ສາຂາ ຄະນິດສາດ ຄະນະ ວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ຄະນິດສາດ

ຫຼັກສູດ  ປະລິນຍາຕີ 4 ປີ
ຄະນະ ວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ຄະນິດສາດ ໝາຍ​ເຖິງ ການ​ສຶກສາກ່ຽວກັບວິທີ​ການ​ຕ່າງໆໃນ​ການ​ຄໍານວນ. ວິຊານີ້ ມີຄວາມສຳຄັນເນື່ອງຈາກ​ ​ມັນເປັນ​ເຄື່ອງມື​ ທີ່​ຖືກນໍາ​ໃຊ້​ເຂົ້າ​ໃນ​ການ​ພິສູດ, ວິ​ໄຈ ແລະ ແກ້​ໄຂ​ບັນຫາ ພ້ອມທັງສາມາດປະຍຸກໃຊ້ ເຂົ້າໃນວຽກງານຕົວຈິງໄດ້ ​ໃນຫຼາຍໆຂະແໜງການ ບໍ່ວ່າຈະເປັນ ການບັນຊີ, ຄິດໄລ່ສະຖິຕິ, ວາງແຜນເສດຖະສາດ, ຄິດໄລ່ພູມີສາດ, ສຶກສາພົນລະເມືອງ, ອຸດສາຫະກໍາ ແລະ ການວິໄຈທາງດ້ານວິທະຍາສາດຕ່າງໆ.

ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບ ຄະນິດສາດທົ່ວໄປ​ເຊັ່ນ: ຜົນ​ຕໍາລາ, ສັງຄະ​ນິດ, ​ໂລ​ຊິກ​ ​ແລະ ເລຂາ​ວິ​ເຄາະ; ສະຖິຕິ​ຄະນິດສາດ; ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຖານ​ຂໍ້​ມູນ; ຄະນິດສາດສໍາລັບເສດຖະສາດ ແລະ ບໍລິຫານທຸລະ​ກິດ; ສຶກສາລົງເລິກກ່ຽວກັບ ສູດຄິດໄລ່ທີ່ຊັບຊ້ອນຂຶ້ນ ພ້ອມທັງການນຳໃຊ້ຄະນິດສາດເຂົ້າຊ່ວຍໃນຂະແໜງອື່ນໆ ໃນການຄິດໄລ່; ​ແລະ ຮຽນກ່ຽວກັບ ຊອຟ​ແວ​ຣ໌ທາງ​ຄະນິດສາດ​ເພື່ອ​ຄິດ​ໄລ່, ຂຽນຮູບ​ແບບ​ຕ່າງໆທີ່​ກ່ຽວຂ້ອງ ​ແລະ ​ໃຊ້​ເຂົ້າ​ໃນ​ການ​ແກ້​ບັນຫາ.



ວິທີການສິດສອນ
ອີງໃສ່ຫຼັກສູດ ລວມມີ​ການ​ຮຽນທິດສະດີ ໃນການນຳໃຊ້ຄະນິດສາດ ເຂົ້າໃນການຄິດໄລ່; ມີການນຳໃຊ້ຄອມພິວເຕີ​ເຂົ້າ​ໃນ​ການ​ຮຽນ; ນໍາໃຊ້ໂປຣແກຣມການຄິດໄລ່ຕົວ​ຈິງ; ມີ​ການແກ້ບົດເຝິກຫັດ; ມີ​ການ​ລົງ​ເກັບ​ກໍາ​ຂໍ້​ມູນ; ​ປະຕິບັດ​ການ​ວິ​ໄຈ​ຂະໜາດນ້ອຍ; ສຶກສາ​, ວິ​ເຄາະ ແລະ ນໍາ​ສະ​ເໜີ​ຫົວ​ຂໍ້​ທີ່​ສົນ​ໃຈ​; ​ແລະ ມີ​ການລົງຝຶກງານຕາມສະຖານທີ່ຕ່າງໆ ​ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊັ່ນ: ສູນສະຖິຕິແຫ່ງຊາດ, ຝ່າຍບັນຊີຕາມຫ້ອງການລັດ ແລະ ເອກະຊົນ ​ແລະ ອື່ນໆ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ທາງດ້ານຄະນິດສາດ, ພາສາອັງກິດ, ຄອມພິວເຕີຂັ້ນພື້ນຖານ;  ມີທັກສະ ໃນການ​ຄິດ​ໄລ່, ວິ​ເຄາະ, ຈື່​ຈໍາ​ຮູບ​ແບບ ແລະ ແກ້​ໄຂບັນຫາທົ່ວໄປ;  ເປັນຄົນ ຫົວໄວ, ເຮັດວຽກຕາມຫຼັກການ ຫຼື ຕາມສູດ, ເຂົ້າໃຈໄດ້ໄວ ໃນສິ່ງໃດໜຶ່ງທີ່ມີຄວາມຊັບຊ້ອນ,  ມີຄວາມຈໍາດີ; ​ແລະ ມີຄວາມສົນໃຈ ໃນການຄິດໄລ່ ແລະ ຄິດຄົ້ນວິທີທາງໃນການຄິດໄລ່ໃໝ່ໆຢູ່ສະເໝີ.

ຈົບແລ້ວສາມາດ
ມີຄວາມສາມາດດ້ານການຄິດໄລ່; ການນໍາໃຊ້ໂປຣແກຣມທີ່​ນໍາ​ໃຊ້​ສໍາລັບ​ຄະນິດສາດ ເຂົ້າຊ່ວຍໃນວຽກງານ ເກັບກຳສະຖິຕິ, ວາງແຜນ ແລະ ຄິດໄລ່ປະເມີນຜົນ; ທັກ​ສະ​ໃນການສອນຄະນິດສາດ; ທັກ​ສະ​ໃນ​ການ​ວິ​ເຄາະ ​ແລະ ນໍາ​ໃຊ້​ຄະນິດສາດ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ; ​ແລະ ຮູ້​ວິທີ​ການ​ໃນ​ການຄົ້ນຄວ້າ ແລະ ເຮັດບົດວິໄຈຕ່າງໆ ທີ່ມີການນຳໃຊ້ຄະນິດສາດເຂົ້າຊ່ວຍ.

ອາຊີບ
ເປັນຄູສອນຄະນິດສາດ ນັບຕັ້ງແຕ່ລະດັບປະຖົມ ຈົນເຖິງຂັ້ນປະລິນຍາຕີ; ນັກຄົ້ນຄວ້າວິໄຈໃນຫຼາຍຂະແໜງການບໍ່ວ່າຈະ​ເປັນທາງດ້ານການຄົ້ນຄວ້າ ສູດຄິດໄລ່ ຟິຊິກ, ເຄມີ, ສະຖິຕິປະຊາກອນ, ຄິດໄລ່ພູມສາດ; ເປັນພະນັກງານຝ່າຍບັນຊີ, ບໍລິຫານທົ່ວໄປ, ພະນັກງານ​ໃນສຳນັກງານພາກລັດ ​ແລະ ​ເອກະ​ຊົນ​ທີ່​ກ່ຽວຂ້ອງ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ້ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ