ສາຂາ ວິສະວະກຳ ອຸດສາຫະກຳ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ວິສະວະກຳ ອຸດສາຫະກຳ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ວິສະວະກຳອຸດສາຫະກຳແມ່ນການຈັດການແລະບໍລິຫານການຜະລິດໃນອຸດສາຫະກຳ.ໃນແງ່ຂອງການລົງທຶນສາຂາວິຊານີ້ໝາຍເຖິງການວາງແຜນຂັ້ນຕອນການຜະລິດວ່າຈະຜະລິດຫຍັງ,ຜະລິດແນວໃດ,ຕະຫຼອດເຖິງການສຶກສາຈິດຕະສາດຂອງຜູ້ຜະລິດເພື່ອໃຫ້ມີປະສິດທິພາບໃນການເຮັດວຽກ.
ວິຊານີ້ມີຄວາມສໍາຄັນໃນການເພີ່ມພູນການຜະລິດພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ
ເຊິ່ງເປັນການສ້າງເສດຖະກິດໃຫ້ມີຄວາມໝັ້ນຄົງ ແລະ ດີຂຶ້ນກ່ວາເກົ່າ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ເປັນການຮຽນຮູ້ກ່ຽວກັບວິທີການຜະລິດໂດຍກົງ, ການວາງແຜນ ແລະ ຄວບຄຸມການຜະລິດ, ການສຶກສາຄວາມເປັນໄປໄດ້ຂອງໂຄງການການຜະລິດ, ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານທາງດ້ານວັດສະດຸວິສະວະກຳ, ວິເຄາະຕົ້ນທຶນ ແລະ ງົບປະມານອຸດສາຫະກໍາ, ບໍລິຫານຈັດການໆຜະລິດ, ການຕະຫຼາດສໍາລັບວິສະວະກອນ, ການອອກແບບຜະລິດຕະພັນໃດໜຶ່ງ. ນອກນັ້ນ ຍັງຈະໄດ້ຮຽນຮູ້ການວິໄຈ, ຄົ້ນຄວ້າບັນຫາຂອງສັງຄົມທີ່ກ່ຽວກັບຜະລິດຕະພັນຜ່ານການສັງເກດຄວາມຕ້ອງການຂອງຜູ້ບໍລິໂພກ.
ວິທີການສິດສອນ
ນັກສຶກສາຈະໄດ້ຮຽນທິດສະດີ 30% ແລະ
ການລົງຕົວຈິງໃນຫ້ອງແລັບເພື່ອທົດລອງສຶກສາກ່ຽວກັບວັດສະດຸການຜະລິດ ແລະ
ອຸດສາຫະກຳເຊັ່ນ: ການສັງເກດການປ່ຽນຮູບໂລຫະ (ເຜົາ, ຕັດ, ຊ່ຽນ), ເຊື່ອມຕໍ່ວັດຖຸເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບຄຸນນະພາບຂອງວັດສະດຸກ່ອນທີ່ຈະນຳເຂົ້າໃຊ້ໃນຂັ້ນຕອນການຜະລິດ.ນອກຈາກນັ້ນນັກສຶກສາຍັງຈະໄດ້ລົງຝຶກງານໃນໂຮງງານຫຼອມໂລຫະ
ແລະ ໂຮງງານອຸດສາຫະກຳຕ່າງໆເພື່ອໄປຮູ້ຈັກກັບການຜະລິດຕົວຈິງ.
ທັກສະ/ຄວາມສົນໃຈ
ຄວນມີຄວາມຮູ້ພື້ນຖານດ້ານວິຊາທຳມະຊາດ ບໍ່ວ່າຈະເປັນ ເລກ, ຟີຊິກສາດ ແລະ ເຄມີສາດ. ຕ້ອງເປັນຄົນມີຄວາມກະຕືລືລົ້ນ, ຊອກຮູ້ອັນໃໝ່ຕະຫຼອດເວລາ, ເປັນຄົນມັກຄິດ ແລະ ສັງເກດ
ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບການຜະລິດສິນຄ້າ, ຄວນມີຄວາມອົດທົນ ແລະ ມີແນວຄິດສ້າງສັນ.
ຈົບແລ້ວສາມາດ
ຮູ້ວິທີການພັດທະນາສະພາບແວດລ້ອມໃນອົງກອນ ຫຼື
ໂຮງຈັກໂຮງງານເຊັ່ນ: ການຝຶກອົບຮົມ ແລະ
ຍົກລະດັບປະສິດທິພາບຂອງບຸກຄະລາກອນອັນເປັນພື້ນຖານໃນການສ້າງທັກສະໃນການເຮັດວຽກເປັນກຸ່ມ
ແລະ ສັງເກດຄວາມຕ້ອງການຂອງຜູ້ຜະລິດ ແລະ ຜູ້ບໍລິໂພກໄດ້ດີ.
ອີກທັງມີຄວາມສາມາດຊີ້ນໍາການຈັດການ ແລະ ບໍລິຫານການຜະລິດ.
ອາຊີບ
ເປັນນັກວິສະວະກອນຄວບຄຸມການຜະລິດໃນໂຮງງານອຸດສາຫະກຳໃນທຸກຂະແໜງການ, ນັບຕັ້ງແຕ່ອຸດສາຫະກຳເບົາ (ເຄື່ອງນຸ່ງ, ອາຫານ) ຈົນເຖິງອຸດສາຫະກຳໜັກ (ລົດ, ໂຮງງານ); ເປັນນັກວິຊາການຮັບຜິດຊອບການຈັດຝຶກອົບຮົມ, ຄຸມໂຄງການອຸດສາຫະກຳທັງໃນພາກລັດ ແລະ ເອກະຊົນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌
www.fe-nuol.edu.la


