ສາຂາ IT ຫຼື ເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
IT ຫຼື ເຕັກໂນໂລຊີຂໍ້ມູນຂ່າວສານ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື Information
Technology (IT)ໝາຍເຖິງການປະຍຸກໃຊ້ເຕັກໂນໂລຊີເຂົ້າໃນການປະມວນຜົນແລະຈັດການຂໍ້ມູນໃຫ້ມີປະສິດທິພາບ, ຊັດເຈນ ແລະ ວ່ອງໄວ. IT ມີຄວາມສຳຄັນຫຼາຍໃນການອໍານວຍຄວາມສະດວກໃຫ້ແກ່ການດຳລົງຊີວິດນັບຕັ້ງແຕ່ການຈັດເກັບຂໍ້ມູນໃນໂທລະສັບມືຖືຈົນເຖິງການພັດທະນາໂປຣແກຣມເພື່ອຈັດການ
ແລະ ບໍລິຫານຂໍ້ມູນຂະໜາດໃຫຍ່ ແລະ ຊັບຊ້ອນ ເຊັ່ນ: ລະບົບທະນາຄານ, ຕະຫຼາດຫຼັກຊັບ ເປັນຕົ້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ເປັນການຮຽນກ່ຽວກັບການຈັດການບໍລິຫານຂໍ້ມູນຂ່າວສານໃຫ້ມີປະສິດທິພາບ
ເຊິ່ງກວມເອົາການຮັບ-ສົ່ງ, ການແປງ, ການຈັດເກັບ ແລະ ການຄົ້ນຫາຂໍ້ມູນ. ນອກນັ້ນ, ຍັງຈະໄດ້ຮຽນກ່ຽວກັບການອອກແບບເວັບໄຊ, ການຂຽນໂປຣແກຣມ, ການຕິດຕັ້ງເຄືອຂ່າຍຄອມພິວເຕີໃນອົງກອນ, ການສ້າງຖານຂໍ້ມູນ, ການຈັດການໂຄງການທາງຊອຟແວຣ໌, ການບໍລິຫານທຸລະກິດຂໍ້ມູນຂ່າວສານ, ການເຮັດທຸລະກິດທາງອິນເຕີເນັດ, ການສ້າງແອັບພຼີເຄຊັ່ນ, ອອກແບບກຣາບຟິກ ແລະອື່ນໆ.
ວິທີການສິດສອນ
ວິທີການສິດສອນປະກອບມີທິດສະດີ
ຄຽງຄູ່ກັບການປະຕິບັດໃນຫ້ອງທົດລອງໂດຍມີອາຈານນໍາພາເພື່ອເຝິກຊ້ອມ ແລະ ແກ້ໄຂບັນຫາຕົວຈິງໂດຍອີງໃສ່ທິດສະດີຂອງແຕ່ລະວິຊາ.
ນັກສຶກສາຈະໄດ້ເຮັດບົດລາຍງານ ແລະ ນໍາສະເໜີ ກ່ຽວກັບການອອກແບບ ແລະ
ວິເຄາະໂຄງການຊອຟແວຣ໌ທີ່ນຳໃຊ້ໄດ້ຈິງທັງໃນຮູບແບບກຸ່ມ ແລະ ດ່ຽວ. ນອກນັ້ນຍັງຈະມີໂອກາດໄປຝຶກງານຢູ່ຕ່າງປະເທດ ແລະ
ມີການຂຽນບົດໂຄງການຈົບຊັ້ນ ໂດຍວິເຄາະກໍລະນີສືກສາດ້ານ IT ຂອງບໍລິສັດຕ່າງໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານວິຊາຄະນິດສາດແລະ ຟີຊິກທົ່ວໄປ.
ນອກນີ້ຄວນມີຄວາມສົນໃຈທາງດ້ານເຕັກໂນໂລຊີ, ຕິດຕາມຂໍ້ມູນຂ່າວສານກ່ຽວກັບITຢູ່ເລື້ອຍໆ.ເປັນຄົນໃສ່ໃຈໃນລາຍລະອຽດ,ມັກຄວາມທ້າທາຍໃນການແກ້ໄຂບັນຫາ, ມັກທົດລອງໃນສິ່ງໃໝ່ໆ, ມັກໃນການຄິດໄລ່ ແລະ ມີຄວາມອົດທົນ.
ຈົບແລ້ວສາມາດ
ມີທັກສະໃນການຈັດການລະບົບຂໍ້ມູນຂ່າວສານ, ອອກແບບ ແລະ ພັດທະນາໂປຣແກຣມ ແລະ ເວັບໄຊ, ຕິດຕັ້ງ ແລະ ຄວບຄຸມລະບົບເຄືອຂ່າຍ, ສາມາດຄຸ້ມຄອງໂຄງການກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ
ຊອຟແວຣ໌,
ສ້າງພາບກຣາບຟິກແລະ ພາບເຄື່ອນໄຫວ, ແລະ ສ້າງແອັບພຼີເຄຊັ່ນເທິງໂທລະສັບມືຖື.
ອາຊີບ
ເປັນຜູ້ພັດທະນາລະບົບຊອຟແວຣ໌ (ໂປຣແກຣມ, ແອັບພຼີເຄຊັ່ນ) ແລະ ເຄືອຂ່າຍລະບົບຄອມພິວເຕີ, ເປັນນັກອອກແບບ ແລະ ພັດທະນາເວັບໄຊ, ຜູ້ບໍລິຫານລະບົບຄອມພິວເຕີ, ນັກບຸລະນະຮັກສາບຳລຸງລະບົບIT ໃນທຸກໆອົງກອນທັງພາກລັດ ແລະ ເອກະຊົນ. ນອກນັ້ນ,ຍັງສາມາດປະກອບອາຊີບເປັນອາຈານສອນ ແລະ
ປະກອບທຸລະກິດເປັນຂອງຕົນເອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌ www.fe-nuol.edu.la


