ສາຂາ ຈິດຕະກໍາ ສະຖາບັນ ວິຈິດສິນແຫ່ງຊາດ
ຈິດຕະກໍາ
ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ຈິດຕະກຳ ໝາຍເຖິງ
ຮູບແຕ້ມ ຫຼື ການແຕ້ມຮູບ ອັນເປັນວິຊາສິລະປະຂະແໜງເອກ
ທີ່ເປັນພື້ນຖານໃຫ້ແກ່ວິຊາສິລະປະອື່ນໆ
ເພາະກ່ອນຈະມີການສ້າງສັນຜົນງານສິລະປະ ບໍ່ວ່າຂະແໜງໃດໆກໍ່ຕາມ
ຕ້ອງໄດ້ມີການອອກແບບ ດ້ວຍການສະເກັດພາບ ຫຼື ແຕ້ມແບບຮ່າງເສຍກ່ອນ.
ວິຊາຈິດຕະກຳເປັນວິຊາໜຶ່ງ ທີ່ມີຄວາມສຳຄັນຕໍ່ສັງຄົມມາແຕ່ດົນນານ
ໃນດ້ານການປະດັບປະດາ ຕົກແຕ່ງ ອາຄານ,
ບ້ານເຮືອນ
ແລະ ສະຖານທີ່ສຳຄັນຕ່າງໆ ລວມເຖິງ ວັດວາອາຮາມ ແລະ ອື່ນໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນ ກ່ຽວກັບ
ການແຕ້ມຮູບ ແລະ ການອອກແບບ ເຊິ່ງໄດ້ແບ່ງການແຕ້ມອອກເປັນ
ການແຕ້ມຮູບເໝືອນ (ຄົນ, ສັດ …) ໂດຍນຳໃຊ້ ສໍດຳ, ສີຝຸ່ນ ແລະ ຖ່ານ; ການແຕ້ມແບບທົ່ວໄປ
(ນຳໃຊ້ສີຕ່າງໆ ຄື: ສີນ້ຳ, ສີພັດສເທວ, ສີອະຄຼີລິກ ແລະ ສີນ້ຳມັນ) ແລະ
ການອອກແບບແຕ້ມຈັດພາບ ຕາມຈິນຕະນາການ ແລະ ຈິດຕະກຳຮ່ວມສະໄໝ.
ວິທີການສິດສອນ
ນັກສຶກສາ
ຈະໄດ້ຮຽນທິດສະດີການແຕ້ມເປັນພື້ນຖານ ຜ່ານການສັງເກດຕົວຢ່າງຂອງ
ຜົນງານຈາກສິລະປິນພາຍໃນ ແລະ ຕ່າງປະເທດ ພ້ອມທັງຮຽນຂັ້ນຕອນ ແລະ ຮູບແບບຂອງການແຕ້ມຜ່ານທາງທິດສະດີ
ແລ້ວລົງມືແຕ້ມຕົວຈິງເປັນສ່ວນຫຼາຍ
ເຊິ່ງຈະເນັ້ນໃສ່ການສ້າງສັນຜົນງານດ້ານການແຕ້ມ ໂດຍອີງໃສ່ຄວາມຖະໜັດ
ຂອງນັກສຶກສາແຕ່ລະຄົນ ເຊິ່ງໃນຂັ້ນຕອນການແຕ້ມນັ້ນ ແມ່ນຈະມີອາຈານ
ຊ່ວຍດຶງເອົາຈຸດທີ່ເດັ່ນ ຂອງນັກສຶກສາ ແລະ ການແຕ້ມມາພັດທະນາຝີມືການແຕ້ມຂອງນັກສຶກສາເອງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານການແຕ້ມຂັ້ນຕົ້ນ, ສິລະປະພື້ນຖານ ແລະ ວັນນະຄະດີ. ມີຄວາມມັກຮັກ ໃນວຽກງານຈິດຕະກໍາ, ມັກສິ່ງ ໃໝ່ໆຢູ່ສະເໝີ ແລະ
ມັກການຝຶກຝົນຕົນເອງ. ເປັນຄົນ ມັກສັງເກດ, ຊອກຮູ້ຮ່ຳຮຽນ,
ມີຄວາມອົດທົນ, ມີຄວາມລະອຽດອ່ອນ ແລະ ມີຄວາມຄິດສ້າງສັນ.
ຈົບແລ້ວສາມາດ
ສາມາດອອກແບບ ແລະ
ແຕ້ມຮູບໃນແບບຕ່າງໆເຊັ່ນ: ຮູບເໝືອນ,
ວິວທິວທັດ, ຮູບຕາມຈິນຕະນາການ, ການແຕ້ມຮູບທົ່ວໄປ ແລະ ຈິດຕະກຳຮ່ວມສະໄໝ.
ສາມາດນຳໃຊ້ສີໄດ້ທຸກຮູບແບບເຂົ້າໃນການແຕ້ມຮູບ ບໍ່ວ່າຈະເປັນສີນໍ້າມັນ, ສີຝຸ່ນ,
ສີພັດສເທວ, ສໍດໍາ ແລະ ອື່ນໆ.
ອາຊີບ
ເປັນນັກແຕ້ມອິດສະລະ, ນັກແຕ້ມກາຕູນ,
ນັກອອກແບບ, ເປັນອາຈານສອນແຕ້ມຮູບ, ເປັນພະນັກງານຕາມສຳນັກງານອົງການ ຫຼື ບໍລິສັດ
ທີ່ເຮັດວຽກ ກ່ຽວກັບ ການອອກແບບ ຫຼື ວຽກງານຈິດຕະກໍາ ເຊັ່ນ: ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ບໍລິສັດຕົກແຕ່ງ ແລະ ອອກແບບ ຫຼື
ເປັນນັກສີລະປິນອິດສະລະ.
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918


