ສາຂາ ການພັດທະນາ ໂປຣແກຣມຄອມພິວເຕີ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ການພັດທະນາ ໂປຣແກຣມຄອມພິວເຕີ

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ການພັດທະນາໂປຣແກຣມ ແມ່ນການອອກແບບລະບົບ ແລະ ສ້າງໂປຣແກຣມໂດຍການນຳໃຊ້ເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ງານ ທັງໃນວຽກງານຄິດໄລ່ເກັບກຳທົ່ວໄປໃນຊິວິດປະຈຳວັນ ຈົນເຖິງໃນລະດັບອົງກອນ. ການສ້າງສາ ແລະ ພັດທະນາໂປຣແກຣມມີຄວາມສຳຄັນ ໃນການສ້າງຄວາມສະດວກ, ຖືກຕ້ອງ ແລະ ຊັດເຈນ ໃນວຽກງານການຕິດຕໍ່ສື່ສານ ແລະ ເກັບກຳຂໍ້ມູນ, ສາມາດຫຼຸດຜ່ອນການຕົກເຮ່ຍເສຍຫາຍ ແລະ ຂໍ້ຜິດພາດຂອງຂໍ້ມູນສ່ວນບຸກຄົນ ແລະ ໃນອົງກອນ.

ວິຊານີ້ຮຽນກ່ຽວກັບຫຍັງ
ໃນສາຂາພັດທະນາໂປຣແກຣມນີ້, ນັກສຶກສາຈະໄດ້ຮຽນກ່ຽວກັບການຈັດການ ແລະ ເກັບກຳຂໍ້ມູນໂດຍລວມເພື່ອການວາງແຜນລະບົບ, ການອອກແບບໜ້າຕ່າງ, ການຂຽນໂຄດຄຳສັ່ງ ເພື່ອສ້າງໂປຣແກຣມການຈັດການຕ່າງໆ, ລວມໄປເຖິງການສ້າງເກມ ຫຼື ແອັບພລິເຄຊັນ ເທິງຈໍຄອມພິວເຕີ ຫຼື ມືຖື ໂດຍຜ່ານການສຶກສາທາງດ້ານການຂຽນໂປຣແກຣມ. ນອກນັ້ນ ນັກສຶກສາ ຍັງຈະໄດ້ຮຽນຮູ້ກ່ຽວກັບການນຳໃຊ້ຄອມພິວເຕີ ແລະ ບັນດາໂປຣແກຣມຄອມພິວເຕີໃຫ້ຖືກຕ້ອງຕາມຫຼັກການ.


ວິທີການສິດສອນ
ການສິດສອນໃນສາຂາວິຊານີ້ປະກອບມີ ການສຶກສາທິດສະດີທາງດ້ານຄະນິດສາດ ເພື່ອນຳໃຊ້ເຂົ້າໃນການຄິດໄລ່ເພື່ອຂຽນໂຄດ. ນອກນີ້, ຍັງຈະໄດ້ປະຕິບັດຕົວຈິງໃນຫ້ອງແລັບຄອມພິວເຕີເພື່ອ ການຮຽນຮູ້ ແລະ ສຶກສາພື້ນຖານການນໍາໃຊ້ຄອມພິວເຕີ, ການນຳໃຊ້ເຄື່ອງມືໃນການຂຽນໂຄດ, ການນຳໃຊ້ໂປຣແກຣມຕ່າງໆທີ່ກ່ຽວຂ້ອງ ເຂົ້າມາພັດທະນາ ເຊິ່ງການຮຽນໃນຫ້ອງເປັນພຽງພື້ນຖານການນຳໃຊ້ເທົ່ານັ້ນ, ນັກສຶກສາຄວນຄົ້ນຄວ້າໂຄດຕ່າງໆເພື່ອນຳໃຊ້ໃນໂປຣແກຣມດ້ວຍຕົວເອງຢູ່ສະເໝີ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານພາສາອັງກິດ ແລະ ຄະນິດສາດມີທັກສະ  ໃນການນໍາໃຊ້ຄອມພິວເຕີຂັ້ນພື້ນຖານເປັນຄົນ ມີຫົວຄິດສ້າງສັນ ແລະ ມີການວາງແຜນຢ່າງເປັນລະບົບ ເພື່ອປ້ອງກັນບັນຫາທີ່ອາດເກີດຂຶ້ນລ່ວງໜ້າ ແລະ ມີຄວາມສົນໃຈ ໃນການສຶກສາ ແລະ ຕິດຕາມເຕັກໂນໂລຊີຂ່າວສານໃໝ່ໆສະເໝີ.

ຈົບແລ້ວສາມາດ
ນັກສຶກສາທີ່ຮຽນຈົບຈາກສາຂານີ້ຈະຮູ້ວິທີການວາງແຜນ ແລະ ອອກແບບລະບົບໂປຣແກຣມ, ມີທັກສະໃນການສ້າງ (ຂຽນໂຄດ)ໂປຣແກຣມດ້ວຍພາສາ C ແລະ Java ເປັນຕົ້ນ ເພື່ອນໍາໃຊ້ພາຍໃນອົງກອນໃດໜຶ່ງ. ນອກນີ້, ຍັງສາມາດຈັດການ ແລະ ຈັດເກັບຂໍ້ມູນໂດຍການນຳໃຊ້ໂປຣແກຣມ ເຊັ່ນ: Microsoft Access , SQL ເປັນຕົ້ນ ເຂົ້າຊ່ວຍ.

ອາຊີບ
ພາຍຫຼັງຮຽນຈົບນັກສຶກສາສາມາດປະກອບອາຊີບເປັນນັກຂຽນໂປຣແກຣມອິດສະຫຼະ, ນັກອອກແບບວາງແຜນລະບົບໂປຣແກຣມ, ເປັນທີ່ປຶກສາກ່ຽວກັບການອອກແບບລະບົບ, ພັດທະນາ ແລະ ຄຸ້ມຄອງຮັກສາລະບົບໂປຣແກຣມນັ້ນໆ ເຊັ່ນ: ລະບົບຄິດໄລ່ບິນ, ຄິດໄລ່ເງິນເດືອນ, ແອັບພລິເຄຊັນທະນາຄານ ຫຼື ລະບົບເກັບກຳຂໍ້ມູນໜ່ວຍງານໃດໜຶ່ງ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ