ສາຂາ ລະບົບການຈັດສົ່ງສິນຄ້າ ວິທະຍາໄລເຕັກນິກປາກປ່າສັກ

ລະບົບການຈັດສົ່ງສິນຄ້າ
ຫຼັກສູດ: ຊັ້ນສູງ 3 ປີ
ວິທະຍາໄລເຕັກນິກປາກປ່າສັກ
ນິຍາມ
ແລະ ຄວາມສຳຄັນ
ລະບົບການຈັດສົ່ງສິນຄ້າ ເປັນການລວບລວມເອົາວຽກງານໃນການຈັດຊື້ວັດຖຸດິບ, ການຜະລິດ, ການຂາຍ ແລະ
ການກະຈາຍສິນຄ້າໃຫ້ດຳເນີນໄປຢ່າງເປັນລະບົບຕ່ອງໂສ້. ລະບົບການຈັດສົ່ງສິນຄ້າ ເປັນປັດໄຈສຳຄັນໃນການຂະຫຍາຍຕົວທາງດ້ານເສດຖະ
ກິດເຊິ່ງສາມາດອຳນວຍຄວາມສະດວກໃນການເຊື່ອມຕໍ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.
ນອກນັ້ນ, ລະບົບການຈັດສົ່ງສິນຄ້າທີ່ດີຍັງຊ່ວຍຫຼຸດຕົ້ນທຶນການຜະລິດ
ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ຢ່າງມີປະສິດທິພາບ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບວິທີການຄິດໄລ່ຈຳນວນ ແລະ ເວລາໃນການຂົນສົ່ງສິນຄ້າ
ເພື່ອເຮັດໃຫ້ສິນຄ້າໄປເຖິງມືລູກຄ້າໄດ້ຢ່າງວ່ອງໄວທີ່ສຸດ. ສາຂານີ້
ຍັງຈະໄດ້ຮຽນກ່ຽວກັບການວິເຄາະ, ການວາງແຜນປະຕິບັດງານ, ການແກ້ໄຂບັນຫາດ້ວຍຫຼັກການ
ແລະ ເຫດຜົນເພື່ອໃຫ້ວຽກງານສຳເລັດຕາມເປົ້າໝາຍ. ນອກນັ້ນ, ວິຊານີ້ຍັງຮຽນຮູ້ກ່ຽວກັບການບໍລິຫານສາງ, ການຄ້າອີເລັກໂຕນິກ ແລະ
ໂປຣແກຣມຂໍ້ມູນຂ່າວສານທີ່ນຳໃຊ້ເຂົ້າໃນການບໍລິຫານການຂົນສົ່ງ ແລະ
ການຈັດຊື້ໃນລະດັບສາກົນ.
ວິທີການສິດສອນ
ວິທີການສິດສອນລວມມີ ການສອນທິດສະດີລະບົບການຂົນສົ່ງ ແລະ
ການຈໍລະຈອນແຈກຢາຍສິນຄ້າທີ່ມີປະສິດທິຜົນເພື່ອຍົກສູງມາດຕະຖານການຄ້າພາຍໃນ ແລະ
ຕ່າງປະເທດ. ພ້ອມກັນນັ້ນຍັງມີການທັດສະນະ
ແລະ ລົງຝຶກງານໃນສະຖານທີ່ປະກອບການທີ່ມີໜ່ວຍງານຂົນສົ່ງ ແລະ ການຈໍລະຈອນສິນຄ້າ ເຊັ່ນ: ບໍລິສັດເບຍລາວ, ບໍລິສັດນ້ຳຫວານລາວ, ບໍລິສັດບໍລິການຂົນສົ່ງ
ແລະ ການຈໍລະຈອນສິນຄ້າ ຫຼື ໂລຈິສຕິກຕ່າງໆ
ເພື່ອໃຫ້ນັກສຶກສາມີຄວາມກຽມພ້ອມໃນການເຮັດວຽກຕົວຈິງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານວິຊາ ຄະນິດສາດ ແລະ ພາສາອັງກິດ; ມີທັກສະ ໃນການແກ້ໄຂບັນຫາສະເພາະໜ້າ ແລະ ທັກສະໃນການເຮັດວຽກຮ່ວມກັບຄົນອື່ນ; ມີຄວາມສົນໃຈ ທາງດ້ານທຸລະກິດການຄ້າ ແລະ
ລະບົບການຂົນສົ່ງສິນຄ້າ. ນອກຈາກນັ້ນ ຍັງຕ້ອງເປັນຄົນທີ່ມີຄວາມດຸໝັ່ນ, ຫ້າວຫັນ ແລະ ແຂງແຮງ.
ຈົບແລ້ວສາມາດ
ນັກສຶກສາທີ່ຮຽນຈົບສາຂານີ້ ຈະຮູ້ຈັກວິທີການຈັດລະບົບການຈັດການສິນຄ້າພາຍໃນສາງ
ແລະ ລະບົບການຂົນສົ່ງຢ່າງມີປະສິດທິ ພາບນັບຕັ້ງແຕ່ຂັ້ນຕອນການຜະລິດຈົນເຖິງການຈຳໜ່າຍ. ພ້ອມກັນນັ້ນ
ຍັງໄດ້ຝຶກທັກສະໃນການຄິດໄລ່ສິນຄ້າ ແລະ
ເວລາທີ່ຈະໃຊ້ໃນການຂົນສົ່ງເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ.
ອາຊີບ
ນັກສຶກສາທີ່ຮຽນຈົບວິຊານີ້ຈະສາມາດປະກອບອາຊີບທາງດ້ານການພັດທະນາແຜນການການຂົນສົ່ງ
ແລະ ກະຈາຍສິນຄ້າ, ປະສານງານ ແລະ
ຈັດການກັບຕ່ອງໂສ້ການຜະລິດສິນຄ້າ,
ການຈັດການບໍລິຫານສາງ
ແລະ ການຕະຫຼາດ ຕາມໜ່ວຍງານລັດ ແລະ ເອກະຊົນ.
ນອກນັ້ນຍັງສາມາດເປັນເຈົ້າຂອງທຸລະກິດດ້ານການບໍລິການຂົນສົ່ງ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 263172. ເວັບໄຊ໌

