ສາຂາ ວິສະວະກຳ ສິ່ງແວດລ້ອມ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ວິສະວະກຳ ສິ່ງແວດລ້ອມ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ວິສະວະກຳສິ່ງແວດລ້ອມ ໝາຍເຖິງ
ການນຳໃຊ້ຄວາມຮູ້ທາງດ້ານວິສະວະກຳເຂົ້າໃນອອກແບບ ແລະ ກໍ່ສ້າງ ເພື່ອປະເມີນຜົນກະທົບ
ແລະ ແກ້ໄຂບັນຫາທາງສິ່ງແວດລ້ອມ ລວມໄປເຖິງການຄຸ້ມຄອງ ແລະ
ນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ.
ສາຂານີ້ມີຄວາມສຳຄັນຫຼາຍຕໍ່ການຮັບມືກັບບັນຫາສິ່ງແວດລ້ອມ ເຊັ່ນ: ບັນຫາໂລກຮ້ອນ, ໄພແຫ້ງແລ້ງ, ນໍ້າຖ້ວມ, ບັນຫານ້ຳເປື້ອນ, ຂີ້ເຫຍື້ອ ແລະ ບັນຫາອື່ນໆ
ທີ່ສົ່ງຜົນກະທົບດ້ານລົບໂດຍກົງຕໍ່ການດຳລົງຊີວິດຂອງຄົນເຮົາ.
ວິຊານີ້ຮຽນກ່ຽວກັບຫຍັງ
ຮຽນກ່ຽວກັບ ຄວາມຮູ້ດ້ານວິສະວະກໍາ ແລະ
ສິ່ງແວດລ້ອມ; ການອອກແບບທາງວິສະວະກໍາເພື່ອຊອກຫາວິທີທາງໃນການຮັບມື, ແກ້ໄຂ ແລະ ປະເມີນຜົນກະທົບຂອງກິດຈະກໍາຂອງການພັດທະນາຕໍ່ສິ່ງແວດລ້ອມເຊັ່ນ:
ໂຄງການສ້າງເຂື່ອນໄຟຟ້ານ້ຳຕົກ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການກໍ່ສ້າງອາຄານ ແລະ ຖະໜົນຫົນທາງ; ການອອກແບບລະບົບບຳບັດນ້ຳ, ລະບົບນໍ້າປະປາ, ການລະບາຍນໍ້າເສຍ, ການກຳຈັດສິ່ງເສດເຫຼືອ, ການຄຳນວນລະບົບພືດສີຂຽວໃຫ້ມີຄວາມສົມດຸນ ແລະ ອື່ນໆ.
ວິທີການສິດສອນ
ວິທີການສິດສອນແມ່ນ
ຜ່ານການຮຽນຮູ້ຢ່າງເລິກເຊິ່ງທາງດ້ານທິດສະດີ ຄຽງຄູ່ກັບການປະຕິບັດຕົວຈິງໃນຫ້ອງທົດລອງ
ເຊັ່ນ: ການທົດລອງການໄຫຼຂອງນ້ຳ ແລະ ການສໍາຫຼວດວັດແທກ; ມີການສົນທະນາເພື່ອວິເຄາະບັນຫາສິ່ງແວດລ້ອມທີ່ເກີດຂຶ້ນໃນປັດຈຸບັນ
ພ້ອມດ້ວຍວິທີທາງແກ້ໄຂ; ຂຽນບົດລາຍງານ
ໂດຍອີງຕາມຫົວຂໍ້ໃນແຕ່ລະວິຊາທີ່ກ່ຽວຂ້ອງ; ໄປທັດສະນະສຶກສາ ຢູ່ຕາມເຂື່ອນຕ່າງໆ; ແລະ ມີການເຝິກງານເພື່ອຮຽນຮູ້ໜ້າວຽກໃນສະໜາມຕົວຈິງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານວິຊາ ວິທະຍາສາດທຳມະຊາດໂດຍສະເພາະແມ່ນ
ຄະນິດສາດ,
ເຄມີສາດ, ຊີວະສາດ ແລະ ຟີຊິກສາດ; ເປັນຄົນ ມັກການທົດລອງ, ມັກການເຮັດວຽກຕົວຈິງ, ແລະ ມັກການແກ້ໄຂ; ມີທັກສະ ໃນການວິເຄາະ ແລະ
ມີຄວາມສົນໃຈໃນລະບົບນິເວດວິທະຍາ ແລະ ໃສ່ໃຈໃນສິ່ງແວດລ້ອມ.
ຈົບແລ້ວສາມາດ
ຮູ້ວິທີການ ປະເມີນຜົນກະທົບຂອງການກໍ່ສ້າງ
ຕໍ່ກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນ; ທັກສະໃນການຄຸ້ມຄອງ, ອອກແບບ ແລະ ວິໄຈ ຊັບພະຍາກອນນ້ຳ, ລະບົບບໍາບັດນໍ້າ, ລະບາຍນໍ້າ ແລະ ກຳຈັດສິ່ງເສດເຫຼືອ; ສາມາດວາງແຜນຜັງເມືອງສິ່ງແວດລ້ອມ, ນ້ຳສະອາດໃນຊົນນະບົດ ແລະ ຄຳນວນ ລະບົບພືດສີຂຽວໃຫ້ສົມດຸນ.
ອາຊີບ
ສາມາດເປັນນັກວິສະວະກອນສິ່ງແວດລ້ອມ, ເປັນຜູ້ຄຸມໂຄງການ ແລະ ນັກວິຊາການ ທີ່ໃຫ້ຄຳປຶກສາ
ກ່ຽວກັບການປະເມີນຜົນກະທົບຂອງການກໍ່ສ້າງຕໍ່ກັບສິ່ງແວດລ້ອມ ແລະ
ອອກແບບລະບົບໃນການຈັດການສິ່ງແວດລ້ອມໃນບໍລິສັດກໍ່ສ້າງ, ໜ່ວຍງານສິ່ງແວດລ້ອມຂອງບັນດາກະຊວງ ແລະ ຂະແໜງການຕ່າງໆ
ທີ່ກ່ຽວຂ້ອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌
www.fe-nuol.edu.la


