ສາຂາ ສ້າງຄູອາຊີວະເຕັກໂນໂລຊີຂໍ້ມູນ-ຂ່າວສານ ວິທະຍາໄລເຕັກນິກວິຊາຊີບ​ມິດຕະພາບ​ວຽງ​ຈັນ​-ຮ່າ​ໂນ້ຍ



ສ້າງຄູອາຊີວະເຕັກໂນໂລຊີຂໍ້ມູນ-ຂ່າວສານ

ຫຼັກສູດ ຊັ້ນ​ສູງ ຕໍ່ເນື່ອງ 2 ປີ (12+2+2)
ວິທະຍາໄລເຕັກນິກວິຊາຊີບ​ມິດຕະພາບ​ວຽງ​ຈັນ​-ຮ່າ​ໂນ້ຍ

ນິຍາມ ແລະ ຄວາມສຳຄັນ

ຄູ​ອະ​ຊີວະ​ສຶກສາ ​ກ່ຽວ​ກັບ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຫຼື IT ​ແມ່ນ​​ການຖ່າຍ​ທອດ​ຄວາມ​ຮູ້​ວິຊາ​ການ​​ໃນການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພື່ອ​ຈັດການ​ກັບ​ຂໍ້​ມູນ ເຊິ່ງ​ການ​ສ້າງ​ບຸກຄະ​ລະ​ກອນ​ທາງ​ດ້ານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​​ຈະ​ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ໃນການເຊື່ອມ​ໂຍງທາງ​ດ້ານ​ການ​ແລກປ່ຽນ​ຂໍ້​ມູນ-ຂ່າວສານ ​ແລະ ການ​ຈັດການ​ຂໍ້​ມູນ​ໃນ​ຫົວໜ່ວຍ​ທຸລະ​ກິດ ​ແລະ ອົງກອນ​ຕ່າງໆ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາ​ນີ້ຮຽນກ່ຽວກັບ 2 ດ້ານ​ຫຼັກຄື: ຄວາມ​ຮູ້​ກ່ຽວກັບ​ເຕັກ​ໂນ​​ໂລຊີ​ຂໍ້​ມູນ​ຂ່າວສານ​ (ໂຄງ​ສ້າງ​ຂອງຂໍ້​ມູນ ​ແລະ ການ​ປົກ​ປ້ອງ​ຖານ​ຂໍ້​ມູນ, ການ​ວິ​ເຄາະ ​ແລະ ອອກ​ແບບ​ລະບົບ, ການ​ຂຽນ​ໂປ​ຣ​ແກຣມ​ໃນ​ມື​ຖື ​ແລະ ຄອມ​ພິວ​ເຕີ, ການ​ຕັດ​ຕໍ່ ​ແລະ ອອກ​ແບບ​ພາບ, ພື້ນຖານ​ການ​ອອກ​ແບບ​ເວັບ​ໄຊ໌, ການ​ບໍລິຫານ​ເຄືອ​ຂ່າຍ); ແລະ ຄວາມ​ຮູ້​ດ້ານ​ການ​ສອນ ​ເຊັ່ນ: ວິທີ​ການ​ຕ່າງໆ​ໃນ​ການ​ສອນ ​ແລະ ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ສອນ.


ວິທີການສິດສອນ

ວິທີການ ສິດສອນປະກອບມີ​ທິດ​ສະ​ດີ ​ຄວບ​ຄູ່​ໄປ​ກັບ​ການປະຕິບັດ​ຕົວ​ຈິງ​ໃນ​ຫ້ອງ​ຄອມ​ພິວ​ເຕີ ​ໂດຍ​ອີງ​ຕາມ​ເນື້ອ​ໃນ​ຂອງ​ແຕ່​ລະວິ​ຊາ ​ເຊັ່ນ: ຝຶກ​ຂຽນ ​ແລະ ປັບປຸງ​ຖານ​ຂໍ້​ມູນ, ການ​ອອກ​ແບບ​ເວັບໄຊ໌ ​ແລະ ສ້າງ​ໂປຣ​ແກຣມ​ເປັນຕົ້ນ. ພ້ອມກັນນັ້ນ, ກໍ່​ມີ​ການ​ເຮັດ​ບົດ​ລາຍ​ງານ ​ແລະ ລົງ​ຝຶກ​ງານ​ເປັນ​ຄູ​ສອນ​ຢູ່​ຕາມ​ສະ​ຖາ​ບັນ​ຕ່າງໆ.

ທັກສະ/ຄວາມສົນໃຈ

ຄວນມີຄວາມຮູ້ພື້ນຖານ ແລະ ມີທັກສະ ດ້ານວິຊາ​ຄະນິດສາດ ​ແລະ ພາສາ​ອັງກິດ; ​ເປັນຄົນ ມັກ​ແກ້​ໄຂ​ບັນຫາ, ມີ​ຄວາມ​ຄິດ​ລິ  ​ເລີ່​ມ, ມັກຫຼິ້ນ​ເກ​ມ, ມີຄວາມສົນໃຈໃນຄອມ​ພິວ​ເຕີ ​ແລະ ການ​ປ່ຽນ​​ແປງ​ຂອງ​ເຕັກ​ໂນ​ໂລ​ຊີມີຄວາມສົນ​ໃຈທາງ​ດ້ານ​ການ​ສິດສອນ, ການ​ສື່ສານ​ຕ່າງໆ ​ແລະ ການ​ຈັດການ​ກັບ​ຂໍ້​ມູນ.

ຈົບແລ້ວສາມາດ

ມີທັກສະໃນການສອນ, ການ​ແຕ່ງ​ບົດ​ສອນ, ການອະທິບາຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ ​ແລະ ການ​ບໍລິຫານ​ເວລາ; ​ທັກ​ສະ​ທາງ​ດ້ານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ການ​ນຳ​ໃຊ້​ຄອມ​ພິວ​ເຕີ​ຢ່າງ​ເລິກ​ເຊິ່ງ​ເຊັ່ນ: ສາມາດ​ສ້າງ​ຖານ​ຂໍ້​ມູນ, ທັກ​ສະການ​ຂຽນ​ໂປຣ​ແກຣມ ​ແລະ ສ້າງ​ເວັບໄຊ໌.

ອາຊີບ

ເປັນ​ຄູ​ສອນ ທາງ​ດ້ານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​​ເປັນ​ເຈົ້າ​ຂອງ​ທຸລະ​ກິດ​ສ່ວນ​ຕົວ​ກ່ຽວ​ກັບ IT, ​ເປັນນັກ​ອອກ​ແບບ​ເວັບ​ໄຊ໌, ນັກກຣາບຟິກດີ​ຊາຍ, ນັກຂຽນ​ໂປຣ​ແກຣມ ​ແລະ ​ນັກວິຊາ​ການ​ທີ່​ກ່ຽວຂ້ອງ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ຢູ່​ອົງການ​ພາກ​ລັດ ​ແລະ ​ເອກະ​ຊົນ.

ທີ່ຕັ້ງ ແລະ ຕິດຕໍ່

ວິທະຍາໄລ ເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ
ຖະໜົນໜອງບອນ, ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ໂທ: 021 412461, ແຟັກ: 021 453126
ອີເມວ: vihas@hotmail.com


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ