ສາຂາ ທ່ອງທ່ຽວອະນຸຮັກ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ
ທ່ອງທ່ຽວອະນຸຮັກ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ທ່ອງທ່ຽວອະນຸຮັກ ໝາຍເຖິງ ການທ່ອງທ່ຽວ ທີ່ບໍ່ສ້າງຜົນກະທົບຕໍ່ທຳມະຊາດ ແລະ
ສະຖານທີ່ທາງປະຫວັດສາດ ແລະ ວັັດທະນະທໍາ ໄປພ້ອມໆກັບການປູກຈິດສໍານຶກ ແລະ ສະໜັບສະໜູນໃຫ້ຄົນ
ຮູ້ຈັກປົກປັກຮັກສາສິ່ງເຫຼົ່ານັ້ນ ໃຫ້ມີຄວາມຍືນຍົງ ແລະ
ສືບທອດໄປເຖິງຄົນຮຸ່ນຕໍ່ໄປ. ການທ່ອງທ່ຽວອະນຸຮັກ
ມີຄວາມສໍາຄັນໃນການປະກອບສ່ວນສ້າງລາຍໄດ້ໃຫ້ແກ່ປະເທດຊາດ ພ້ອມທັງຫຼຸດຜ່ອນຄວາມທຸກຍາກ
ຂອງປະຊາຊົນໃນທ້ອງຖິ່ນ ໄປຄຽງຄູ່ກັບການອານຸລັກທໍາມະຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນຮູ້ກ່ຽວກັບການວາງແຜນການສຳຫຼວດອອກແບບ, ການບໍລິການ ແລະ ການຄຸ້ມຄອງການທ່ອງທ່ຽວ
ແບບອະນຸຮັກທຳມະຊາດ, ສະຖານທີ່ປະຫວັດສາດ, ແລະ ວັັດທະນະທຳ ທັງພາຍໃນ ແລະ ສາກົນ.
ນັກສຶກສາຍັງຈະໄດ້ຮຽນຮູ້ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດຂອງການທ່ອງທ່ຽວແບບອະນຸຮັກ
ອີກທັງຮຽນຮູ້ກ່ຽວກັບ ການຄຸ້ມຄອງ ສວນພືດສາດ,
ສວນສາທາລະນະ, ປ່າສະຫງວນ ແລະ ການວາງແຜນການທ່ອງທ່ຽວ
ໂດຍການມີສ່ວນຮ່ວມຂອງປະຊາຊົນ ອີກດ້ວຍ.
ວິທີການສິດສອນ
ວິທີການສິດສອນ ສ່ວນໃຫຍ່ແມ່ນຈະສອນທິດສະດີ ຄຽງຄູ່ກັບການປະຕິບັດຕົວຈິງ
ພາຍໃນຫ້ອງຮຽນ ແລະ ນອກສະຖານທີ່ເຊັ່ນ: ການປະຕິບັດຕົວຈິງຢູ່ປ່າໄມ້ທົດລອງ, ປ່າສະຫງວນ,
ການສ້າງແລວທາງສໍາລັບຮຽນຮູ້
ແລະ ທ່ຽວຊົມທຳມະຊາດ ແລະ ຊີວະນາໆພັນ. ນອກຈາກນີ້, ນັກສຶກສາຍັງຈະໄດ້ລົງຝຶກງານ ເພື່ອຊອກຮູ້ປະສົບການ
ໃນໜ່ວຍງານທີ່ເຮັດວຽກທາງດ້ານການທ່ອງທ່ຽວ ເຊັ່ນ: ບໍລິສັດທ່ອງທ່ຽວ ແລະ ແຫຼ່ງທ່ອງທ່ຽວຕ່າງໆ
ພາຍໃນປະເທດ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານວິຊາຄະນິດສາດ, ພູມສາດ, ຊີວະສາດ,
ສັງຄົມ
ແລະ ພາສາອັງກິດ. ນັກສຶກສາຄວນເປັນຜູ້ທີ່ມີຄວາມສົນໃຈໃນການອະນຸຮັກຊີວະນາໆພັນ, ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ, ວັດທະນະທໍາ ຮີດຄອງປະເພນີ
ແລະ ວິຖີຊີວິດຂອງຊຸມຊົນໃນທ້ອງຖິ່ນ.
ຈົບແລ້ວສາມາດ
ຮູ້ຫຼັກການ ແລະ ຂະບວນການ ໃນການດໍາເນີນທຸລະກິດການທ່ອງທ່ຽວ, ການຕະຫຼາດການທ່ອງທ່ຽວ, ພື້ນຖານນິຕິກຳ ແລະ ການວາງແຜນການທ່ອງທ່ຽວ,
ບູຮານວິທະຍາ
ແລະ ການຄຸ້ມຄອງມໍລະດົກ. ມີທັກສະ ໃນການສຳຫຼວດອອກແບບແຫຼ່ງທ່ອງທ່ຽວ, ຮູ້ປະຫວັດສາດຂອງແຫຼ່ງທ່ອງທ່ຽວ ແລະ ວິທີການນຳທ່ຽວແບບອະນຸຮັກ
ແລະ ທ່ອງທ່ຽວພູມີທັດສະຖານ ເປັນຕົ້ນ.
ອາຊີບ
ເປັນນັກວິຊາການ, ຜູ້ບໍລິຫານ, ນັກວາງແຜນ ແລະ ຄຸ້ມຄອງ ໃນກະຊວງ, ພະແນກ ແລະ ຫ້ອງການຂັ້ນແຂວງ ແລະ ເມືອງ, ບໍລິສັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງກັບ
ການທ່ອງທ່ຽວ ແລະ ການອະນຸຮັກສິ່ງແວດລ້ອມ ຫຼື ໜ່ວຍງານປ່າສະຫງວນແຫ່ງຕ່າງໆ.
ອີກທັງຍັງສາມາດປະກອບທຸລະກິດການທ່ອງທ່ຽວເປັນຂອງຕົວເອງ ຫຼື ເປັນຜູ້ນຳທ່ຽວ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດປ່າໄມ້
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 778013
ແຫຼ່ງຂໍ້ມູນ: https://collegemajor.la/


