ສາຂາ ວິທະຍາສາດ ຄອມພິວເຕີ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ
ວິທະຍາສາດ ຄອມພິວເຕີ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ວິທະຍາສາດຄອມພິວເຕີ
ໝາຍເຖິງການຄົ້ນຄວ້າທິດສະດີການຂຽນໂປຣແກຣມ, ການປະມວນຜົນຂໍ້ມູນຂ່າວສານ ແລະ ການຄຳນວນສຳລັບຄອມພິວເຕີ.
ປັດຈຸບັນ ການນຳໃຊ້ເຕັກໂນໂລຊີຄອມພິວເຕີ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ
ເຊິ່ງການນຳໃຊ້ບັນດາເຕັກໂນໂລຊີດັ່ງກ່າວມີບົດບາດສຳຄັນ ແລະ
ໄດ້ຖືກນຳໃຊ້ເພື່ອສ້າງຄວາມສະດວກ, ຄວາມຖືກຕ້ອງ
ແລະ ເພີ່ມຄວາມໄວໃນການປະຕິບບັດວຽກງານ ເພື່ອເພີ່ມຜົນກໍາໄລ ແລະ
ຫຼຸດຜ່ອນການໃຊ້ຊັບພະຍາກອນໃຫ້ແກ່ບັນດາອົງກອນຕ່າງໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາ ນີ້ແມ່ນສຶກສາກ່ຽວກັບການພັດທະນາໂປຣແກຣມ ແລະ ເວັບໄຊ໌.
ນັກສຶກສາຍັງຈະໄດ້ຮຽນຮູ້ ແລະ ສຶກສາບັນດາພາສາໂປຣແກຣມຄອມພິວເຕີ ແລະ
ເວັບໄຊ໌ຕ່າງໆເຊັ່ນ: Java, CSS, VB.net, C#, HTML. ນອກນີ້, ນັກສຶກສາຍັງຈະໄດ້ສຶກສາລະບົບຖານຂໍ້ມູນ
ແລະ ເຄືອຂ່າຍ ເປັນຕົ້ນ ເພື່ອພັດທະນາ ແລະ ອອກແບບລະບົບ
ທີ່ສາມາດນຳໄປໃຊ້ຕົວຈິງໃນວຽກງານ ທັງໃນຂົງເຂດທຸລະກິດ ແລະ
ວຽກງານຮັບໃຊ້ພາຍໃນອົງການຈັດຕັ້ງຕ່າງໆ.
ວິທີການສິດສອນ
ວິທີການຮຽນການສອນແມ່ນ ນັກສຶກສາຈະໄດ້ຮຽນຮູ້ ແລະ
ສຶກສາທິດສະດີການນຳໃຊ້ຄອມພິວເຕີຂັ້ນພື້ນຖານ, ການນຳໃຊ້ໂປຣແກຣມ ແລະ ການນຳໃຊ້ລະບົບເຄືອຂ່າຍ ພາຍໃນຫ້ອງຮຽນ
ແລ້ວນຳໃຊ້ສິ່ງທີ່ຮຽນມາປະຕິບັດຕົວຈິງໃນຫ້ອງທົດລອງ.ນອກນີ້, ນັກສຶກສາຍັງຈະໄດ້ລົງທັດສະນະສຶກສາຕາມສະຖານທີ່ຕ່າງໆ
ເພື່ອເກັບກຳຂໍ້ມູນປະກອບເຂົ້າໃນການຂຽນບົດລາຍງານແບບກຸ່ມ.
ອີກທັງນັກສຶກສາຈະໄດ້ມີໂອກາດລົງໄປຝຶກງານ ແລະ ສ້າງໂປຣແກຣມໃນຫົວຂໍ້ທີ່ນັກສຶກສາສົນໃຈ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານຄະນິດສາດເປັນຫຼັກ, ພາສາອັງກິດ ແລະ ການນໍາໃຊ້ຄອມພິວເຕີຂັ້ນພື້ນຖານ. ມີທັກສະ ໃນການແກ້ໄຂບັນຫາຄອມພິວເຕີຂັ້ນພື້ນຖານ. ເປັນຄົນ ມີໃຈຮັກ ແລະ ເຫັນຄວາມສໍາຄັນຂອງ ເຕັກໂນໂລຊີ. ມີຄວາມສົນໃຈ ໃນການຊອກຮຽນຮູ້ ແລະ ອັບເດດຕົນເອງໃຫ້ທັນກັບເຕັກໂນໂລຊີໃໝ່ໆ.
ຈົບແລ້ວສາມາດ
ນັກສຶກສາຈະມີຄວາມເຂົ້າໃຈໃນລະບົບການເຮັດວຽກຂອງຄອມພິວເຕີ, ໂປຣແກຣມ ແລະ ຖານຂໍ້ມູນ; ຈະມີທັກສະພື້ນຖານໃນການຂຽນໂປຣແກຣມ ແລະ ສ້າງເວັບໄຊ໌; ມີຄວາມສາມາດໃນການຕິດຕັ້ງ, ການວິເຄາະ ແລະ ແກ້ໄຂບັນຫາ ແລະ ບໍາລຸງຮັກສາຄອມພິວເຕີໃນລະດັບໃດໜຶ່ງ; ແລະ ສາມາດເປັນທີ່ປຶກສາຂັ້ນພື້ນຖານກ່ຽວກັບໄອທີ.
ອາຊີບ
ເປັນນັກຂຽນໂປຣແກຣມ, ພະນັກງານໄອທີ ແລະ ຜູ້ຊ່ວຍໄອທີ ໃນທຸກໆອົງກອນ ທັງພາກລັດ ແລະ
ເອກະຊົນ ທີ່ເຮັດວຽກກ່ຽວກັບຂໍ້ມູນຂ່າວສານ ເຊັ່ນ: ພະແນກໄອທີຂອງກະຊວງຕ່າງໆ, ສູນອິນເຕີເນັດແຫ່ງຊາດ ຫຼື ບັນດາບໍລິສັດເອກະຊົນ ເຊັ່ນ:
ທະນາຄານ ເປັນຕົ້ນ. ນອກນີ້, ຍັງສາມາດປະກອບທຸລະກິດສ່ວນຕົວ
ເຊັ່ນ: ຮ້ານອິນເຕີເນດ, ຮ້ານຂາຍຄອມພິວເຕີ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la


