ສິ່ງທີ່ນັກຮຽນ ມ.ປາຍ ຕ້ອງຮູ້ ເພື່ອກຽມເຂົ້າມະຫາວິທະຍາໄລ
ການຮຽນຊັ້ນມັດທະຍົມ
ແລະ ການກຽມຕົວກ່ອນເສັງເຂົ້າມະຫາວິທະຍາໄລ
ເປັນໄລຍະທີ່ນ້ອງໆອ່ານປຶ້ມໜັກທີ່ສຸດໃນຊີວິດກໍວ່າໄດ້ ທັງເປັນໄລຍະທີ່ຄວາມຄຽດ ແລະ
ຄວາມກົດດັນຈາກອ້ອມຂ້າງ.
ສະນັ້ນ, ໝູ່ເພື່ອນ
ຄອບຄົວ ສັງຄົມ ເຮັດໃຫ້ເຮົາຕ້ອງພະຍາຍາມເພີ່ມຂຶ້ນອີກຫຼາຍເທົ່າ ແລະ
ເປັນທາງອອກໃຫ້ນ້ອງໆໄວຮຽນຫຼາຍຄົນເລືອກໃຊ້ເພື່ອສ້າງຄວາມໝັ້ນໃຈ ແລະ
ກຽມຫຼຸດແຮງກົດດັນເຫຼົ່ານັ້ນ ຄື: ມຸ່ງໝັ້ນຮຽນພິເສດ ຫຼື
ອ່ານປຶ້ມສອບເສັງຈົນຫຼາຍຄົນລືມການກຽມຕົວກຽມໃຈ ແລະ ດ້ານອື່ນໆທີ່ຈຳເປັນ
ກ່ອນການສອບເສັງເຂົ້າມະຫາວິທະຍາໄລໄປເລີຍ. ມື້ນີ້ພວກເຮົາໄດ້ນຳເອົາ 5 ສິ່ງທີ່ນັກຮຽນ ມ.ປາຍ ຕ້ອງຮູ້ ແລະ ຕ້ອງກຽມກ່ອນເສັງເຂົ້າມະຫາວິທະຍາໄລ.
1. ຄົ້ນຫາຕົວເອງໃຫ້ພົບ: ນ້ອງໆມັດທະຍົມຫຼາຍໆຄົນ ລວມທັງຊັ້ນ ມ 7 ກໍອາດຈະຍັງບໍ່ຮູ້ວ່າຕົວເອງຢາກເປັນຫຍັງ? ຢາກຮຽນສາຂາຫຍັງ? ຕ້ອງສອບເຂົ້າຄະນະໃດ? ເພາະນ້ອງໆອາດຈະຄິດພຽງແຕ່ວ່າເຮົາມີໜ້າທີ່ຮຽນກໍຮຽນໄປເລື້ອຍໆ
ສອບເສັງເລືອກຄະນະກໍເລືອກຕາມໝູ່ເພື່ອນ ຫຼື ຮຽນຕາມທີ່ພໍ່ແມ່ແນະນຳໃຫ້
ເຊິ່ງການຄິດແບບນັ້ນເປັນວິທີການທີ່ຜິດ ແລະ ບໍ່ສົ່ງຜົນດີຕໍ່ອະນາຄົດຂອງນ້ອງໆເລີຍ
ຖ້າຫາກວ່າເຂົ້າໄປຮຽນແລ້ວບໍ່ມັກ, ຮຽນບໍ່ໄດ້ອາດຈະຕ້ອງເສຍເວລາໄປອີກ
ຫຼື
ຕໍ່ໃຫ້ຮຽນຈົບແລ້ວອາດຈະຕ້ອງທົນເຮັດວຽກທີ່ຕົວເອງບໍ່ມັກບໍ່ຖະໜັດນັ້ນໄປຕະຫຼອດຊີວິດ.
ສະນັ້ນ, ສິ່ງສຳຄັນສິ່ງທຳອິດຄືນ້ອງໆຕ້ອງຄົ້ນຫາຕົວເອງໃຫ້ພົບກ່ອນວ່າ
ເຮົາມັກຄະນະຫຍັງ? ມັກເຮັດວຽກແບບໃດ? ຈົບມາຈະປະກອບອາຊີບຫຍັງ? ເຊິ່ງອາດຈະເຮັດໄດ້ໂດຍເບິ່ງຈາກລັກສະນະນິດໄສຂອງຕົວເອງ
ຖາມຮຸ່ນເອື້ອຍອ້າຍຄະນະຕ່າງໆ ຫຼື ເຂົ້າຮ່ວມງານແນະນຳສາຍການຮຽນ, ງານຕະຫຼາດນັດແຮງງານ ແລະ ງານກິດຈະກຳອື່ນໆທີ່ທາງມະຫາວິທະຍາໄລ
ຫຼື ຄະນະຕ່າງໆຈັດຂຶ້ນໃນແຕ່ລະປີ ເພື່ອຄົ້ນຫາຕົວເອງໃຫ້ພົບວ່າຄະນະໃດທີ່ເຮົາມັກ ແລະ
ເໝາະສົມສຳລັບເຮົາ.
(ພາບປະກອບ)
2. ຫາຂໍ້ມູນການສອບເສັງ ແລະ ຮຽນຕໍ່:
ເມື່ອເຮົາຮູ້ວ່າຕົວເອງຢາກຮຽນຄະນະຫຍັງ ແລະ ຢາກເຮັດວຽກກ່ຽວກັບຫຍັງແລ້ວ
ນ້ອງໆກໍຕ້ອງຮູ້ວ່າຈະມີມະຫາວິທະຍາໄລໃດແດ່ທີ່ເປີດສອນ ແລະ
ວິທີການເສັງເຂົ້າມະຫາວິທະຍາໄລ ຫຼື ສາຂານັ້ນຄືແນວໃດ
ເຮົາຈະຕ້ອງໄດ້ຄົ້ນຫາດ້ວຍຫຼາຍຊ່ອງທາງບໍ່ວ່າຈະເປັນການສອນໂດຍກົງຂອງມະຫາວິທະຍາໄລ ຫຼື
ຈະເປັນການຄົ້ນຫາຫົວບົດສອບເສັງໃນປີຜ່ານມາຕາມເວັບໄຊ ຫຼື ເຟສບຸ໊ກຂອງມະຫາວິທະຍາໄລ ແລະ
ຊ່ອງທາງອື່ນໆ.
ດັ່ງນັ້ນ, ນ້ອງໆທຸກຄົນຢູ່ໃນຍຸກການນຳໃຊ້ອິນເຕີເນັດທີ່ເປັນສູນກາງທຸກຢ່າງ
ແລະ ເປັນຄູ່ມືການໃຊ້ຊີວິດທີ່ສະດວກທີ່ສຸດຈົ່ງໃຊ້ມັນຄົ້ນຫາຂໍ້ມູນ ແລະ
ຕິດຕາມຂ່າວສານທີ່ເຮົາຕ້ອງການໃຫ້ພ້ອມເອົາໄວ້.
3. ປຶກສາສອບຖາມຮຸ່ນເອື້ອຍອ້າຍ: ແນ່ນອນວ່າການສອບຖາມ ຫຼື
ປຶກສາຮຸ່ນເອື້ອຍອ້າຍຂອງແຕ່ລະຄະນະ ຫຼື ສາຂານັ້ນໂດຍກົງ ຈະເປັນແຫຼ່ງຂໍ້ມູນທີ່ຊັດເຈນ
ແລະ
ໜ້າຈະກົງກັບຄວາມຕ້ອງການຂອງນ້ອງໆທີ່ສຸດສິ່ງທີ່ນ້ອງຈຳເປັນຕ້ອງຖາມຈາກຮຸ່ນເອື້ອຍອ້າຍ
ຄືຮູບແບບການຮຽນ ແລະ ການໃຊ້ຊີວິດໃນມະຫາວິທະຍາໄລ
ເຊັ່ນ:
ເຂົ້າສາຂານີ້ເຮົາຈະຕ້ອງໄດ້ຮຽນວິຊາໃດແດ່, ຕ້ອງກຽມຕົວແບບໃດ ວຽກທີ່ຮອງຮັບເມື່ອຮຽນຈົບໄປແລ້ວເປັນແບບໃດ
ເປັນຕົ້ນເພື່ອນ້ອງໆຈະໄດ້ຮູ້ວ່າຖ້າໄດ້ເຂົ້າໄປຮຽນແລ້ວຈະຮຽນໄດ້ ຫຼື ບໍ່ ແລະ
ເມື່ອຮຽນຈົບມາແລ້ວຮູບແບບການເຮັດວຽກລັກສະນະແບບນີ້ເຮົາຈະມັກບໍ່?.
4. ຈັດຕາຕະລາງການອ່ານປຶ້ມ:
ເມື່ອມີເປົ້າໝາຍການສອບເສັງແລ້ວກໍມາເຖິງຂັ້ນຕອນສຳຄັນທີ່ສຸດຂອງນ້ອງໆ ມ.ປາຍ
ນັ້ນກໍຄືການສອບເສັງເຂົ້າມະຫາວິທະຍາໄລທີ່ເຮົາຕ້ອງການ
ເພາະເຮົາຈະຕ້ອງແຂ່ງຂັນກັບເພື່ອນນັກຮຽນຄົນອື່ນທັງປະເທດ
ເຊິ່ງບໍ່ແມ່ນເລື່ອງ່າຍແນ່ນອນ.
ດັ່ງນັ້ນ, ນ້ອງໆທຸກຄົນ ໂດຍສະເພາະແມ່ນນັກຮຽນ ມ 6, ມ 7
ຈະມົວແຕ່ທ່ຽວຫຼິ້ນ ຫຼື ປ່ອຍເວລາໃຫ້ເສຍໄປເລື້ອຍໆບໍ່ໄດ້ແລ້ວ
ນ້ອງໆຈະຕ້ອງເລີ່ມຈັດຕາຕະລາງການອ່ານປຶ້ມໃຫ້ພ້ອມຕັ້ງແຕ່ຫົວທີ ອາດຈະເລີ່ມແຕ່ຕອນຮຽນ ມ 6 ແລະ
ຄວນວາງແຜນໃຫ້ອ່ານເນື້ອໃນແຕ່ລະວິຊາທີ່ຕ້ອງສອບເສັງໃຫ້ແລ້ວທັງໝົດກ່ອນມື້ສອບເສັງ ປະມານ
1
– 2 ມື້
ເພື່ອຄວາມໝັ້ນໃຈບໍ່ແມ່ນຈະມາອ່ານສະເພາະໃນຄືນຈະສອບເສັງ.
5. ຕັ້ງໃຈໃຫ້ແນ່ນອນທໍ້ໄດ້ແຕ່ຫ້າມຖອຍ:
ຂໍ້ສຸດທ້າຍນີ້ສຳຄັນຫຼາຍເຊັ່ນກັນ
ເພາະໃນການກຽມເສັງເຂົ້າມະຫາວິທະຍາໄລຢ່າງທີ່ເຮົາຮູ້ວ່າຈະເປັນໄລຍະທີ່ອ່ານປຶ້ມ ແລະ
ຮຽນໜັກທີ່ສຸດ ແລ້ວຍັງຕ້ອງພົບຄວາມກົດດັນຈາກສັງຄົມອ້ອມຂ້າງອີກ ເຮັດໃຫ້ຫຼາຍຄັ້ງລະ
ຫວ່າງທີ່ອ່ານປຶ້ມນ້ອງໆອາດຈະເມື່ອຍ ແລະ ທໍ້.
ດັ່ງນັ້ນ, ຖ້ານ້ອງໆຮູ້ສຶກອິດເມື່ອຍກໍຕ້ອງຫາທາງຜ່ອນຄາຍຕົວເອງ
ຢຸດອ່ານປຶ້ມໄລຍະໜຶ່ງແລ້ວໄປເຮັດກິດຈະກຳອື່ນໆທີ່ມັກ ຫຼື ຢາກເຮັດເພື່ອປ່ຽນບັນຍາກາດ.
ຈາກນັ້ນ,
ເມື່ອຮູ້ສຶກດີ ແລະ
ມີກຳລັງໃຈຂຶ້ນກໍໃຫ້ກັບມາອ່ານປຶ້ມຕໍ່ຢ່າຟ້າວທໍ້ໃຈຈົນເລີກອ່ານປຶ້ມໄປເລີຍ.
ຮຽບຮຽງໂດຍ:
ແກ້ວ;
ຂໍ້ມູນຈກ: admissionpremium, ໜັງສຶພິມເສດຖະກິດ-ການຄ້າ





