ສາຂາ ການພັດທະນາເວັບໄຊ້ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ການພັດທະນາເວັບໄຊ້

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ການພັດທະນາເວັບໄຊ໌ ແມ່ນການສ້າງ, ການວາງແຜນລະບົບ, ການອອກແບບໜ້າເວັບ ແລະ ການຂຽນໂຄດຄຳສັ່ງເພື່ອສ້າງເວັບໄຊທ໌ຕ່າງໆ. ສາຂານີ້ ມີຄວາມສຳຄັນຫຼາຍໃນປັດຈຸບັນ ເຊິ່ງເປັນໄລຍະແຫ່ງການກ້າວເຂົ້າສູ່ຄວາມພັດທະນາ ໝາຍເຖິງການນຳທັນຍຸກສະໄໝ ເຊິ່ງຈໍາເປັນຕ້ອງໄດ້ອາໄສເຕັກໂນໂລຊີດ້ານນີ້ ເພື່ອໃຫ້ມີຄວາມວ່ອງໄວ ແລະ ຄວາມສະດວກໃນການເຂົ້າຫາຂໍ້ມູນຂອງຜູ້ບໍລິໂພກ ຜ່ານການນຳໃຊ້ເວັບໄຊ໌ເປັນຕົວສື່ສານ ແລະ ຂະຫຍາຍຂໍ້ມູນເພື່ອການແຂ່ງຂັນທີ່ເໜືອກວ່າ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນຮູ້ ແລະ ສຶກສາກ່ຽວກັບການອອກແບບ ແລະ ພັດທະນາເວັບໄຊ໌ ບໍ່ວ່າຈະເປັນ ເພື່ອການໂຄສະນາບໍລິສັດ ຫຼື ອົງກອນໃດໜຶ່ງຜ່ານທາງເວັບໄຊ໌, ການຄົ້ນຫາ ຫຼື ປ້ອນຂໍ້ມູນໃຫ້ການບໍລິການ ຫຼື ການປະຕິບັດວຽກງານຜ່ານ ເວັບໄຊ໌ໂດຍການຢືນຢັນຄວາມເປັນສະມາຊິກ. ການສຶກສາ ແລະ ພັດທະນາສິ່ງຕ່າງໆເຫຼົ່ານີ້ ແມ່ນການຕອບສະໜອງຄວາມຕ້ອງການໃນຍຸກສະໄໝປັດຈຸບັນ ເພື່ອການປະຢັດເວລາ ແລະ ການເຂົ້າຫາຂໍ້ມູນໄດ້ງ່າຍຂຶ້ນ.



ວິທີການສິດສອນ
ການຮຽນການສອນ ປະກອບມີ ການສຶກສາກ່ຽວກັບທິດສະດີຄະນິດສາດເພື່ອນໍາໃຊ້ເຂົ້າໃນການຄິດໄລ່ເພື່ອຂຽນໂຄດ, ສຶກສາພື້ນຖານການນຳໃຊ້ຄອມພິວເຕີ, ການນຳໃຊ້ເຄື່ອງມືໃນການຂຽນໂຄດ ກໍຄືການນຳໃຊ້ໂປຣແກຣມເພື່ອສ້າງເວັບໄຊ໌ ແລະ ການປະຕິບັດຕົວຈິງໃນຫ້ອງຮຽນທົດລອງ. ເຖິງຢ່າງໃດກໍ່ຕາມ ການຮຽນໃນຫ້ອງເປັນພຽງພື້ນຖານການນຳໃຊ້ເທົ່ານັ້ນ ນັກຮຽນຄວນຄົ້ນຄວ້າໂຄດຕ່າງໆ ພ້ອມທັງດີຊາຍໃໝ່ໆເຂົ້າໃນການສ້າງເວັບໄຊ໌ດ້ວຍຕົວເອງຢູ່ສະເໝີ.

ທັກສະ/ຄວາມສົນໃຈ
ຄວນມີຄວາມຮູ້ພື້ນຖານ ພາສາອັງກິດ ແລະ ຄະນິດສາດ. ມີທັກສະ ໃນການນຳໃຊ້ຄອມພິວເຕີ ແລະ ໂປຣແກຣມ ຕ່າງໆ. ເປັນຄົນ ມີຫົວຄິດສ້າງສັນໃນການອອກແບບ, ມີການວາງແຜນຢ່າງເປັນລະບົບ, ມີຄວາມອົດທົນຕໍ່ບັນຫາທີ່ອາດເກີດຂຶ້ນໃນການເຮັດວຽກ, ແລະ ມີຄວາມສົນໃຈ ໃນການຊອກຮູ້ກ່ຽວກັບຂ່າວສານເຕັກໂນໂລຊີໃໝ່ໆສະເໝີ.

ຈົບແລ້ວສາມາດ
ນັກສຶກສາທີ່ຈົບດ້ານນີ້ຈະຮູ້ວິທີການ ສ້າງ ແລະ ພັດທະນາເວັບໄຊ໌ ພ້ອມກັນນັ້ນ ຍັງຈະມີທັກສະໃນການນຳໃຊ້ໂປຣແກຣມຈັດເກັບຂໍ້ມູນ ເພື່ອນໍາໃຊ້ເຂົ້າໃນການສ້າງເວັບໄຊ໌ໃດໜຶ່ງຂຶ້ນມາ. ອີກທັງມີຄວາມສາມາດດ້ານການວາງແຜນ ແລະ ອອກແບບລະບົບເວັບໄຊ໌ ແລະ ການສ້າງ (ຂຽນໂຄດ) ເວັບໄຊ໌ດ້ວຍໂປຣແກຣມຕ່າງໆ.

ອາຊີບ
ນັກສຶກສາສາມາດປະກອບອາຊີບເປັນນັກສ້າງເວັບໄຊ໌ອິດສະຫຼະ ຫຼື ສັງກັດອົງກອນລັດ ຫຼື ເອກະຊົນ, ເປັນທີ່ປຶກສາ ແລະ ອອກແບບວາງແຜນເວັບໄຊ໌, ແລະ ພັດທະນາ-ແກ້ໄຂ-ຮັກສາລະບົບເວັບໄຊ໌ ເຊັ່ນ: ເວັບໄຊທ໌ໂຄສະນາຂອງທະນາຄານ, ບໍລິສັດ ຫຼື ອົງການໃດໜຶ່ງ, ເວັບໄຊ໌ໂຄສະນາສິນຄ້າ ຫຼື ເຜີຍແຜ່ຂ່າວສານຄວາມຮູ້, ເວັບໄຊ໌ສຳລັບປຶ້ມອ່ານ ຫຼື E-Book.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ