ສາຂາ ເສດຖະສາດພາກລັດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ
ເສດຖະສາດພາກລັດ
ຫຼັກສູດ: ປະລິນຍາຕຼີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ສາຂາເສດຖະສາດພາກລັດ ເປັນສາຂາທີ່ວ່າດ້ວຍ
ການສຶກສາກ່ຽວກັບບົດບາດ ແລະ ໜ້າທີ່ຂອງລັດຖະບານ ໃນການດໍາເນີນນະໂຍບາຍການເງິນ ແລະ
ເງິນຕາ. ສາຂານີ້ ມີບົດບາດສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ
ເນື່ອງຈາກເປັນພື້ນຖານໃນການຄຸ້ມຄອງລະບົບເສດຖະກິດ
ທີ່ຈະຊ່ວຍກະຕຸກຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ມີສະຖຽນລະພາບ ເວົ້າລວມ, ເວົ້າສະເພາະ ພາກການເງິນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບ ການຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ
ເພື່ອໃຫ້ສອດຄ່ອງກັບຈັງຫວະການຂະຫຍາຍຕົວຂອງເສດຖະກິດ. ການວິເຄາະການເງິນຂອງທຸລະກິດ ແລະ
ລັດຖະບານ,
ນະໂຍບາຍງົບປະມານ, ນະໂຍບາຍເງິນຕາ, ການແກ້ໄຂບັນຫາເສດຖະກິດ, ຂະບວນການ, ວິທີການກະກຽມ
ແລະ ການວິເຄາະງົບປະມານຂອງລັດຖະບານ, ບົດບາດ ແລະ ໜ້າທີ່ຂອງລັດຖະບານໃນລະບົບເສດຖະກິດ, ໂຄງສ້າງລາຍຮັບ-ລາຍຈ່າຍຂອງລັດ ເຊັ່ນ: ການເກັບສ່ວຍສາອາກອນ, ການກໍ່ໜີ້ສາທາລະນະ ເປັນຕົ້ນ.
ວິທີການສິດສອນ
ປະກອບມີການສອນທິດສະດີເພື່ອນໍາໃຊ້ເຂົ້າໃນການວິເຄາະບັນຫາເສດຖະກິດ
ເຊັ່ນ: ບັນຫາການເງິນພາກລັດ, ການທະນາຄານ, ຕະຫຼາດການເງິນ ແລະ ຕະຫຼາດທຶນ. ມີການລົງເກັບກໍາຂໍ້ມູນຕົວຈິງທັງຈາກພາກສະໜາມ
ຫຼື ຈາກເອກະສານ ເພື່ອປະກອບເຂົ້າໃນການຂຽນບົດລາຍງານ ແລະ
ການລົງຝຶກງານໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານກາງ, ທະນາຄານທຸລະກິດ, ຕະຫຼາດຫຼັກຊັບ ຫຼື ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານຄະນິດສາດ ແລະ ສະຖິຕິ. ມີຄວາມສົນໃຈກ່ຽວກັບເສດຖະກິດ
ໂດຍສະເພາະທີ່ກ່ຽວຂ້ອງກັບພາກສ່ວນເງິນຕາ, ການທະນາຄານ ແລະ ການເງິນພາກລັດ ແລະ ມີຄວາມສົນໃຈຊອກຮູ້ ແລະ
ສຶກສາກ່ຽວກັບນະໂຍບາຍຕ່າງໆ ທີ່ລັດຖະບານໄດ້ວາງອອກ.
ຈົບແລ້ວສາມາດ
ສາມາດນໍາໃຊ້ທິດສະດີ ແລະ ເຄື່ອງມືທາງເສດຖະສາດ
ເຂົ້າໃນການຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ, ການວິເຄາະເສດຖະກິດ, ນະໂຍບາຍການເງິນ ແລະ ເງິນຕາ ຂອງລັດຖະບານ ແລະ
ບັນຫາທີ່ເກີດຈາກການນໍາໃຊ້ນະໂຍບາຍການເງິນ-ເງິນຕາໃດໜຶ່ງ, ວິເຄາະປະສິດທິພາບໃນການຈັດເກັບລາຍຮັບ ແລະ
ການໃຊ້ຈ່າຍຂອງລັດຖະບານ.
ອາຊີບ
ເປັນນັກວິຊາການດ້ານການວາງແຜນນະໂຍບາຍ ແລະ
ຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ
ແລະ ສະຖາບັນການເງິນ ໂດຍສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ຕະຫຼາດຫຼັກຊັບ ແລະ ສະຖາບັນການເງິນອື່ນໆ ເຊັ່ນ: ທະນາຄານ, ບໍລິສັດປະກັນໄພ, ບໍລິສັດເງິນທຶນ, ບໍລິສັດຫຼັກຊັບ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021
770067. ເວັບໄຊ໌ www.febm-nuol.org


