ສາຂາ ສິລະປະໂລຫະ ສະຖາບັນ ວິຈິດສິນແຫ່ງຊາດ



ສິລະປະໂລຫະ

ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ສິລະປະໂລຫະ ໝາຍເຖິງ ການສ້າງສັນຜົນງານສິລະປະ ສີ​ໄມ້​ລາຍ​ມືດ້ວຍ​ໂລຫະ​ຊະນິດ​ຕ່າງໆ​ເຊັ່ນ: ຄຳ, ​ເງິນ, ທອງ ​ເປັນຕົ້ນ. ວິຊານີ້ມີຄວາມສຳຄັນເນື່ອງຈາກເປັນສາຂາສິລະປະທີ່ມີຊື່ສຽງຂອງລາວ ເຊິ່ງໃນເມື່ຶອກ່ອນການ​ຜະ​ລິດເຄື່ອງ​ໂລຫະ ​ແມ່ນ​ເນັ້ນ​ໃສ່​​ເຄື່ອງ​ປະດັບ​ຊະນິດ​ຕ່າງໆທີ່​ໄດ້ມີການສືບທອດກັນຈາກຮຸ່ນສູ່ຮຸ່ນ ແຕ່​​​ປະຈຸ​ບັນ​ການ​ຮຽນສິລະ​ປະ​ໂລຫະ ​ແມ່ນ​ມີ​ຄວາມຫຼາກຫຼາຍກວ່າເກົ່າ ອັນລວມໄປເຖິງ ການ​ສ້າງ ​ແລະ ຫຼໍ່ອານຸສາ​ວະລີ ອານຸສອນ​ສະຖານ​ຕ່າງໆອີກ​ດ້ວຍ.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນກ່ຽວກັບ ການອອກແບບ ແລະ ການຜະລິດຜົນງານສິລະປະໂລຫະ ປະເພດເຄື່ອງປະດັບ ແລະ ເຄື່ອງໃຊ້ຕ່າງໆ ເຊັ່ນ: ສາຍຄໍ, ປອກແຂນ, ໂອ, ຂັນ, ຮາວທຽນ, ງ້າວ, ດາບ ເຊິ່ງໃນນັ້ນລວມມີຕັ້ງແຕ່ການຮຽນກ່ຽວກັບການອອກແບບລວດລາຍ ແລະ ການສ້າງສິລະປະໂລຫະດ້ວຍວິທີພື້ນເມືອງເຊັ່ນ: ການແກະສະຫຼັກ, ການຕີ, ການຫຼໍ່ ແລະ ການໃຊ້ເຕັກໂນໂລຊີສະໄໝໃໝ່ເຊັ່ນ ການດັດ, ການເຄືອບໂລຫະດ້ວຍນໍ້າຢາ, ການຈອດ​ ແລະ ການສ້າງ​ຮູບ​ຫຼໍ່ໂລຫະ ເປັນຕົ້ນ.



ວິທີການສິດສອນ
ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ ແລ້ວນຳໃຊ້ສິ່ງທີ່ຮຽນມາ ໃຊ້ອ້າງອີງໃນການປະຕິບັດຕົວຈິງໃນຫ້ອງສິນ ເຊັ່ນ: ການສຶກສາຕົວຢ່າງເຄື່ຶອງໃຊ້ ແລະ ເຄື່ອງປະດັບໂລຫະ ເພື່ອມາສຶກສາຮູບແບບແລ້ວສ້າງຄືນຕາມແບບເກົ່າ ຫຼື ອອກແບບລວດລາຍຂຶ້ນໃໝ່ຕາມຄວາມຄິດສ້າງສັນ, ຍຸກສະໄໝ ແລະ ຄວາມເໝາະສົມ. ຫຼັງຈາກນັກສຶກສາສໍາເລັດການສ້າງຜົນງານແລ້ວ, ນັກສຶກສາ ຈະໄດ້ມີການນຳສະເໜີຜົນງານຂອງຕົນໃຫ້ແກ່ອາຈານ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານສີລະປະ. ມີຄວາມສົນໃຈ ພິເສດໃນວຽກງານການອະນຸລັກ ພູມປັນຍາສິລະປະ. ມີຄວາມມັກຮັກ ​ໃນ​ງານ​ສິລະປະ ແລະ ງານ​ສີມື. ເປັນຄົນ ມີຄວາມອົດທົນ, ລະອຽດອ່ອນ ແລະ ມີຄວາມຕັ້ງໃຈສູງ ເພາະຕ້ອງໃຊ້ເວລາໃນການສ້າງສັນຜົນງານ.

ຈົບແລ້ວສາມາດ
ມີຄວາມຮູ້ທາງດ້ານສິລະປະ ແລະ ວຽກງານສີມື ຫັດຖະກໍາ; ສາມາດອອກແບບ, ສ້າງສັນຜະລິດຕະພັນ ແລະ ສິລະປະ ຈາກໂລຫະ ແລະ ຍັງສາມາດ ນໍາໃຊ້ທັກສະດ້ານຊ່າງໂລຫະ (ການແກະສະຫຼັກ, ການຕີ, ການຫຼໍ່) ເຂົ້າໃນການ​ປະກອບ​ອາຊີບ​ໄດ້.

ອາຊີບ
ເປັນຊ່າງສີມືດ້ານການອອກແບບ​ເຄື່ອງ​ໂລຫະ ​ແລະ ປະດິດເຄື່ອງປະດັບ​ແບບ​ຕ່າງໆ, ​ເປັນອາຈານສອນ ເຊິ່ງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດກໍ່ສ້າງ, ອອກແບບ ແລະ ຕົກແຕ່ງໂຮງຮຽນວິຊາຊີບ ຫຼື ໂຮງຮຽນວິຈິດສິນ ແລະ ສູນຫັດຖະກໍາ ຫຼື ສູນສົ່ງເສີມສີມືແຮງງານ.

ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ