ແລະ ມີຄວາມສົນໃຈ ​ໃນ​ການ​ເຮັດ​ວຽກຂອງຄອມ​ພິວ​ເຕີ, ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວສານ ​ແລະ ​ເຄື່ອງ​ອີ​ເລັກ​ໂຕນິກຕ່າງໆ.

ຈົບແລ້ວສາມາດ
ມີ​ຄວາມ​ຮູ້ ​ແລະ ທັກ​ສະ ​ໃນ​ການ​ປະກອບ​ຕິດຕັ້ງ, ບໍາລຸງ​ຮັກສາ, ສ້ອມ​ແປງ ທັງ ​ເຄື່ອງ​ຄອມ​ພິວ​ເຕີ, ອຸປະກອນ​ຄອມ​ພິວ​ເຕີ ​ແລະ ຊອຟ​ແວຣ໌ ຂອງ​ເຄື່ອງ​ຄອມ​ພິວ​ເຕີ; ສາມາດອອກ​ແບບ​ຕິດຕັ້ງ ​ແລະ ບໍລິຫານ​ຕາ​ໜ່າງ​ຄອມ​ພິວ​ເຕີ ຂະໜາດນ້ອຍ ​ແລະ ຂະ  ໜາດກາງ; ​ແລະ ສາມາດ​ຕິດຕັ້ງ ​ແລະ ບັນຊາ​ລະບົບ​ເຄື່ອງຈັກທີ່​ຄວບ​ຄຸມ​ດ້ວຍ​ຄອມ​ພິວ​ເຕີ.

ອາຊີບ
ນັກ​ສຶກສາ ສາມາດປະກອບອາຊີບ​ເປັນ​ ພະນັກງານ​ທາງ​ດ້ານ​ເຕັກນິກ​ຄອມ​ພິວ​ເຕີ ຕາມ​ຫ້ອງການ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ ບໍລິສັດ​​ໂທລະ​ຄົມມະນາຄົມ ​ແລະ ຫ້ອງການ​ອື່ນໆທີ່​ກ່ຽວຂ້ອງ​ກັບ​ຄອມ​ພິວ​ເຕີ ​ແລະ ​ເຄືອ​ຂ່າຍ. ​ນອກຈາກ​ນີ້ ຍັງສາມາດປະກອບອາຊີບເປັນອາຈານສອນ​ໃນ​ສາຂາ​ທີ່​ກ່ຽວຂ້ອງ ແລະ ເປີດທຸລະກິດເປັນຂອງຕົນເອງ.

ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລ ເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ
ຖະໜົນໜອງບອນ, ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
ໂທ: 021 412461 ແຟັກ: 021 453126.
ອີເມລ: vihas@hotmail.com


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ