ສາຂາ ຊອກຄົ້ນ ແລະ ສໍາຫຼວດແຮ່ ວິທະຍາໄລ ເຕັກນິກສັບພະວິຊາ



ຊອກຄົ້ນ ແລະ ສໍາຫຼວດແຮ່

ວິທະຍາໄລ ເຕັກນິກສັບພະວິຊາ
ຫຼັກສູດ: ຊັ້ນກາງ 2 ປີ | ຊັ້ນສູງ 1 ປີ 6 ເດືອນ

ນິຍາມ ແລະ ຄວາມສຳຄັນ

ການຊອກຄົ້ນ ​ແລະ ສໍາຫຼວດ ແຮ່ທາດ ໝາຍເຖິງ ການຊອກຫາປະລິມານ ​ແລະ ຄຸນ​ນະພາ​ບຂອງ​ແຮ່​ທາດຕ່າງໆທີ່ຢູ່​ໃຕ້​ດິນ ​ເພື່ອ​ສະໜອງ​ໃຫ້​ແກ່​ການວາງ​ແຜນ​ການຂຸດ​ຄົ້ນເອົາຂຶ້ນມາຮັບໃຊ້ສັງຄົມ.  ປະຈຸບັນ ຈໍານວນຊັບພະຍາກອນແຮ່ທາດທີ່ມີຢູ່ ໄດ້ຄ່ອຍໆມີ​ການຫຼຸດລົງ  ​ເຮັດໃຫ້ເກີດມີການຊອກ​ຄົ້ນສໍາຫຼວດ ຫາແຫຼ່ງຊັບພະຍາກອນແຮ່ທາດໃໝ່ ຢູ່​ສ​ະ​ເໝີ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າຊ່ວຍໃນການສໍາຫຼວດ ເພື່ອນໍາເອົາແຮ່ທາດມາໝູນໃຊ້ ໃນການພັດທະນາເສດຖະກິດ-ສັງຄົມ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ຮຽນ ກ່ຽວກັບ ວິທີການຊອກຄົ້ນ ແລະ ສໍາຫຼວດຫາແຫຼ່ງແຮ່ທາດ ໂດຍລົງເລິກສຶກສາທາງທໍລະນີສາດ ທີ່ກ່ຽວພັນກັບໂລກ ແລະ ຕົ້ນກໍາເນີດຂອງ ຫີນ-ແຮ່ຕ່າງໆ ລວມທັງຂະບວນການ ການປ່ຽນແປງທີ່ເກີດຂຶ້ນໃນທໍາມະຊາດ ນັບຕັ້ງແຕ່ການກໍາເນີດໂລກ ຈົນເຖິງປະຈຸບັນ ເພື່ອໃຫ້ຮູ້ ແລະ ເຂົ້າໃຈເຖິງ ລັກສະນະ, ຊະນິດ ແລະ ປະເພດຂອງ ແຮ່ທາດ ແລະ ພື້ນທີ່ສະເພາະທີ່ມີແຮ່ທາດ ວ່າມັນຄົງຕົວຢູ່ໃສ, ຢູ່ໃນຮູບແບບໃດ ແລະ ມີປະລິມານເທົ່າໃດ.


ວິທີການສິດສອນ

ມີ​ການຮຽນທິດສະດີ ​ໂດຍຜ່ານການບັນຍາຍ ຈາກຄູອາຈານ ແລະ ນັກສໍາມະນາກອນ ພ້ອມທັງ ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ຕາມຫົວຂໍ້ຕ່າງໆທີ່ໄດ້ສິດສອນ. ນອກນັ້ນ, ຍັງມີພາກປະຕິບັດຕົວຈິງ ເຊັ່ນ: ການນໍາໃຊ້ GPS ຊອກຫາຈຸດພິກັດ, ເຂັມທິດ, ເຄື່ອງຈັກເຈາະ, ຂັ້ນຕອນ ແລະ ວີທີການຕ່າງໆ ໃນການຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ທັງໃນ ແລະ ນອກໂຮງຮຽນ ໂດຍຜ່ານການລົງພາກສະໜາມ, ການທັດສະນະສຶກສາ ຫຼື ການຝຶກງານ ໃນບໍລິສັດຕ່າງໆ ທີ່ກ່ຽວຂ້ອງ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານ ດ້ານ ພູມສາດ, ເຄມີສາດ, ພາສາຕ່າງປະເທດ ແລະ  ຄອມພິວເຕີ; ເປັນຄົນ ມັກຊອກຄົ້ນຄວ້າ, ມັກຄວາມທ້າທາຍພະຈົນໄພ, ມັກການສັງເກດ ແລະ ການວິເຄາະ-ວິໄຈ. ນອກນັ້ນ, ສິ່ງທີ່ສໍາຄັນ ແມ່ນນັກສຶກສາ ຕ້ອງມີຄວາມສົນໃຈພິເສດ ໃນການສຶກສາ ແລະ ຮຽນຮູ້ ກ່ຽວກັບ ດິນ, ຫີນ ແລະ ແຮ່ທາດຕ່າງໆ.

ຈົບແລ້ວສາມາດ

ທັກສະການສຳຫຼວດ (ການເກັບຕົວຢ່າງເພື່ອສຶກສາ, ການບັນທຶກ ແລະ ວິເຄາະຂໍ້ມູນ); ຮູ້ວິທີການຄົ້ນຫາແຮ່ທາດ, ການນໍາໃຊ້ເຄື່ອງມື ອຸປະກອນ ແລະ ທາດເຄມີຕ່າງໆ ເຂົ້າໃນການຊອກຄົ້ນ, ສໍາຫຼວດ ແລະ ວິເຄາະຫາແຮ່ທາດ; ແລະ ຮູ້ວິທີການຈໍາແນກປະເພດ ແລະ ອົງປະກອບ ດິນ, ຫີນ ແລະ ແຮ່ປະເພດຕ່າງໆ.

ອາຊີບ

ດໍາເນີນກິດຈະການ ທາງດ້ານບໍ່ແຮ່ ເປັນຂອງຕົນເອງ, ເປັນນັກຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ແລະ ເປັນພະນັກງານ ຫຼື ວິຊາການ ທັງໃນພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່, ​ແລະ ບໍລິສັດຕ່າງໆ ທີ່ດໍາເນີນກິດຈະການທາງດ້ານບໍ່ແຮ່.

ທີ່ຕັ້ງ ແລະ ຕິດຕໍ່

ວິທະຍາໄລເຕັກນິກສັບພະວິຊາ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 312420 ຫຼື 021 313303


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ