ສາຂາ ຊ່າງໄມ້ເຟີນິເຈີ ວິທະຍາໄລເຕັກນິກປາກປ່າສັກ
ຊ່າງໄມ້ເຟີນິເຈີ
ຫຼັກສູດ: ຊັ້ນກາງ 12 + 2
ວິທະຍາໄລເຕັກນິກປາກປ່າສັກ
ນິຍາມ ແລະ ຄວາມສຳຄັນ
ສາຂາຊ່າງໄມ້ ແລະ
ເຟີນິເຈີ ເປັນສາຂາທີ່ເວົ້າເຖິງການສຶກສາກ່ຽວກັບການຜະລິດເຄື່ອງເຟີນິເຈີປະເພດໄມ້.
ສາຂານີ້ເປັນວິຊາຊີບທີ່ສາມາດປະກອບເຂົ້າໃນວຽກງານການຜະລິດ ເຊິ່່ງມີຄວາມຮຽກຮ້ອງຕ້ອງການຫຼາຍຈາກທັງພາກລັດ
ແລະ ເອກະຊົນ. ນອກຈາກນີ້ ການຜະລິດເຄື່ອງເຟີນິເຈີ ຍັງມີຄວາມສໍາຄັນໃນການຊ່ວຍຫັນປ່ຽນ
ຈາກອຸດສາຫະກໍາການຂຸດຄົ້ນ ແລະ ນໍາໃຊ້ວັດຖຸດິບ ມາເປັນອຸດສາຫະກໍາການຜະລິດ
ເຊິ່ງຈະຊ່ວຍສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ສ້າງລາຍຮັບໃຫ້ແກ່ປະເທດຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ສຶກສາກ່ຽວກັບ
ການຜະລິດເຄື່ອງເຟີນິເຈີ ແລະ ເຄື່ອງຮັບໃຊ້ພາຍໃນເຮືອນ ໃນນັ້ນປະກອບມີ
ການສຶກສາກ່ຽວກັບພື້ນຖານການເຮັດເຄ່ື່ອງເຮືອນປະເພດຕ່າງໆ ເຊັ່ນ: ການເຮັດຕູ້, ໂຕະ,
ຕັ່ງ, ຕຽງ ແລະ ອື່ນໆ. ນອກຈາກນີ້
ນັກສຶກສາຍັງຈະໄດ້ຮຽນກ່ຽວກັບວິທີການແຕ້ມແບບ ແລະ ອອກແບບ, ການຄິດໄລ່ປະເມີນລາຄາ, ການນໍາໃຊ້ເຄື່ອງມື ແລະ ເຄື່ອງຈັກ,
ການຄິດໄລ່ໂຄງຮ່າງ
ແລະ ບໍລິມາດເຄື່ອງເຟີນິເຈີ ແລະ ວິທະຍາການໄມ້ ເຊັ່ນ: ການຄິດໄລ່ໜ້າກວ້າງ-ຍາວຂອງຕູ້
ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນປະກອບມີ
ການຮຽນກ່ຽວກັບທິດສະດີພາຍໃນຫ້ອງຮຽນ ເພື່ອມາເປັນພື້ນຖານໃຫ້ແກ່ການປະຕິບັດຕົວຈິງ.
ເຊິ່ງໃນການລົງປະຕີບັດຕົວຈິງນີ້ ນັກສຶກສາຈະໄດ້ເຮັດການກົບໄມ້, ການເຂົ້າໄມ້,
ການປາດມຸມໄມ້
ແລະ ອື່ນໆ. ຫຼັງຈາກນັ້ນ ຈະໄດ້ຝຶກການນໍາໃຊ້ເຄື່ອງຈັກ. ໃນແຕ່ລະພາກຮຽນ, ນັກສຶກສາຈະໄດ້ຜະລິດເຄື່ອງເຟີນິເຈີໃດໜຶ່ງ ດ້ວຍຕົນເອງ
ພາຍໃຕ້ການຊີ້ນໍາຈາກອາຈານ. ນອກຈາກນີ້ ຍັງມີການລົງຝຶກງານ
ຕາມບໍລິສັດຜະລິດເຄື່ອງເຟີນິເຈີ ເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານ
ວິຊາຄະນິດສາດ. ເປັນຄົນ ທີ່ມັກການລົງມືປະຕິບັດຕົວຈິງ, ມີຄວາມຄິດສ້າງສັນ, ມີຫົວຄິດປະດິດສ້າງ, ມີຄວາມອົດທົນ ແລະ ຄວາມພະຍາຍາມສູງ.
ມີຄວາມສົນໃຈໃນການອອກແບບ ແລະ ປະດິດເຄື່ອງມືເຄື່ອງໃຊ້ຕ່າງໆ.
ຈົບແລ້ວສາມາດ
ສາມາດປະຕິບັດຕົວຈິງ
ເຊັ່ນ: ສາມາດກົບໄມ້, ເຈາະໄມ້, ແຕ້ມແບບ,
ສຶກສາແບບ, ເຮັດລາຍການໄມ້ (ເຮັດລາຍການຂອງໄມ້ ແລະ ປະເພດໄມ້
ທີ່ຈະເອົາມາປະກອບເປັນເຄື່ອງເຟີນິເຈີ ເຊັ່ນ: ໃນການເຮັດຕູ້
ກໍ່ຈະປະກອບມີໄມ້ທີ່ຈະເອົາມາເຮັດ ຂາຕູ້,
ຝາຕູ້
ເປັນຕົ້ນ), ຕັດໄມ້, ຊອຍໄມ້,
ທາສີ, ຂັດໄມ້ ແລະ
ສາມາດເຂົ້າໃຈເຄື່ອງໝາຍທີ່ໃຊ້ເຂົ້າໃນແບບເຟີນິເຈີ.
ອາຊີບ
ສາມາດປະກອບອາຊີບ
ເປັນຫົວໜ້າຊ່າງ ເຊິ່ງມີໜ້າທີ່ເປັນຜູ້ຄວບຄຸມ ແລະ ແນະນໍາການຜະລິດ, ເປັນຊ່າງໄມ້
ໂດຍສາມາດເຮັດວຽກຕາມໂຮງງານຜະລິດເຄື່ອງເຟີນິເຈີໄມ້ຕ່າງໆ ຫຼື ເປັນຊ່າງໄມ້ອິດສະຫຼະ.
ນອກຈາກນີ້ ຍັງສາມາດເປັນຜູ້ປະກອບການບໍລິສັດທີ່ເຮັດກ່ຽວກັບການຜະລິດເຄື່ອງເຟີນິເຈີ
ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 263172
ເວັບໄຊ໌ http://www.pakpasak.edu.la/


