ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)
ການບໍລິການການເດີນທາງ ແລະ ການທ່ອງທ່ຽວ
ຫຼັກສູດ: ຊັ້ນກາງ 2 ປີ
ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)
ນິຍາມ
ແລະ ຄວາມສຳຄັນ
ການບໍລິການການເດີນທາງ ແລະ ການທ່ອງທ່ຽວ
ແມ່ນການໃຫ້ບໍລິການພື້ນຖານດ້ານທ່ອງທ່ຽວ ແລະ ການອໍານວຍຄວາມ ສະດວກໃນການເດີນທາງ ລະຫວ່າງທ່ອງທ່ຽວ
ເຊິ່ງການບໍລິການດັ່ງກ່າວ ມີຄວາມສຳຄັນໃນການພັດທະນາ ການບໍລິການໃນ
ຂະແໜງອຸດສາຫະກຳການທ່ອງທ່ຽວ ທີ່ເປັນແຫຼ່ງລາຍຮັບໃຫ້ແກ່ປະເທດ. ດັ່ງນັ້ນ, ການບໍລິການດັ່ງກ່າວ ຈຶ່ງມີຄວາມຈໍາເປັນ
ທີ່ຈະຕ້ອງພັດທະນາ ໃຫ້ມີຄຸນນະພາບຕາມມາດຕະຖານສາກົນ ເພື່ອດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ
ແລະ ຕ່າງປະເທດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ແມ່ນຈະໄດ້ຮຽນ ກ່ຽວກັບ ພື້ນຖານດ້ານການບໍລິການລູກຄ້າ, ການເສີມສ້າງທັກສະການສື່ສານຢ່າງມືອາຊີບ, ການບໍລິການຈອງທີ່ພັກ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ, ການຄິດໄລ່ ແລະ ການວາງແຜນໂປຣແກຣມການນໍາທ່ຽວ, ຄວາມຮູ້ພື້ນຖານກ່ຽວກັບ
ພູມສາດດ້ານການທ່ອງທ່ຽວ, ທັກສະດ້ານການນໍາໃຊ້ພາສາອັງກິດສຳລັບການທ່ອງທ່ຽວ, ພື້ນຖານການນຳໃຊ້ຄອມພິວເຕີ ແລະ
ໂປຣແກຣມການໃຫ້ການບໍລິການ ທາງດ້ານການທ່ອງທ່ຽວຮູບແບບຕ່າງໆ.
ວິທີການສິດສອນ
ວິທີການສິດສອນ
ການສິດສອນ ແມ່ນຈະມີການບັນຍາຍທາງທິດສະດີ ທີ່ກ່ຽວຂ້ອງກັບຫຼັກການ ແລະ
ວິທີການຕ່າງໆ ໃນການໃຫ້ບໍລິການ ໃນການເດີນທາງ ແລະ ທ່ອງທ່ຽວ, ວິທີການແກ້ໄຂບັນຫາ ຫຼື
ຮັບມືກັບເຫດການສຸກເສີນໃນລະຫວ່າງການໃຫ້ບໍລິການ;
ການຄົ້ນຄວ້າຂໍ້ມູນທາງອິນເຕີເນັດ; ການເຮັດວຽກກຸ່ມ, ການສາທິດການບໍລິການ ແລະ ການປຸງແຕ່ງອາຫານ ແລະ ເຄື່ອງດື່ມ
ລວມທັງລົງປະຕິບັດຕົວຈິງຕາມຮ້ານອາຫານ,
ໂຮງແຮມ
ຫຼື ສະຖານທີ່ໃຫ້ບໍລິການ ດ້ານການເດີນທາງ ແລະ ທ່ອງທ່ຽວ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານພາສາຕ່າງປະເທດ,
ການນຳໃຊ້ຄອມພິວເຕີ, ພູມສາດ,
ປະຫວັດສາດ
ແລະ ຄວາມຮູ້ຮອບຕົວ. ມີຄວາມສົນໃຈທາງດ້ານການໃຫ້ບໍລິການທ່ອງທ່ຽວ ແລະ
ມັກທ່ອງທ່ຽວ. ເປັນຄົນກ້າສະແດງອອກ,
ມີວາທະສິນ, ອັດທະຍາໄສດີ ແລະ ມີຄວາມອົດທົນສູງ.
ມີທັກສະໃນການເວົ້າຈາ ແລະ ການນໍາສະເໜີ ຂໍ້ມູນໃຫ້ແກ່ບຸກຄົນອື່ນ.
ຈົບແລ້ວສາມາດ
ຮູ້ວິທີການສື່ສານຢ່າງມີປະສິດທິພາບ,
ການໃຫ້ບໍລິການຕາມມາດຕະຖານສາກົນ, ການແກ້ໄຂບັນຫາສະເພາະໜ້າ, ການບໍລິຫານດ້ານການບໍລິການ, ລະບົບ ແລະ ວິທີການຈອງການບໍລິການແບບປີ້ ແລະ
ລະບົບອອນລາຍ. ມີທັກສະໃນການເວົ້າ ແລະ
ການສະແດງກິລິຍາມາລະຍາດທີ່ເໝາະສົມຕໍ່ຜູ້ໃຊ້ບໍລິການ, ການເຮັດວຽກເປັນກຸ່ມ ແລະ
ການໃຊ້ພາສາອັງກິດສຳລັບການທ່ອງທ່ຽວ.
ອາຊີບ
ເປັນຜູ້ໃຫ້ບໍລິການທາງດ້ານການເດີນທາງ ແລະ ທ່ຽວທ່ອງ ທັງໃນພາກລັດ
ແລະ ເອກະຊົນ ເຊັ່ນ: ກະຊວງຖະແຫຼງຂ່າວ,
ວັດທະນະທໍາ
ແລະ ທ່ຽວທ່ອງ, ອົງການທ່ອງທ່ຽວສາກົນ, ບໍລິສັດນຳທ່ຽວ,
ຮ້ານອາຫານ, ໂຮງແຮມ;
ສາມາດດຳເນີນທຸລະກິດທາງດ້ານການທ່ອງທ່ຽວເປັນຂອງຕົວເອງ; ເປັນຕົວແທນຈຳໜ່າຍປີ້, ຈອງທີ່ພັກ ແລະ ສະຖານທີ່ທ່ອງທ່ຽວ.
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດລາວ (LANITH)
ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 2098. ໂທ: 021
263172


