ສາຂາ ສະຖິຕິ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ສະຖິຕິ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ສະຖິຕິ ໝາຍ​ເຖິງ​ຄະນິດສາດ​ຂະ​ແໜງໜຶ່ງ ໃນ​ການ​ຈັດການ, ວິ​ເຄາະ ​ແລະ ​ແປ​ຄວາມໝາຍ​ຂໍ້​ມູນທີ່​ເປັນ​ຕົ​ວ​ເລກເພື່ອນຳມາເປັນສະຖິຕິ.ເນື່ອງຈາກວຽກງານ​​ຕ່າ​ງໆມີຄວາມຈໍາ​ເປັນຕ້ອງ​ໄດ້​ເກັບ​ກໍາ​ສະຖິຕິ​ເຊັ່ນ: ສະຖິຕິພົນລະເມືອງ, ການ​ສຶກສາ, ພູມີສາດ, ເສດຖະກິດ ແລະ ສະພາບອາກາດຕ່າງໆ, ສະຖິຕິ ຈຶ່ງມີ​ຄວາມ​ສໍາຄັນ​ໃນ​ການກໍານົດ​ແຜນ​, ເປົ້າໝາຍ ​ແລະ ຕິດຕາມຄວາມກ້າວໜ້າຂອງການພັດທະນາ ພ້ອມ​ທັງ​ຊ່ວຍສະໜັບສະ​ໜູນການຕັດສິນໃຈໃນການບໍລິຫານ ​ແລະ ດຳເນີນການ.

ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບການວາງແຜນເພື່ອການສຳຫຼວດ, ເກັບກຳຂໍ້ມູນ,ຈັດລະບົບ, ຕີຄວາມໝາຍ, ສະຫຼຸບຜົນ ແລະ ວິເຄາະຂໍ້ມູນຕົວ​ເລກ; ຮຽນຮູ້ການວາງແຜນເພື່ອການວິ​ໄຈແລະທົດລອງ; ການສ້າງແລະພັດທະນາລະບົບຂໍ້ມູນ; ​​ຮຽນລົງເລິກເຖິງສູດຄິດໄລ່ທີ່ຊັບຊ້ອນພ້ອມທັງການນຳໃຊ້ສະຖິຕິເຂົ້າໃນການຄິດໄລ່​ແລະ​ເຂົ້າຊ່ວຍຂະແໜງອື່ນໆ; ຮຽນກ່ຽວກັບ​​ຄະນິດສາດ​ທົ່ວ​ໄປ; ສະຖິຕິ​ປະ​ເພດ​ຕ່າງໆ; ​ແລະ ການ​ນໍາ​ໃຊ້​ໂປຣ​ແກຣມຄອມ​ພິວ​ເຕີ​ທາງ​ສະຖິຕິເພື່ອ​ມາ​ວິ​ເຄາະຂໍ້​ມູນ.



ວິທີການສິດສອນ
ການ​ສິດ​ສອນ​ຈະ​ອີງຕາມຫຼັກສູດ ໂດຍ​ຮຽນທິດສະດີທາງຄະນິດສາດເພື່ອນໍາໃຊ້ເຂົ້າໃນການຄິດໄລ່;ໃນ​ພາກ​ປະ​ຕິ​ບັດ​ຕົວ​ຈິງ​ນັກ​ສຶກ​ສາ​ຈະ​ໄດ້ນຳໃຊ້ໂປຣແກຣມຄອມ​ພິວ​ເຕີ​ເຂົ້າໃນການຄິດໄລ່; ມີ​ການລົງຝຶກງານຕາມ​ຂະ​ແໜງ​ການທີ່ກ່ຽວ​ຂ້ອງໃນຂົງເຂດວຽກງານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ບັນຊີການເງິນ, ວິເຄາະການຕະຫຼາດໂດຍການນຳໃຊ້ຊອຟແວຣ໌ກ່ຽວກັບສະຖິຕິໃນການຄາດຄະເນສະຖານະການ, ເຫດການ ຫຼື ບັນຫາໃດໜຶ່ງ; ​ແລະ ມີ​ການ​ຂຽນບົດລາຍ​ງານ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ຄະນິດສາດ, ພາສາອັງກິດ, ຄອມພິວເຕີຂັ້ນພື້ນຖານ;ມີທັກສະ ໃນການ​ຄິດ​ໄລ່, ຫົວໄວ ແລະ ແກ້ໄຂ​ບັນຫາ;ເປັນຄົນມີຄວາມຈຳດີ, ເຮັດຫຍັງຕາມຫຼັກການຕາມສຸດ ​ແລະ ເຂົ້າໃຈໄດ້ໄວໃນສິ່ງໃດໜຶ່ງທີ່ມີຄວາມຊັບຊ້ອນ; ​ແລະມີຄວາມສົນໃຈໃນການເກັບກຳສະຖິຕິ ແລະ ຄິດຄົ້ນວິທີທາງໃນການຄິດໄລ່ໃໝ່ໆຢູ່ສະເໝີ.

ຈົບແລ້ວສາມາດ
ສາມາດຄິດໄລ່ ​ແລະ ນຳໃຊ້ໂປຣແກຣມຄິດໄລ່ທາງສະຖິຕິ ເຂົ້າຊ່ວຍໃນວຽກງານເກັບກຳສະຖິຕິ; ຮູ້​ວິທີ​ການວາງແຜນ ແລະ ຄິດໄລ່ປະເມີນຜົນ; ສາມາດຄົ້ນຄວ້າ ແລະ ເຮັດບົດວິໄຈຕ່າງໆ ທີ່ມີການນໍາໃຊ້ສະຖິຕິເຂົ້າຊ່ວຍ; ​ແລະ ສາມາດນໍາໃຊ້ຂໍ້ມູນ ແລະ ສະຖິຕິເກົ່າເພື່ອຄາດຄະເນເຫດການຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດ.

ອາຊີບ
ເປັນຄູສອນຄະນິດສາດ ​ແລະ ວິຊາສະຖິຕິ ນັບຕັ້ງແຕ່ລະດັບປະຖົມຈົນເຖິງຂັ້ນການ​ສຶກ​ສາ​ຊັ້ນ​ສູງ;​ເປັນນັກຄົ້ນຄວ້າວິໄຈໃນຫຼາຍຂະແໜງການ​ເຊັ່ນ: ດ້ານການຄົ້ນຄວ້າທາງດ້ານສະຖິຕິປະຊາກອນ, ເສດ​ຖະ​ກິດ​ມະ​ຫາ​ພາກ, ຄິດໄລ່ພູມສາດ; ເປັນພະນັກງານຝ່າຍບັນຊີ ​ແລະ ບໍລິຫານທົ່ວໄປ; ​ແລະ ພະນັກງານສຳນັກງານລັດ ຫຼື ອົງກອນທົ່ວໄປທີ່​ກ່ຽວຂ້ອງ​ກັບ​ສະຖິຕິ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/



Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ