ສາຂາ ພາສາຈີນ ຄະນະອັກສອນສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ພາສາຈີນ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ

ພາສາຈີນ ແມ່ນພາສາໜຶ່ງທີ່ຖືກນໍາໃຊ້ຢ່າງກວ້​າງຂວາງໃນປະເທດລາວ ໃນການ​​ຕິດ​ຕໍ່​ສື່​ສານ, ພົວ​ພັນ​ວຽກ​ງານ ແລະ ເສີມຂະຫຍາຍການຮ່ວມມື ລາວ-ຈີນ ໃນຫຼາຍໆດ້ານ ເຊັ່ນ: ດ້ານການສຶກສາ, ທ່ອງທ່ຽວ, ເສດຖະກິດ ແລະ ການຄ້າ. ດັ່ງນັ້ນ, ການຮຽນພາສາຈີນ ຈຶ່ງມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງປະເທດເຮົາ ໂດຍສະເພາະໃນປັດຈຸບັນ ການລົງທຶນຈາກປະເທດຈີນມີທ່າອ່ຽງນັບມື້ນັບສູງຂື້ນ.

ວິຊານີ້ຮຽນກ່ຽວກັບຫຍັງ

ວິຊານີ້ຮຽນກ່ຽວກັບພາ​ສາຈີນກາງ ນັບແຕ່ຂັ້ນພື້ນຖານ ເຊັ່ນ: ການຂຽນ, ການອ່ານ, ໄວ​ຍະ​ກອນ, ການ​ໃຊ້​ຄໍາ ​ແລະ ​ໂຄງ​ສ້າງ​ປະ​ໂຫຍ​ກ ໄປຈົນເຖິງການຕິດຕໍ່ສື່ສານສະເພາະດ້ານ ເຊັ່ນ: ໃນຂົງເຂດລັດຖະການ, ທຸລະກິດ, ທ່ອງທ່ຽວ-ໂຮງແຮມ ເປັນຕົ້ນ. ນອກ​ນີ້, ​ນັກສຶກສາຍັງ​ຈະ​ໄດ້​ຮຽນ​ຮູ້ກ່ຽວກັບ ເສດ​ຖະ​ກິດ, ວັດທະນະທໍາ, ປະຫວັດສາດ, ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ລະ​ບົບ​ການ​ເມືອງ​-ການ​ປົກ​ຄອງ ຂອງປະເທດຈີນ ພ້ອມ​ທັງ​ ​ທິດ​ສະ​ດີ​ໃນການ​ແປ ອີກດ້ວຍ.



ວິທີການສິດສອນ

ການ​ສິດສອນ​​ແມ່ນ​ອີງ​ໃສ່​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ​ຄ່ຽງຄູ່​ກັນໄປ. ໃນນັ້ນ ນັກສຶກສາຈະໄດ້ຮຽນທັກສະໃນການຟັງ, ອ່ານ, ເວົ້າ ແລະ ຂຽນ (ຂຽນບົດຂ່າວ, ໃບສະເໜີທາງລັດຖະການ ແລະ ບົດນິພົນທາງດ້ານວິທະຍາສາດ-ວິທະຍາການຂະ    ແໜງຕ່າງໆ). ນອກນີ້, ຍັງຈະໄດ້ລົງຝຶກງານກັບອົງກອນທີ່ກ່ຽວຂ້ອງ; ໄດ້ຮຽນ ແລະ ສົນທະນາກັບເຈົ້າຂອງພາສາ; ແລະ ເຂົ້າຮ່ວມ​ກິດຈະກຳ​ຕ່າງໆ ເຊັ່ນ: ການສະແດງວັດທະນະທໍາຈີນ ເປັນຕົ້ນ.

ທັກສະ/ຄວາມສົນໃຈ

ມີຄວາມ​ຮູ້​​ພື້ນ​ຖານ ທາງດ້ານ​ພາສາອັງກິດ ເຊິ່ງຈະໄດ້ນໍາໃຊ້ເຂົ້າໃນການຮຽນພາສາຈີນ ກໍ່ຄືການອ່ານຕົວອອກສຽງພາສາຈີນ (ພິ່ງອີ່ນ). ເປັນຄົນ ມີຄວາມດຸໝັ່ນໃນການຮຽນ, ຂຽນ ແລະ ອ່ານ.  ມີຄວາມສົນໃຈ ໃນພາສາຈີນ ແລະ ມີ​ໃຈມັກ​ຮັກ​ໃນການຮຽນຮູ້ສີ່ງໃໝ່ໆ ເຊັ່ນ: ​ມັກ​ໃນ​ວັດ​ທະ​ນະ​ທຳ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງຄົນຈີນ.

ຈົບແລ້ວສາມາດ

ມີ​ຄວາມ​ຊໍາ​ນ​ານ​ໃນ​ການ​ນຳ​ໃຊ້​ພາ​ສາ​ຈີນ ໂດຍສະເພາະແມ່ນທັກສະພື້ນຖານທັງ 4 ດ້ານ ກໍ່ຄື ການອ່ານ, ການຟັງ, ການຂຽນ ແລະ ການເວົ້າ. ມີທັກສະໃນການນໍາໃຊ້ພາສາຈີນເຂົ້າໃນວຽກງານສະເພາະດ້ານ ເຊັ່ນ: ໃນການຕິດຕໍ່ທຸລະກິດ, ການທ່ອງທ່ຽວ, ການຕ້ອນຮັບແຂກ ແລະ ການບໍລິຫານວຽກງານໃນໂຮງແຮມ ເປັນຕົ້ນ.

ອາຊີບ

ສາມາດປະກອບອາຊີບເຂົ້າໃນຫຼາຍຂະແໜງວຽກງານ ເຊັ່ນ: ເປັນນັກແປພາສາ,​ ອາຈານສອນພາສາຈີນ, ຜູ້ປະສານງານໃນວຽກງານວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ການຄ້າ. ສາມາດເຮັດວຽກຕາມດ່ານກວດຄົນເຂົ້າເມືອງ ໂດຍສະເພາະດ່ານທາງພາກເໜືອ, ເປັນຜູ້ປະກອບການ ຫຼື ເຮັດວຽກຕາມບໍລິສັດຕ່າງໆຂອງຈີນ ເປັນຕົ້ນ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ