ສາຂາ ສະຖາປັດຕະຍະກໍາ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ
ສະຖາປັດຕະຍະກໍາ
ຫຼັກສູດ: ປະລິນຍາຕີ 5 ປີ
ຄະນະວິຊາສະຖາປັດຕະຍະກຳສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ສາຂາວິຊາສະຖາປັດຕະຍະກຳ
ໝາຍເຖິງການສຶກສາ ເພື່ອອອກແບບສະຖາປັດຕະຍາກໍາທີ່ຕ້ອງອາໄສຄວາມຮູ້ທາງດ້ານສິລະ ປະ, ວິທະຍາສາດ ແລະ ເຕັກນິກວິທະຍາການຕ່າງໆ ປະກອບເຂົ້າກັນລວມເປັນຄວາມຮູ້
ທາງດ້ານວິຊາການ ເພື່ອນໍາມາສະ
ໜອງຄວາມຕ້ອງການທາງດ້ານສະຖາປັດຕະຍະກໍາຂອງອະລິຍະທໍາສັງຄົມ.ໃຫ້ນັກສຶກສາເກີດຄວາມເຂົ້າໃຈໃນລາຍລະອຽດ
ຂອງການອອກແບບສິ່ງປຸກສ້າງຕັ້ງແຕ່ຂະໜາດນ້ອຍເຖີງຂະໜາດໃຫຍ່.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນ ກ່ຽວກັບ
ບັນດາວິທີການທີ່ນໍາໃຊ້ເຂົ້າໃນວຽກງານສະຖາປັດ
ໂດຍເເນໃສ່ໃຫ້ນັກສຶກສາມີຄວາມຮູ້ ແລະ
ເຂົ້າໃຈເຖິງທິດສະດີສະຖາປັດຕະຍະກຳສາດ,
ປະຫວັດສາດສະຖາປັດ, ສິລະປະວັດທະນະທຳ, ເຕັກໂນໂລຊີອາຄານ ແລະ ຄວາມຮູ້ພື້ນຖານດ້ານການອອກແບບ
ເພື່ອໃຫ້ນັກສຶກສາມີຄວາມສາມາດ ໃນການຈິນຕະນາການ ແລະ
ສາມາດນຳເອົາຄວາມຮູ້ດັ່ງກ່າວເຂົ້າໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງ.
ວິທີການສິດສອນ
ການສິດສອນໃນພາກວິຊາສະຖາປັດຕະຍະກຳສາດ
ປະກອບມີ ພາກທິດສະດີ ແລະ ພາກປະຕິບັດຕົວຈິງເຊັ່ນ:
ການເຝິກແຕ້ມຮູບ ແລະ ການອອກແບບໂຄງການຕ່າງໆ
ໂດຍເລີ່ມຈາກໂຄງການຂະໜາດນ້ອຍຫາໃຫຍ່ ເຊັ່ນ: ເຮືອນ, ໂຮງຮຽນ ແລະ ອາຄານອື່ນໆ. ນອກຈາກນັ້ນ, ຍັງມີການລົງຝຶກງານໃນສໍານັກງານຂອງລັດຖະບານ
ແລະ ບໍລິສັດອອກແບບພາກເອກະຊົນຕ່າງໆ,
ເຮັດບົດລາຍງານທັງແບບກຸ່ມ
ແລະ ດ່ຽວ ແລະ ຂຽນບົດໂຄງການຈົບຊັ້ນໃນຫົວຂໍ້ທີ່ຕົນເອງສົນໃຈ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານຄະນິດສາດ
ແລະ ຟິຊິກສາດ. ເປັນຄົນມີແນວຄວາມຄິດລິເລີ່ມໃນການອອກແບບ, ມີຄວາມສາມາດໃນການແຕ້ມຮູບ, ມີຄວາມມັກໃນການລອງເຮັດສິ່ງໃໝ່ໆ.
ມີຄວາມສົນໃຈໃນສິລະປະ ແລະ ມີຈິນຕະນາການ,
ມີທັກສະໃນການວິເຄາະບັນຫາ, ການຮັບຟັງ ແລະ
ການປັບຕົວເຂົ້າກັບສະພາບແວດລ້ອມອ້ອມຂ້າງ.
ຈົບແລ້ວສາມາດ
ຄວາມສາມາດໃນການສຶກສາ, ການອອກແບບ ດ້ານສະຖາປັດຕະຍະກຳ ໃຫ້ແທດເໝາະກັບ
ສະພາບແວດລ້ອມ. ມີຄວາມຮູ້ພື້ນຖານ ກ່ຽວກັບ ການນໍາໃຊ້ວັດສະດຸກໍ່ສ້າງປະເພດຕ່າງໆ
(ດິນຈີ່, ແກ້ວ,
ວັດສະດຸກັນຄວາມຮ້ອນ…), ການໃຊ້ໂປຣແກຣມຄອມພິວເຕີ ແລະ
ເຄື່ອງມືອື່ນໆເຂົ້າໃນການອອກແບບອາຄານເປັນລະບົບ 2 ມິຕິ ຫຼື 3 ມິຕິ.
ອາຊີບ
ເປັນນັກສະຖາປະນິກທີ່ຕອບສະໜອງວຽກງານວິຊາການໃຫ້ແກ່ພາກສ່ວນລັດ
ແລະ ເອກະຊົນ ເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກ ແລະ ຫ້ອງການຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ, ເປັນທີ່ປຶກສາໃຫ້ແກ່ໂຄງການ ແລະ
ບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດ,
ເປັນຜູ້ປະກອບການໃນຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບວຽກງານສະຖາປັດ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ສະຖາປັດຕະຍະກໍາສາດ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ


