ສາຂາ ນິເທດສິນ ສະຖາບັນ ວິຈິດສິນແຫ່ງຊາດ
ນິເທດສິນ
ຫຼັກສູດ: ຊັັ້ນສູງ 3 ປີ | ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ນິເທດສິນ
ເປັນສິລະປະສະໄໝໃໝ່ ທີ່ລວມເອົາວຽກງານການອອກແບບສື່ໂຄສະນາຕ່າງໆ, ການອອກແບບ ຜະລິດຕະພັນ, ບັນຈຸພັນ,
ສິລະປະການຖ່າຍຮູບ, ການຜະລິດສື່ວິທະຍຸ, ໂທລະພາບ, ການຖ່າຍທຳໜັງ
ເພື່ອນໍາໄປໃຊ້ໃນການສື່ສານ ເຊິ່ງວິຊານິເທດສິນ
ຖືວ່າມີຄວາມສຳຄັນຕໍ່ສັງຄົມປະຈຸບັນທີ່ພວມມີການຂະຫຍາຍຕົວ ແລະ
ມີການແຂ່ງຂັນສູງດ້ານສື່ໂຄສະນາ ແລະ ປະຊາສໍາພັນ ເພາະການນໍາສະເໜີແນວຄວາມຄິດ
ແລະ ຄວາມຮູ້ ຜ່ານສິລະປະຈະດຶງດູດຜູ້ພົບເຫັນ ແລະ ເປັນທີ່ໜ້າຈົດຈໍາ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບ
ເຕັກນິກ ແລະ ວິທີການໃນການ ອອກແບບຜະລິດຕະພັນ,
ບັນຈຸພັນ, ຜະລິດສື່ໂຄສະນາ,
ສິລະປະການຖ່າຍຮູບ, ການຜະລິດສື່ວິທະຍຸ, ໂທລະພາບ, ການຖ່າຍທຳໜັງ
ເພື່ອສ້າງຂີດຄວາມສາມາດໃຫ້ແກ່ນັກສຶກສາ ໃນການພັດທະນາແນວຄວາມຄິດ ແລະ
ຈິນຕະນາການ ຂອງເຂົາເຈົ້າ; ຮຽນກ່ຽວກັບ ປະຫວັດສາດ ສິລະປະ ແລະ
ການນໍາໃຊ້ໂປຼແກຼມ ຄອມພິວເຕີ ທີ່ໃຊ້ສໍາລັບ ການອອກແບບ ແລະ ຕັດຕໍ່ໜັງ.
ວິທີການສິດສອນ
ວິທີການສິດສອນປະກອບມີ
2 ພາກ ຄື: ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ ແລະ ນໍາຄວາມຮູ້ທີ່ໄດ້ຮຽນມາ
ໃຊ້ໃນ ພາກປະຕິບັດຕົວຈິງ; ໃນນັ້ນ ຈະມີການ
ເຮັດວຽກເປັນກຸ່ມ; ນຳໃຊ້ໂປຼແກມຄອມພິວເຕີ, ກ້ອງຖ່າຍ ແລະ ອຸປະກອນທີ່ກ່ຽວ ຂ້ອງໃນວິຊາຮຽນ; ຝຶກການອອກແບບ ແລະ ນໍາສະເໜີຜົນງານ
ປະເພດຕ່າງໆ ໂດຍອີງຕາມຫົວຂໍ້ທີ່ໄດ້ຮັບມອບໝາຍ; ແລະ ມີການຝຶກການຖ່າຍຮູບພາບປະເພດຕ່າງໆ ແລະ
ທົດລອງຕັດຕໍ່ໜັງ.
ທັກສະ/ຄວາມສົນໃຈ
ພື້ນຖານດ້ານການແຕ້ມ, ການອອກແບບ ແລະ ການຖ່າຍຮູບ ຍິ່ງເປັນການດີ; ເປັນຄົນ ທີ່ມັກຮັກໃນວຽກງານການອອກແບບ, ການສ້າງສື່ໂຄສະນາ, ມີຈິນຕະນາການທີ່ກວ້າງ, ມີແນວຄິດສ້າງສັນ, ມັກສັງເກດ ແລະ ໃສ່ໃຈໃນລາຍລະອຽດ; ມີຄວາມສົນໃຈໃນການສະແດງແນວຄວາມຄິດ ແລະ
ຈິນຕະນາການຜ່ານສິລະປະພາບນິ່ງ ແລະ ພາບເຄື່ອນໄຫວ.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບວິຊານີ້
ຈະໄດ້ຮັບຄວາມຮູ້ທາງດ້ານການອອກແບບ,
ເຕັກນິກການຖ່າຍຮູບ, ການຜະລິດສື່ວິທະຍຸ, ໂທລະ ພາບ, ການຖ່າຍທຳໜັງ; ສາມາດນໍາໃຊ້ໂປຣແກຣມຄອມພິວເຕີ
ເພື່ອອອກແບບພາບ ແລະ ຕັດຕໍ່ໜັງ;
ມີຈິນຕະນາການສູງໃນການຜະລິດສື່ໃນຮູບແບບຕ່າງໆອອກຮັບໃຊ້ສັງຄົມ.
ອາຊີບ
ນັກສຶກສາສາມາດປະກອບອາຊີບເປັນນັກອອກແບບຜະລິດຕະພັນ, ບັນຈຸພັນ,
ນັກຖ່າຍຮູບ, ຜູ້ຜະລິດລາຍການວິທະຍຸ, ໂທລະພາບ,
ຜູ້ຜະລິດຮູບເງົາ, ເປັນອາຈານສອນ,
ເປັນພະນັກງານ
ຂອງບໍລິສັດໂຄສະນາ-ອອກແບບ ແລະ ພະນັກງານສັງກັດລັດໃນຂະແໜງການກ່ຽວຂ້ອງເຊັ່ນ:
ກົມສື່ມວນຊົນ, ກົມຮູບເງົາ, ໂທລະພາບ ແລະ ອື່ນໆ.
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com
ແຫຼ່ງຂໍ້ມູນ: https://collegemajor.la/


