ສາຂາ ຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ
ຊີວະວິທະຍາ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ຊີວະວິທະຍາ ໝາຍເຖິງ ການສຶກສາກ່ຽວກັບສິ່ງທີ່ມີຊີວິດ
ຢ່າງມີເຫດ ແລະ ຜົນ ໂດຍສຶກສາດ້ານໂຄງສ້າງ, ການເຮັດວຽກ, ການຈະເລີນເຕີບໂຕ, ວິວັດທະນາການ ລວມທັງ ຄວາມສໍາພັນລະຫວ່າງ ສິ່ງທີ່ມີຊີວິດ ກັບ
ສິ່ງແວດລ້ອມ. ວິຊາ ນີ້ມີຄວາມ ສໍາຄັນ ແລະ ຈໍາເປັນຕ້ອງໄດ້ສຶກສາ
ເພື່ອໃຫ້ສາມາດຮູ້ວິທີການທີ່ຖືກຕ້ອງໃນການນໍາໃຊ້ ແລະ ປົກປັກຮັກສາສິ່ງທີ່ມີຊີວິດ ແລະ
ສິ່ງແວດລ້ອມ ທີ່ກໍາລັງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ໃນຍຸກແຫ່ງໂລກາພິວັດ ແລະ ການພັດທະນາ.
ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບສິ່ງທີ່ມີຊີວິດໂດຍເນັ້ນໃສ່ພືດ ແລະ
ສັດເປັນຕົ້ນຕໍ; ການຈັດແບ່ງຊະນິດ, ປະເພດທີ່ຢູ່ອາໄສ ແລະ ລະບົບນິເວດ, ອົງປະກອບທາງເຄມີ, ໂຄງປະກອບສ້າງພື້ນຖານ, ການກຳເນີດ, ການຂະຫຍາຍຕົວ ແລະ ຄວາມຫຼາກຫຼາຍ ຂອງສິ່ງທີ່ມີຊີວິດ; ໜ້າທີ່ ແລະ ການເຮັດວຽກຂອງອະໄວຍະວະຂອງພືດເຊັ່ນ: ດອກ ແລະ ໃບ, ຂະບວນການສັງເຄາະແສງ, ຮູບແບບການເຄື່ອນໄຫວ ແລະ ພຶດຕິກໍາຂອງສັດ; ສຶກສາເຖິງການປະເມີນຄຸນນະພາບນ້ຳ ໂດຍໃຊ້ຕົວຊີ້ວັດທາງຊີວະສາດ.
ວິທີການສິດສອນ
ເນັ້ນໃສ່ການຮຽນຮູ້ທິດສະດີພື້ນຖານຂອງຊີວະສາດ, ການລົງເກັບກຳຂໍ້ມູນຢູ່ພາກສະໜາມ, ການລົງປະຕິບັດໃນຫ້ອງທົດລອງ ເຊັ່ນ:
ການຮຽນການນຳໃຊ້ກ້ອງຈຸລະທັດ, ການເພາະພັນພືດໂດຍນໍາໃຊ້ເນື້ອເຍື່ອ, ການທົດລອງໝັກເຫຼົ້າຈາກໝາກໄມ້ທຳມະຊາດ, ການເຮັດໝາກໄມ້ຕາກແຫ້ງ ແລະ ການວິເຄາະຄຸນນະພາບນໍ້າ.
ນອກນັ້ນຍັງໄດ້ສຶກສາຄົ້ນຄວ້າດ້ວຍຕົນເອງ, ຂຽນ-ນໍາສະເໜີບົດລາຍງານ ແລະ ມີໂອກາດເຂົ້າຮ່ວມໃນໂຄງການ
ເປັນຕົ້ນແມ່ນໂຄງການສຶກສາຄວາມຫຼາກຫຼາຍຂອງປາ.
ທັກສະ/ຄວາມສົນໃຈ
ນັກຮຽນຄວນມີພື້ນຖານ ວິຊາວິທະຍາສາດທຳມະຊາດ
ໂດຍສະເພາະດ້ານຊີວະວິທະຍາ, ເຄມີສາດ ແລະ
ພູມສາດ. ມີທັກສະໃນ ການນຳໃຊ້ຄອມພິວເຕີຂັ້ນພື້ນຖານ; ເປັນຄົນມັກຮຽນຮູ້ກ່ຽວກັບສິ່ງທີ່ມີຊີວິດ, ສິ່ງແວດລ້ອມ ແລະ ການອະ ນຸລັກລະບົບນິເວດ, ຊີວະນາໆພັນ ແລະ ມັກເຮັດວຽກ ທີ່ຕິດພັນກັບສິ່ງແວດລ້ອມ ແລະ
ທໍາມະຊາດ.
ຈົບແລ້ວສາມາດ
ຮູ້ເຖິງອົງປະກອບທາງດ້ານເຄມີຊີວະ ແລະ
ບັນດາສາຍພົວພັນຕ່າງໆຂອງສິ່ງມີຊີວິດ, ສິ່ງທີ່ບໍ່ມີຊີວິດ ແລະ ສິ່ງແວດລ້ອມ.
ມີທັກສະໃນການຈັດແບ່ງລະບົບນິເວດ, ການວິເຄາະວິໄຈສາຍພັນ, ການເພາະລ້ຽງ-ແຜ່ ຈຸລັງ ແລະ ປະເມີນຄຸນນະພາບນ້ຳ.
ສາມາດເຮັດການວິໄຈ ແລະ ວິເຄາະກ່ຽວກັບຊີວະສາດ ເຊັ່ນ: ຄົ້ນຄວ້າກ່ຽວກັບພະຍາດ ແລະ
ຄວາມທົນທານຂອງພືດ.
ອາຊີບ
ນັກສຶກສາສາມາດເປັນນັກທົດລອງທາງດ້ານຊີວະວິທະຍາ, ເປັນຄູສອນ ແລະ ວິທະຍາກອນຝຶກອົບຮົມ, ເຮັດວຽກກັບ ອົງກອນອະນຸລັກສິ່ງແວດລ້ອມ ເຊັ່ນ: ສູນນິເວດວິທະຍາ, ສູນປາບສັດຕູພືດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂອ້ງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌
www.fos.nuol.edu.la


