ສາຂາ ພັດທະນາຊຸມຊົນ ແລະ ຊົນນະບົດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ
ພັດທະນາຊຸມຊົນ ແລະ ຊົນນະບົດ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດສັງຄົມ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ການພັດທະນາຊຸມຊົນ ແລະ
ຊົນນະບົດແມ່ນການພັດທະນາຢ່າງຮອບດ້ານລວມມີດ້ານເສດຖະກິດສັງຄົມ, ການສຶກສາ,
ສາທາລະນະສຸກ, ວັດທະນະທຳ ແລະ ສິ່ງແວດລ້ອມ. ສາຂານີ້ມີຄວາມສໍາຄັນໃນຂະບວນການພັດທະນາຊຸມຊົນກໍ່ຄືປະເທດເພື່ອໃຫ້ມີບາດກ້າວທີ່ຍືນຍົງ, ນອກນີ້ຍັງເປັນແນວທາງໃນການແກ້ໄຂບັນຫາສັງຄົມໃນປັດຈຸບັນ
ໂດຍການໃຫ້ຊຸມຊົນມີສ່ວນຮ່ວມໃນຂະບວນການພັດທະນາ ເພື່ອສົ່ງຜົນໃຫ້ເກີດການຮຽນຮູ້ ແລະ
ເພິ່ງຕົນເອງໄດ້ຂອງຄົນໃນຊຸມຊົນ ແລະ ຊົນນະບົດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ລົງເລິກໃສ່ການຮຽນກ່ຽວກັບຊຸມຊົນ
ເຊັ່ນ: ຄວາມໝາຍ, ລັກສະນະ, ຂອບເຂດ ແລະ ປະເພດຂອງຊຸມຊົນ ລວມເຖິງແນວຄິດ,ທິດສະດີ ແລະ ຫຼັກການພື້ນຖານໃນການພັດທະນາຊຸມຊົນ ແລະ
ຊົນນະບົດ, ເຕັກນິກ ແລະ ຍຸດທະສາດໃນການວາງແຜນການພັດທະນາ.
ນອກນີ້ຍັງໄດ້ສຶກສາເຖິງບັນດານະໂຍບາຍ ແລະ ແຜນການພັດທະນາຂອງລາວໃນອະດີດ, ປັດຈຸບັນແລະ ແນວທາງໃນອະນາຄົດ, ວິທີການໃນການວິໄຈ, ການປະເມີນຜົນກະທົບທາງສັງຄົມ ແລະ ອື່ນໆ.
ວິທີການສິດສອນ
ວິທີການສິດສອນແມ່ນປະກອບມີພາກທິດສະດີ
ແລະ ພາກປະຕິບັດ. ເຊິ່ງໃນພາກທິດສະດີນັກສຶກສາຈະໄດ້ຟັງການບັນຍາຍ ຫຼື
ສໍາມະນາກ່ຽວກັບບັນດາຫຫຼັກການແລະວິທີການໃນການວາງແຜນການພັດທະນາ.
ໃນພາກປະຕິບັດຕົວຈິງນັກສຶກສາຈະໄດ້ຄົ້ນຄວ້າດ້ວຍຕົນເອງຈາກເອກະສານ ຫຼື
ຈາກການເກັບກໍາຂໍ້ມູນພາກສະໜາມເພື່ອຂຽນບົດລາຍງານ,
ເຂົ້າຮ່ວມສຳມະນາກັບນັກວິຊາການໃນຂະແໜງທີ່ກ່ຽວຂ້ອງ
ແລະ ລົງຝຶກງານໃນໜ່ວຍງານທີ່ກ່ຽວຂ້ອງໃນຊຸມຊົນເມືອງ ແລະ ຊົນນະບົດ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານສະຖິຕິ, ຄອມພິວເຕີ ແລະ ທັກສະພາສາອັງກິດ.
ນອກນັ້ນນັກສຶກສາຕ້ອງເປັນຄົນມີວິໄສທັດ,
ມີຄວາມສົນໃຈໃນຄວາມເປັນມາຂອງຊຸມຊົນແລະ
ສັງຄົມ, ມີຄວາມສາມາດໃນການຈັດລໍາດັບຄວາມຄິດແລະມີວິຈາລະນະຍານທີ່ດີ, ມີຄວາມອົດທົນ ແລະ ມີອັດທະຍາໄສດີ ແລະ ມີຄວາມຄິດຢາກຊ່ວຍເຫຼືອຄົນໃນສັງຄົມ.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບສາຂານີ້ສາມາດເຂົ້າໃຈຫຼັກການພັດທະນາຊຸມຊົນ
ແລະ ຊົນນະບົດ.ນັກສຶກສາຈະມີທັກສະໃນການວິເຄາະ ແລະ ປະເມີນໂຄງການພັດທະນາ, ວາງແຜນ ແລະ ພັດທະນານະໂຍບາຍ ແລະ ແຜນການພັດທະນາ, ທັກສະໃນການວິໄຈແລະ ທັກສະອື່ນໆໃນການພັດທະນາຊຸມຊົນ
ເຊັ່ນ: ການສ້າງແຮງຈູງໃຈ, ການສື່ສານກັບຊຸມຊົນ, ການເຮັດວຽກເປັນທີມ.
ອາຊີບ
ນັກສຶກສາສາມາດປະກອບອາຊີບເປັນ
ນັກພັດທະນາຊຸມຊົນ, ນັກພັດທະນາສັງຄົມ, ນັກວິໄຈທາງສັງຄົມ ໃນໜ່ວຍງານຂອງລັດ ແລະ
ເອກະຊົນທີ່ກ່ຽວຂ້ອງ.
ນອກນີ້ຍັງສາມາດນໍາເອົາຄວາມຮູ້ທາງດ້ານການພັດທະນາໄປປະຍຸກໃຊ້ໃນການປະກອບອາຊີບອິດສະຫຼະ
ແລະ
ອາຊີບອື່ນໆເຊັ່ນ:ເປັນທີ່ປຶກສາໃນດ້ານການພັດທະນາຂອງອົງການຈັດຕັ້ງສາກົນເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະວິທະຍາສາດສັງຄົມ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ
ໂທ: 021
770876


