ສາຂາ ເສດຖະສາດພັດທະນາ ແລະ ການວາງແຜນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ



ເສດຖະສາດພັດທະນາ ແລະ ການວາງແຜນ

ຫຼັກສູດ: ປະລິນຍາຕຼີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ເສດຖະສາດພັດທະນາ ແລະ ການວາງແຜນ ໝາຍເຖິງການສຶກສາຫຼັກການທາງດ້ານເສດຖະສາດພັດທະນາ ແລະ ການວາງແຜນ ເພື່ອໃຫ້ສາມາດນໍາໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດໃຫ້ເກີດປະໂຫຍດສູງສຸດ ເຂົ້າໃນການພັດທະນາເສດຖະກິດ ໂດຍຄໍານຶງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຍືນຍົງຂອງການພັດທະນາ ເຊິ່ງເປັນປັດໄຈສໍາຄັນໃນການວາງແຜນພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ ໂດຍໃຫ້ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບບັນດາທິດສະດີ ແລະ ຫຼັກການດ້ານເສດຖະສາດ ແລະ ການວາງແຜນ ເປັນຕົ້ນແມ່ນ ເສດຖະສາດພັດທະນາ ແລະ ການວາງແຜນ, ເສດຖະສາດສິ່ງແວດລ້ອມ, ເສດຖະສາດແຮງງານ, ເສດຖະ ສາດພູມີພາກ, ເສດຖະສາດຄວາມທຸກຈົນ ແລະ ຄວາມບໍ່ສະເໝີພາບ ເປັນຕົ້ນ ໂດຍມີຈຸດປະສົງໃນການເສີມສ້າງໃຫ້ນັກສຶກສາມີຄວາມຮູ້ ແລະ ສາມາດວິເຄາະບັນຫາການພັດທະນາເສດຖະກິດ.




ວິທີການສິດສອນ
ວິທີການສິດສອນແມ່ນເນັ້ນໃສ່ການປູພື້ນທາງທິດສະດີໃຫ້ແໜ້ນໜາ ແລະ ປະຕິບັດຕົວຈິງ ໂດຍນັກສຶກສາຈະໄດ້ວິເຄາະ ແລະ ຄົ້ນຄິດຈາກກໍລະນີສຶກສາກ່ຽວກັບບັນຫາເສດຖະກິດຕົວຈິງ. ນັກສຶກສາຈະໄດ້ລົງເກັບກໍາຂໍ້ມູນຕົວຈິງທັງຈາກພາກສະໜາມ ຫຼື ຈາກເອກະສານ ເພື່ອປະກອບເຂົ້າໃນການຂຽນບົດລາຍງານ. ນັກສຶກສາຍັງຈະໄດ້ລົງຝຶກງານໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ຫຼື ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານເປັນຕົ້ນ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານຄະນິດສາດ ແລະ ສັງຄົມສາດ. ເປັນຄົນ ຄິດແບບມີເຫດຜົນ ແລະ ເປັນລະບົບ ເຊິ່ງຈະຊ່ວຍໃຫ້ສາມາດເຊື່ອມຕໍ່ທິດສະດີ ແລະ ການປະຕິບັດຕົວຈິງໃຫ້ສອດຄ່ອງກັບສະພາບການ ແລະ ບັນຫາຂອງການພັດທະນາ ແລະ ການວາງແຜນພັດທະນາເສດຖະກິດຂອງປະເທດໃນແຕ່ລະສະໄໝ.

ຈົບແລ້ວສາມາດ
ສາມາດນໍາໃຊ້ທິດສະດີ ແລະ ແບບຈໍາລອງທາງເສດຖະສາດ ເຂົ້າໃນການວິເຄາະນະໂຍບາຍ ທີ່ກ່ຽວຂ້ອງກັບການພັດທະນາ ແລະ ນະໂຍບາຍການເງິນໂດຍທົ່ວໄປ ໂດຍການນໍາໃຊ້ຂໍ້ມູນທາງດ້ານສະຖິຕິກ່ຽວກັບສະພາບເສດຖະກິດ ກ່ອນ ແລະ ຫຼັງການອອກນະໂຍບາຍໃດໜຶ່ງ. ສາມາດວິເຄາະ ແລະ ວາງແຜນໂຄງການພັດທະນາ.

ອາຊີບ
ເປັນນັກຄົ້ນຄວ້າ, ນັກວິຊາການດ້ານເສດຖະສາດ ແລະ ການພັດທະນາ, ນັກວາງແຜນ ແລະ ວາງນະໂຍບາຍການພັດທະນາ ທີ່ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານກາງ ແລະ ທະນາຄານທຸລະກິດ, ໜ່ວຍງານເອກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງໆ ຫຼື ເປັນອາຈານສອນ ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ອື່ນໆ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 770067. ເວັບໄຊ໌ www.febm-nuol.org

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ