ສາຂາ ບໍລິຫານທຸລະກິດ ປະລິນຍາຕີ 4 ປີ ວິທະຍາໄລ ຄອມເຊັນເຕີ
ບໍລິຫານທຸລະກິດ
ຫຼັກສູດ: ປະລິນຍາຕີ 4 ປີ
ວິທະຍາໄລ ຄອມເຊັນເຕີ
ນິຍາມ
ແລະ ຄວາມສຳຄັນ
ການບໍລິຫານທຸລະກິດແມ່ນການວາງແຜນຈັດການ,
ຄວບຄຸມ
ແລະ ດຳເນີນງານທາງດ້ານທຸລະກິດໃຫ້ປະສົບຜົນສໍາເລັດ ເພື່ອໃຫ້ບັນລຸຈຸດປະສົງ.
ການສຶກສາກ່ຽວກັບການບໍລິຫານທຸລະກິດ ມີຄວາມສຳຄັນຫຼາຍຕໍ່ກັບວຽກງານໃນຂະແໜງການທຸລະກິດໃນປະເທດຕ່າງໆ
ລວມທັງປະເທດລາວ ເນື່ອງຈາກມັນຈະຊ່ວຍໃນການພັດທະນາລະບົບການຈັດການ ແລະ
ບໍລິຫານທຸລະກິດໃຫ້ມີປະສິດທິພາບ ແລະ ສາມາດນຳພາປະເທດຊາດໄປສູ່ຄວາມສຳເລັດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບຄວາມຮູ້ພື້ນຖານຂອງວິຊາຕ່າງໆ ທີ່ສາມາດນຳໃຊ້ເຂົ້າໃນການປະກອບອາຊີບດ້ານທຸລະກິດ
ເຊັ່ນ: ບັນຊີ,ການເງິນ, ການທະນາຄານ,
ການຄ້າຕ່າງປະເທດ, ກົດໝາຍທຸລະກິດ,
ການບັນຊີວິໄຈຕົ້ນທຶນ, ຈິດຕະວິທະຍາ,
ທິດສະດີ, ການບໍລິຫານບຸກຄະລາກອນ, ການບໍລິຫານການຕະຫຼາດ, ເລຂານຸການ ແລະ
ອື່ນໆຫຼາຍກວ່າ 52 ວິຊາ. ນອກນັ້ນ ນັກສຶກສາຍັງຈະໄດ້ຮຽນຮູ້ທັກສະການໂນ້ມນ້າວຈິດໃຈ
ແລະ ການເປັນນັກບໍລິຫານທີ່ດີໃນອານາຄົດ.
ວິທີການສິດສອນ
ວິທີການສິດສອນຂອງສາຂາວິຊາບໍລິຫານທຸລະກິດທີ່ວິທະຍາໄລຄອມເຊັນເຕີ ແມ່ນ
ອີງໃສ່ການສຶກສາກ່ຽວກັບທິດສະດີ ແລະ ການປະຕິບັດຕົວຈິງ
ໂດຍໄດ້ມີການນຳໃຊ້ສື່ການຮຽນການສອນຕ່າງໆ ເຊັ່ນ: ການນຳໃຊ້ພາວເວີພ້ອຍ, ການສົນທະນາກຸ່ມ. ນອກຈາກນີ້, ນັກສຶກສາຍັງຈະໄດ້ມີການສຶກສາຄົ້ນຄວ້າດ້ວຍຕົນເອງ
ເພື່ອຫາຂໍ້ມູນປະກອບເຂັ້າໃນການເຮັດບົດລາຍງານ ແລະ ນໍາສະເໜີບົດລາຍງານ, ມີການປະຕິບັດຕົວຈິງໃນການລົງບັນຊີ ແລະ
ການຄິດໄລ່ທີ່ກ່ຽວຂ້ອງອື່ນໆ.
ທັກສະ/ຄວາມສົນໃຈ
ນັກຮຽນທີ່ຈະເຂົ້າມາຮຽນໃນສາຂານີ້ ຄວນມີຄວາມມັກທາງດ້ານທຸລະກິດ, ຢາກເຮັດທຸລະກິດ ຫຼື ມີແນວຄິດກ່ຽວກັບການເຮັດທຸລະກິດ, ມັກຊອກຮູ້,
ມັກອ່ານ, ມັກຕິດຕາມສະພາບການເຄື່ອນໄຫວຂອງເສດຖະກິດ-ທຸລະກິດ, ພ້ອມທັງມີພື້ນຖານການຄິດໄລ່ ແລະ ພາສາຕ່າງປະເທດ
ໃນການຕິດຕໍ່ສື່ສານ ແລະ ພົວພັນທຸລະກິດກັບຕ່າງປະເທດ.
ຈົບແລ້ວສາມາດ
ນັກສຶກສາທີ່ຮຽນສາຂາບໍລິຫານທຸລະກິດ ຈະມີຄວາມຮູ້ດ້ານບັນຊີ, ການບໍລິຫານຫ້ອງການ, ບໍລິຫານບຸກຄະລາກອນ, ເລຂານຸການ, ການເປັນຜູ້ຈັດການ ແລະ ການຕະຫຼາດ. ນອກນັ້ນ
ນັກສຶກສາຍັງຈະມີຄວາມສາມາດດ້ານການເຈລະຈາຕໍ່ລອງ ແລະ ພົວພັນວຽກງານທຸລະກິດຕິດໂຕໄປນຳ.
ອາຊີບ
ນັກສຶກສາທີ່ຈົບຈາກສາຂານີ້ ສາມາດປະກອບອາຊີບໃນຫຼາຍຂົງເຂດວຽກ ງານ ເຊັ່ນ: ເປັນພະນັກງານທະນາຄານ, ພະນັກງານຂາຍ ຫຼື ການຕະຫຼາດ, ເລຂາ,
ຜູ້ບໍລິຫານຫ້ອງການ, ນັກບັນຊີ (ຜູ້ກວດສອບບັນຊີ), ພະນັກງານນໍາທ່ຽວ (ເນື່ອງຈາກເວົ້າພາສາອັງກິດໄດ້ ແລະ
ຮູ້ຈັດຕັ້ງນໍາພາ) ໂດຍສາມາດເຮັດວຽກໄດ້ນຳທັງພາກລັດ ແລະ
ເອກະຊົນກໍຄືອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ; ແລະ ຍັງສາມາດບໍລິຫານທຸລະກິດຕົນເອງ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລຄອມເຊັນເຕີ
ຖະໜົນ ຄູວຽງ, ບ້ານ ໜອງຈັນ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 2224
ໂທ: 021 216532, 213548. ແຟັກ: 021 222433
ອີເມວ: comcenteruniversity@yahoo.com


