ສາຂາ ປະເມີນມູນຄ່າຊັບສິນ ແລະ ທີ່ດິນ ວິທະຍາໄລເຕັກນິກສັບພະວິຊາ
ປະເມີນມູນຄ່າຊັບສິນ ແລະ ທີ່ດິນ
ຫຼັກສູດ: ຊັ້ນສູງ 3 ປີ
ວິທະຍາໄລເຕັກນິກສັບພະວິຊາ
ນິຍາມ
ແລະ ຄວາມສຳຄັນ
ການປະເມີນມູນຄ່າຊັບສິນ ໝາຍເຖິງການໃຫ້ຄວາມເຫັນກ່ຽວກັບມູນຄ່າຂອງຊັບສິນ
ໂດຍຜູ້ປະເມີນ ທີ່ມີຄຸນສົມບັດ, ຄວາມຮູ້ຄວາມສາມາດ ແລະ ປະສົບການທາງດ້ານການປະເມີນຕີລາຄາມູນຄ່າຊັບສິນ
ເພື່ອກໍານົດການປະເມີນໃຫ້ມີຄວາມເໝາະສົມ. ການປະເມີນມູນຄ່າຊັບສິນ
ແມ່ນເປັນເຄື່ອງມືທີ່ສໍາຄັນຢ່າງຍິ່ງຕໍ່ກັບການຕັດສິນໃຈ ໃນຂະແໜງການລົງທຶນ
ບໍ່ວ່າຈະເປັນການລົງທຶນ ທັງໃນພາກລັດ ແລະ ເອກະຊົນ
ເພາະມັນໄດ້ເຮັດໃຫ້ມີການພິຈາລະນາຄວາມເໝາະສົມຂອງມູນຄ່າຊັບສິນ ແກ່ການລົງທຶນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາ ການປະເມີນມູນຄ່າຊັບສິນ ຮຽນກ່ຽວກັບ
ການປະເມີນມູນຄ່າຊັບສິນປະເພດຕ່າງໆ ເຊັ່ນ: ວັດຖຸສິ່ງຂອງ, ອາຄານ ແລະ ທີ່ດິນ ໂດຍຜ່ານການຄາດຄະເນ
ງົບປະມານທີ່ຕ້ອງໄດ້ນໍາໃຊ້ ເຂົ້າໃນການກໍ່ສ້າງ ໃຫ້ເໝາະສົມກັບມູນຄ່າຕະຫຼາດ ຫຼື
ມູນຄ່າເດີມຂອງວັດຖຸ; ຮຽນກ່ຽວກັບວິຊາທາງການຄໍານວນ
ທີ່ກ່ຽວກັບທຸລະກິດ ທີ່ຊ່ວຍໃຫ້ສາມາດປະເມີນມູນຄ່າຊັບສິນ ແລະ ທີ່ດິນ; ພື້ນຖານການບໍລິການກ່ຽວກັບ
ອະສັງຫາລິມະຊັບ, ການພັດທະນາທີ່ິດິນ ແລະ
ພື້ນຖານການປະເມີນຕົ້ນທຶນການກໍ່ສ້າງອາຄານຕ່າງໆ.
ວິທີການສິດສອນ
ວິທີການສິດສອນ ລວມມີທັງ ພາກທິດສະດີ ໃນຫ້ອງຮຽນເຊັ່ນ: ການຄິດໄລ່ ແລະ
ຄຳນວນວິຊາ ສະຖິຕິ, ຄະນິດສາດ ແລະ ວິຊາອື່ນໆ
ໃນການປະເມີນມູນຄ່າຊັບສິນ; ພ້ອມກັນນັ້ນ
ຍັງເນັ້ນໃຫ້ນັກສຶກສາ ໄດ້ລົງເລິກການປະຕິບັດຕົວຈິງ
ໂດຍການນໍາໃຊ້ວິທີການຄິດໄລ່ຕ່າງໆ ທີ່ໄດ້ຮຽນມາ ບວກກັບຂໍ້ມູນດ້ານລາຄາຕົວຈິງ
ເພື່ອປະເມີນມູນຄ່າຊັບສິນຕົວຈິງ ຈາກການລົງສະໜາມ
ເກັບກໍາຂໍ້ມູນຕ່າງໆກ່ຽວກັບການປະເມີນຊັບສິນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານຄະນິດສາດ ແລະ ຈິດຕະວິທະຍາ; ມີທັກສະ ຄິດໄລ່ ແລະ ການກະຕວງ; ເປັນຄົນ ລະອຽດອ່ອນ ແລະ ຮູ້ວິເຄາະ ແລະ ກະຕວງຄວາມເປັນໄປໄດ້; ມີຄວາມສົນໃຈ ພິເສດໃນວຽກງານມູນຄ່າຕະຫຼາດຂອງຊັບສິນ, ການປະເມີນ,
ວຽກງານສິນເຊື່ອທາງທະນາຄານ
ແລະ ວຽກງານອາສັງຫາລິມະຊັບ.
ຈົບແລ້ວສາມາດ
ທັກສະໃນການຄິດໄລ່, ການຄໍານວນ ແລະ
ການເກັບຂໍ້ມູນ ເພື່ອນຳໃຊ້ ເຂົ້າໃນການປະເມີນການຊື້-ຂາຍ ຫຼື ແລກປ່ຽນ; ຮູ້ວິທີການ ແລະ ຫຼັກການໃນການຄໍ້າປະກັນ, ປະເມີນມູນຄ່າ ຄ່າເຊົ່າ, ການປະກັນໄພ,
ການຮ່ວມທຶນ
ແລະ ການຄິດໄລ່ເກັບຄ່າທຳນຽມຈົດທະບຽນ ຂອງ ພາກລັດ.
ອາຊີບ
ເປັນນັກປະເມີນມູນຄ່າຊັບສິນ, ພະແນກສິນເຊື່ອຂອງທະນາຄານ, ປະກັນໄພ,
ພະນັກງານທີ່ດິນ
ຫຼື ເຮັດວຽກໃນບໍລິສັດອະສັງຫາລິມະຊັບ. ສາມາດເຮັດວຽກກັບບໍລິສັດນາຍໜ້າຊື້-ຂາຍ
ຊັບສິນ ແລະ ທີ່ດິນ ແລະ ບໍລິສັດປະເມີນລາຄາ. ນອກນັ້ນ, ຍັງສາມາດ ເປັນພະນັກງານ ໃນຂະແໜງການຂອງພາກລັດໄດ້
ເຊັ່ນ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກສັບພະວິຊາ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 312420 ຫຼື 021 313303


