ສາຂາ ການບັນຊີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ການບັນຊີ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ

ການບັນຊີ ໝາຍເຖິງສິລະປະການຮວບຮວມ, ຈົດບັນທຶກ, ຈໍາແນກ, ສະຫຼຸບຜົນ ແລະ ລາຍງານຂໍ້ມູນກ່ຽວກັບເຫດການທາງເສດຖະກິດໃນຮູບຈໍານວນເງິນ. ການບັນຊີມີຄວາມສຳຄັນ ໃນຖານະເປັນພາສາທາງທູລະກິດທີ່ເປັນຕົວຊີ້ບອກສະຖານະພາບທາງການເງິນຂອງໜ່ວຍງານຕ່າງໆ ເຊິ່ງຈະຊ່ວຍສະໜອງຂໍ້ມູນພື້ນຖານສໍາລັບການວາງແຜນ, ການຄວບຄຸມ ແລະ ການຕັດສິນໃຈໃນການເລືອກແນວທາງປະຕິບັດ ເພື່ອໃຫ້ສາມາດດໍາເນີນງານໄດ້ບັນລຸຕາມເປົ້າໝາຍຂອງໜ່ວຍງານ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ຮຽນລົງເລິກທາງດ້ານບັນຊີ ກໍ່ຄືຫຼັກການ ແລະ ວິທີປະຕິບັດໃນການເຮັດບັນຊີ ແລະ ການສ້າງເອກະສານລາຍງານການເງິນ ໃນນັ້ນລວມມີ ການສ້າງລະບົບບັນຊີ ແລະ ການລົງບັນຊີປະເພດຕ່າງໆ ເຊັ່ນ: ບັນຊີປະຈຳວັນ ບັນຊີຫົວໃຫຍ່. ນອກນີ້, ກໍ່ມີໃບດຸ່ນດ່ຽງຊັບສົມບັດ, ໃບສະຫຼຸບຊັບສົມບັດ ແລະ ໃບລາຍງານຜົນໄດ້ຮັບ. ການຮຽນແມ່ນເນັ້ນໜັກໃສ່ບັນຊີລາວ  ແລະ ມາດຕະຖານບັນຊີສາກົນຈໍານວນໜຶ່ງ. ນັກສຶກສາຍັງຈະໄດ້ຮຽນກ່ຽວກັບການກວດສອບບັນຊີ ແລະ ພາສີ-ອາກອນ ອີກດ້ວຍ.



ວິທີການສິດສອນ

ວິທີການສິດສອນ ປະກອບມີການຮຽນກ່ຽວກັບທິດສະດີໂດຍຜ່ານການບັນຍາຍ ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດ ເຊິ່ງໃນການປະຕິບັດຕົວຈິງນີ້ ແມ່ນໄດ້ມີການນໍາເອົາ ບັນຊີ ແລະ ເອກະສານທາງການເງິນຕົວຈິງ ມາເປັນກໍລະນີສຶກສາເພື່ອໃຫ້ນັກສຶກສາມີຄວາມເຂົ້າໃຈ ແລະ ສາມາດປະຕິບັດຕາມໄດ້. ນັກສຶກສາຈະໄດ້ເຮັດບົດລາຍງານຕາມລາຍວິຊາ ແລະ ລົງຝຶກງານຕາມອົງການຈັດຕັ້ງຕ່າງໆ ເຊັ່ນ: ກົມບັນຊີ ກະຊວງການເງິນ, ທະນາຄານກາງ ແລະ ບໍລິສັດເອກະຊົນຕ່າງໆ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານດ້ານການຄິດໄລ່ ເຊັ່ນ: ວິຊາຄະນິດສາດທົ່ວໄປ ແລະ ວິຊາສະຖິຕິ ພ້ອມທັງ ວິຊາສັງຄົມສາດ. ມີຄວາມສົນໃຈໃນການເຮັດວຽກກ່ຽວກັບຕົວເລກ, ການບັນທຶກລາຍການຕ່າງໆ ແລະ ການເຮັດວຽກກ່ຽວກັບເອກະສານ. ເປັນຄົນໃສ່ໃຈໃນລາຍລະອຽດ, ມີຄວາມອົດທົນ, ຄວາມຊື່ສັດສຸຈະລິດ ແລະ ຄວາມຮັບຜິດຊອບສຸງ.​

ຈົບແລ້ວສາມາດ

ນັກສຶກສາທີ່ຮຽນຈົບຈາກສາຂານີ້ຈະມີທັກສະວິຊາສະເພາະດ້ານບັນຊີ ຄື: ມີຄວາມຮູ້ກ່ຽວກັບເລກລະຫັດບັນຊີ, ໝວດ ແລະ ປະເພດຂອງບັນຊີລາວ ຕະຫຼອດເຖິງທັກສະພື້ນຖານໃນການລົງບັນຊີປະເພດຕ່າງໆ. ນອກຈາກນີ້ ນັກສຶກສາຍັງຈະຮູ້ວິທີການສ້າງເອກະສານລາຍງານການເງິນ ແລະ ການບັນຊີ ເຊິ່ງເປັນຂັ້ນຕອນສຸດທ້າຍຂອງວຽກບັນຊີ.

ອາຊີບ

ນັກສຶກສາທີ່ຈົບຈາກສາຂານີ້ ສາມາດປະກອບອາຊີບ ເປັນນັກບັນຊີ ຫຼື ຜູ້ຊ່ວຍນັກບັນຊີ ໂດຍສາມາດເຮັດວຽກທີ່ພະແນກບັນຊີ ຂອງອົງກອນຕ່າງໆ ແລະ ສາມາດເຮັດວຽກນໍາອົງການຈັດຕັ້ງທີ່ເຮັດວຽກກ່ຽວກັບບັນຊີໂດຍສະເພາະ ເຊັ່ນ: ທະນາຄານກາງ, ກົມບັນຊີ ແລະ ບໍລິສັດກວດສອບບັນຊີເອກະຊົນພາຍໃນ ແລະ ສາກົນ (ບໍລິສັດເຄພີເອັມຈີ, ຄູເປີ, ເອີນສແອນຢັງ).

ທີ່ຕັ້ງ ແລະ ຕິດຕໍ່

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ