ສາຂາ ຄອມພິວເຕີທຸລະກິດ ວິທະຍາໄລເຕັກນິກປາກປ່າສັກ
ຄອມພິວເຕີ ທຸລະກິດ
ຫຼັກສູດ: ຊັ້ນສູງ 3 ປີ
ວິທະຍາໄລເຕັກນິກປາກປ່າສັກ
ນິຍາມ ແລະ ຄວາມສຳຄັນ
ຄອມພິວເຕີທຸລະກິດ ແມ່ນການນໍາໃຊ້ຄອມພິວເຕີ ເພື່ອຊ່ວຍໃນການ
ບໍລິຫານທຸລະກິດ ເຊິ່ງລວມມີການນໍາໃຊ້ ບັນດາໂປຣແກຣມ ເພື່ອການບັນທຶກ ແລະ
ການຄິດໄລ່ທາງດ້ານການບັນຊີ ຂອງທຸລະກິດ. ຄອມພິວເຕີທຸລະກິດ ມີຄວາມສໍາຄັນ ໃນການສ້າງ
ບຸກຄະລາກອນ ໃຫ້ມີຄວາມສາມາດ ແລະ ມີຄວາມຊໍານານສະເພາະດ້ານການນໍາໃຊ້ຄອມພິວເຕີ
ເພື່ອຊ່ວຍໃຫ້ການບໍລິຫານ ທຸລະກິດໃຫ້ມີປະສິດທິພາບ ເປັນຕົ້ນແມ່ນ
ການນໍາໃຊ້ໂປຣແກຣມຂອງຄອມພິວເຕີ ທີ່ກ່ຽວຂ້ອງກັບການບັນຊີທຸລະກິດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບສາມດ້ານໃຫຍ່ຄື: ດ້ານພູມສັນຖານ, ດ້ານໄອທີ ແລະ ດ້ານວິສະວະກໍາສະຖາປັດຕະຍະກໍາ ເຊິ່ງລວມມີ:
ການສຶກສາລັກສະນະຂອງພື້ນດິນ, ການນໍາໃຊ້ທີ່ດິນ
ແລະ ສິ່ງປຸກສ້າງ; ລະບົບຄອມພິວເຕີ
ແລະ ໂປຣແກຣມຕ່າງໆ ເຊັ່ນ: ລະບົບຄອມພິວເຕີກຣາບຟິກ, ໂປຣແກຣມແຕ້ມແບບ; ເຄື່ອງມື ແລະ ວິທີການເກັບກໍາຂໍ້ມູນ, ການສ້າງຖານຂໍ້ມູນພູມສັນຖານດ້ວຍໂປຣແກຣມ.
ນອກນີ້ ຍັງສຶກສາກ່ຽວກັບ ພື້ນຖານການສຳຫຼວດ, ວັດແທກ ແລະ ການອອກແບບວາງແຜນການກໍ່ສ້າງອີກດ້ວຍ.
ວິທີການສິດສອນ
ສາຂານີ້
ຮຽນກ່ຽວກັບການນໍາໃຊ້ຄອມພິວເຕີເຂົ້າຊ່ວຍໃນການດໍາເນີນທຸລະກິດ
ໂດຍເນັ້ນໜັກດ້ານພື້ນຖານການບັນຊີ
ເພື່ອໃຫ້ສາມາດນໍາໃຊ້ເຂົ້າໃນການບໍລິຫານທຸລະກິດຕົວຈິງ ເປັນຕົ້ນແມ່ນຄະນິດສາດຄອມພິວເຕີ
ແລະ ການນໍາໃຊ້ໂປຣແກຣມ Microsoft Excel ເຂົ້າໃນການຄິດໄລ່ທາງດ້ານບັນຊີ ແລະ
ການຂຽນໂປຣແກຣມຄອມພິວເຕີເຊັ່ນ: ການຂຽນເວັບໄຊ໌ດ້ວຍພາສາ HTML, ການວິເຄາະ ແລະ ອອກແບບລະບົບ ແລະ
ການສ້ອມແປງຄອມພິວເຕີເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານ ວິຊາ ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີ. ເປັນຄົນ ທີ່ມີຄວາມກະຕືລືລົ້ນ
ແລະ ຊອກຮຽນຮູ້ດ້ວຍຕົນເອງໃນສິ່ງປະດິດໃໝ່ໆ. ມີຄວາມສົນໃຈ ໃນຄອມພິວເຕີ, ການເຮັດວຽກໃນລະບົບຫ້ອງການ, ການບັນຊີ ແລະ ເຮັດວຽກການບໍລິຫານທາງດ້ານທຸລະກິດ.
ຈົບແລ້ວສາມາດ
ພາຍຫຼັງຮຽນຈົບ, ນັກສຶກສາ ຈະຮູ້ຈັກວິທີການນໍາໃຊ້ ຄອມພີວເຕີ
ເຂົ້າຊ່ວຍໃນວຽກງານການຄຸ້ມຄອງການດໍາເນີນທຸລະກິດ. ມີຄວາມສາມາດທາງດ້ານການບັນທຶກ ແລະ
ການຄິດໄລ່ທາງດ້ານບັນຊີ ໂດຍນໍາໃຊ້ໂປຣແກຣມຄອມພິວເຕີ. ນອກນັ້ນ, ນັກສຶກສາຍັງ ຈະໄດ້ຮູ້ຈັກ ວິທີອອກແບບ ແລະ ບໍລິຫານເວັບໄຊ໌
ໃນຂັ້ນຕົ້ນ, ການຂຽນໂປຣແກຣມ, ການສ້າງຖານຂໍ້ມູນ ແລະ ການສ້ອມແປງຄອມພິວເຕີ ອີກດ້ວຍ.
ອາຊີບ
ນັກສຶກສາ ສາມາດປະກອບອາຊີບເປັນ ນັກບັນຊີ, ເປັນຜູ້ຂຽນໂປຣແກຣມ, ເປັນຜູ້ອອກແບບເວັບໄຊ໌ ໄດ້ທຸກຫ້ອງການ ທັງພາກລັດ ແລະ ເອກະຊົນ; ສາມາດນໍາໃຊ້ຄວາມຮູ້ຈາກການສຶກສາ ສາຂານີ້
ເຂົ້າໃນການບໍລິຫານທຸລະກິດ ຂອງຕົນເອງ. ນອກຈາກນັ້ນ, ຍັງສາມາດ ປະກອບອາຊີບເປັນ ອາຈານສອນ
ວິຊາທີ່ກ່ຽວຂ້ອງກັບສາຂາດັ່ງກ່າວ ອີກດ້ວຍ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ໂທ: 021 263172


