ສາຂາ ອິນຟໍເມຕິກ ຄຸ້ມຄອງຫ້ອງການ ວິທະຍາ​ໄລ​ເຕັກນິກ ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ


ອິນຟໍເມຕິກ ຄຸ້ມຄອງຫ້ອງການ
ຫຼັກສູດ: ຊັ້ນກາງ 2 ປີ
ວິທະຍາ​ໄລ​ເຕັກນິກ ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ

ນິຍາມ ແລະ ຄວາມສຳຄັນ

ອີນຟໍເມຕິກຄຸ້ມຄອງຫ້ອງການໝາຍ​ເຖິງ ການນໍາໃຊ້ວິທີ​ການ​ໃນ​ການ ສ້າງ, ເກັບມ້ຽນ, ຄົ້ນຫາ, ຈັດການ ແລະ ແລກປ່ຽນ    ຂໍ້ມູນຂ່າວສານ​ ​ເຂົ້າ​ໃນ​ການບໍລິຫານຂໍ້ມູນ ເພື່ອຄຸ້ມຄອງວຽກພາຍໃນຫ້ອງການ ​ເປັນຕົ້ນ​ແມ່ນ ການຄຸ້ມຄອງເອກະສານ ເຂົ້າ-ອອກ ​ແລະ ສະຖິຕິຕ່າງໆ. ສາຂານີ້ມີຄວາມສໍາຄັນ ໃຫ້ແກ່ວຽກງານການຄຸ້ມຄອງ ຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານຫ້ອງການ ໃນທຸກຂົງເຂດໃຫ້​ມີ​ຄວາມ​ສະດວກ​ໃນ​ການ​ນໍາ​ໃຊ້ ​ແລະ ດໍາ​ເນີນ​ໄປຢ່າງເປັນລະບົບ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ຮຽນກ່ຽວກັບ ການນໍາໃຊ້ຄອມພິວເຕີ ໂດຍສະເພາະແມ່ນລະບົບການເກັບກໍາຂໍ້ມູນຂ່າວສານຂອງລະບົບຄອມພິວເຕີ; ການ​ຄຸ້ມ​ຄອງ​ຫ້ອງການ​ ເຊັ່ນ: ວິທີການຮ່າງເອກະສານ ແລະ ການຄິດໄລ່ດ້ານບັນຊີຄອມພິວເຕີ; ວິທີການຈັດເກັບ ແລະ ຄຸ້ມຄອງເອກະສານໃນຫ້ອງການ; ການຈັດພື້ນທີ່ເພື່ອວາງອຸປະກອນເຄື່ອງໃຊ້​ໃຫ້​ເໝາະສົມ​ກັບພື້ນທີ່ຫ້ອງການ. ນອກຈາກນີ້, ຍັງຈະໄດ້ຮຽນກ່ຽວກັບວຽກງານເລຂານຸການ ເຊັ່ນ: ການຮັບ-ສົ່ງເອກະສານ, ການຈັດກອງປະຊຸມ ​ແລະ ສໍາມະນາ ແລະ ອື່ນໆ.

ວິທີການສິດສອນ

ການສິດສອນຂອງສາຂານີ້ ລວມມີການບັນຍາຍທາງດ້ານທິດສະດີ 40% ແລະ ການປະຕິບັດຕົວຈິງ 60%; ມີການມອບ ຫົວຂໍ້ໃຫ້ນັກສຶກສາ ຄົ້ນຄວ້າ, ຂຽນບົດລາຍງານ ແລະ ນໍາສະເໜີ ໃນແຕ່ລະວິຊາ; ມີການມອບ​ໃຫ້ນັກສຶກສາ ຮ່າງເອກະສານ ​ແລະ ສ້າງຕາຕະລາງຄິດໄລ່ບັນຊີໃນລະບົບຄອມພິວເຕີ. ນອກ​ນີ້, ຍັງມີການໄປທັດສະນະສຶກສາ ແລະ ລົງຝຶກງານຢູ່ຕາມ ຫ້ອງການຕ່າງໆ ເພື່ອໃຫ້ເຫັນໄດ້ເຖິງວຽກງານຂອງການຄຸ້ມຄອງຫ້ອງການຕົວຈິງ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານທາງ ດ້ານຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານ; ເປັນຄົນທີ່ ມີມະນຸດສໍາພັນດີ, ​ໃສ່​ໃຈ​ໃນ​ລາຍ​ລະອຽດ, ມີຄວາມອົດທົນ, ມັກ​ການ​ຄຸ້ມ​ຄອງ, ຈັດ​ລະບຽບ ​ແລະ ຈັດການມີທັກສະໃນການຕິດຕໍ່ສື່ສານ, ມີຄວາມ ສົນໃຈໃນ ລະບົບການເຮັດວຽກລັກສະນະຫ້ອງການ ​ແລະ ການ​ຈັດການ​​ຂໍ້​ມູນ.

ຈົບແລ້ວສາມາດ

ສາມາດນໍາໃຊ້ ​ໂປຣ​ແກຣມ Word, Excel ແລະ Power Point; ມີທັກສະໃນການຈັດເກັບຂໍ້ມູນ​ໃນລະບົບຄອມພິວເຕີ ​ແລະ ຈັດມ້ຽນເອກະສານຢ່າງເປັນລະບົບ; ມີ​ພື້ນຖານ​ໃນ​ການອອກ​ແບບຕົກ​ແຕ່ງ​ຮູບ​ພາບ, ກາໝາຍ ​ແລະ ສັນຍາ​ລັກ​ຕ່າງໆ; ຮູ້​ວິທີ​ການ​ຈັດ​ກອງ​ປະຊຸມ, ສໍາ​ມະ​ນາ ​ແລະ ມີ​ທັກ​ສະ​ໃນ​ວຽກງານ​ພິທີການ​ ເຊັ່ນ: ໂທລະສັບ, ​ແຟັກ ​ແລະ ອີ​ເມ​ວ.

ອາຊີບ

ສາມາດປະກອບອາຊີບເປັນ ເລຂານຸການ; ເປັນວິຊາ​ການ​ໃນ​ວຽກງານ​ທີ່​ກ່ຽວຂ້ອງ​ກັບ​ຝ່າຍ ​ຄຸ້ມ​ຄອງ-ບໍລິຫານ; ​ເປັນພະນັກງານ​ຝ່າຍ​ບຸກຄະລາ​ກອນ ​ແລະ ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ ໄດ້ທຸກຫ້ອງການ ທັງພາກລັດ ແລະ ເອກະຊົນ.  ນອກຈາກນັ້ນ, ຍັງສາມາດປະກອບອາຊີບເປັນອາຈານສອນວິຊາທີ່ກ່ຽວຂ້ອງກັບສາຂາດັ່ງກ່າວ ອີກດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່

ວິທະຍາໄລ ເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ
ຖະໜົນໜອງບອນ, ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ໂທ: 021 412461, ແຟັກ: 021 453126
ອີເມວ: vihas@hotmail.com

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ