ສາຂາ ການກວດສອບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ
ການກວດສອບ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການກວດສອບ ໝາຍເຖິງຂະບວນການຮວບຮວມຂໍ້ມູນ, ການປະເມີນຫຼັກຖານ ແລະ ການອອກຄໍາຄິດເຫັນໃຫ້ແກ່ອົງກອນໃດໜຶ່ງໃຫ້ສອດຄ່ອງກັບກົດລະບຽບ
ໂດຍສະເພາະແມ່ນກົດໝາຍບັນຊີ ແລະ ອາກອນ
ເພື່ອສ້າງປະສິດທິພາບໃນການດຳເນີນງານ ແລະ
ເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງ.
ສາຂານີ້ມີຄວາມສຳຄັນຍ້ອນວ່າເປັນສາຂາຫຼັກທີ່ຈະຮອງຮັບການຂະຫຍາຍຕົວຂອງເສດຖະກິດ
ແລະ ເປັນສາຂາທີ່ຊ່ວຍຢັ້ງຢືນໃຫ້ອົງກອນຕ່າງໆມີຄວາມຊື່ສັດສຸຈະລິດ ແລະ
ໄດ້ມາດຕະຖານສາກົນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ສຶກສາຄົ້ນຄວ້າກ່ຽວກັບການກວດສອບ ເຊິ່ງລວມມີ ການກວດສອບບັນຊີ, ການກວດສອບການເງິນ, ການກວດສອບພາສີອາກອນ, ການກວດສອບໂຄງການ ແລະ
ການກວດສອບພາກລັດ ໂດຍນຳໃຊ້ມາດຕະຖານການກວດສອບທີ່ຖືກຕ້ອງ ແລະ
ສອດຄ່ອງກັບຂໍ້ກຳນົດ ແລະ ກົດໝາຍ. ນອກນີ້, ຍັງມີວິຊາປິ່ນອ້ອມອື່ນໆ ເຊັ່ນ: ບັນຊີ, ການປະເມິີນໂຄງການ, ການຄວບຄຸມພາຍໃນ, ການບໍລິຫານຄວາມສ່ຽງທາງດ້ານການເງິນ
ແລະ ການດຳເນີນງານຂອງອົງກອນ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນຂອງສາຂາວິຊານີ້ ປະກອບມີການຮຽນກ່ຽວກັບທິດສະດີ
ໂດຍຜ່ານການບັນຍາຍ ແລະ ການປະຕິບັດຕົວຈິງ ເຊິ່ງຈະມີການນໍາໃຊ້ໃບລາຍງານການກວດສອບ
ແລະ ຜົນການກວດສອບຕົວຈິງທີ່ຜ່ານມາ ເພື່ອປະກອບການສອນ ໂດຍໃຫ້ນັກສຶກສາສັງເກດ ແລະ
ຝຶກການເຮັດບົດລາຍງານການກວດສອບ. ນອກນີ້,
ຍັງມີການລົງຝຶກງານໃນອົງການຈັດຕັ້ງຕ່າງໆ
ເຊັ່ນ: ກົມກວດກາ, ອົງການກວດສອບແຫ່ງລັດ, ທະນາຄານກາງ ແລະ ບໍລິສັດກວດສອບເອກະຊົນຕ່າງໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານຄະນິດສາດ,
ສະຖິຕິ
ແລະ ວິຊາສັງຄົມສາດ. ເປັນຄົນມັກສັງເກດ,
ມັກຕັ້ງຂໍ້ສົງໃສ.
ມີຄວາມສາມາດໃນການສອບຖາມ ແລະ ແກ້ໄຂບັນຫາສະເພາະໜ້າໄດ້ດີ ແລະ
ທີ່ສຳຄັນຕ້ອງມີຄວາມລະອຽດ, ມັກໃນການເບິ່ງພາບລວມຂອງບັນຫາ, ມັກການວິເຄາະຂໍ້ມູນ ແລະ
ມັກໃນການປະຕິບັດຕາມກົດລະບຽບ.
ຈົບແລ້ວສາມາດ
ຫຼັງຈາກຈົບການສຶກສາ, ນັກສຶກສາຈະມີຄວາມເຂົ້າໃຈກ່ຽວກັບທິດສະດີການກວດສອບ.
ມີທັກສະພື້ນຖານໃນການກວດສອບໂດຍນຳໃຊ້ມາດຕະຖານການກວດສອບສາກົນ, ຮູ້ເບິ່ງປຶ້ມບັນຊີທີ່ບໍລິສັດລົງໄວ້ເພື່ອທຽບກັບໃບບິນ, ຮູ້ຈັກວິເຄາະລະບົບຄວບຄຸມພາຍໃນບໍລິສັດ, ມີຄວາມຮູ້ໃນການບໍລິຫານຄວາມສ່ຽງ, ຄວາມຮູ້ທາງດ້ານບັນຊີ ແລະ ກົດໝາຍອາກອນ.
ອາຊີບ
ນັກສຶກສາທີ່ຈົບຈາກສາຂານີ້ ສາມາດປະກອບອາຊີບໃນວຽກງານກວດສອບ ເຊັ່ນ:
ເປັນຜູ້ຊ່ວຍກວດສອບ ແລະ ຜູ້ກວດສອບ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້້ນ
ຍັງສາມາດເຮັດວຽກອື່ນໆທີ່ກ່ຽວຂ້ອງກັບສາຂາບັນຊີ ແລະ ພາສີອາກອນ ເຊັ່ນ: ເປັນທີ່ປຶກສາ
ທາງດ້ານບັນຊີ ແລະ ນັກກວດສອບອິດສະຫຼະ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org
ແຫຼ່ງຂໍ້ມູນ: https://collegemajor.la/


