ສາຂາ ການເງິນ ແລະ ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ການເງິນ ແລະ ການທະນາຄານ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ

ສາຂາການເງິນ ແລະ ການທະນາຄານ ເປັນສາຂາທີ່ສຶກສາກ່ຽວກັບການຈັດຫາ, ຄຸ້ມຄອງ, ບໍລິຫານ ແລະ ວາງແຜນນໍາໃຊ້ເງິນທຶນ ເພື່ອການລົງທຶນໃນກິດຈະການໃດໜຶ່ງເພື່ອໃຫ້ເກີດປະໂຫຍດສູງສຸດ. ສາຂານີ້ມີຄວາມສໍາຄັນ ຕໍ່ກັບປະເທດເຮົາໃນປັດຈຸບັນ ທີ່ມີການຂະຫຍາຍຕົວຂອງສະພາບເສດຖະກິດ ເຮັດໃຫ້ລະບົບການເງິນ ແລະ ການທະນາຄານ ໄດ້ເຂົ້າມາມີບົດບາດໃນການສະໜອງທຶນ ແລະ ຊ່ວຍຊຸກຍູ້ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ກໍ່ຄືການພັດທະນາເສດຖະກິດໂດຍລວມ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາ​ນີ້​ຮຽນກ່ຽວກັບການເງິນ ແລະ ການທະນາຄານ ເຊິ່ງມີເນື້ອໃນກວມເອົາ ຫຼັກການໃນການຄຸ້ມຄອງ-ບໍລິຫານທຸລະກິດ, ການເງິນ, ຕະຫຼາດການເງິນ ພ້ອມທັງບົດບາດ ແລະ ໜ້າທີ່ຂອງທະນາຄານ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບການວິເຄາະການເງິນ, ການວາງແຜນການເງິນ, ການຈັດຫາເງິນເພື່ອມາປະກອບເປັນທຶນ, ການນຳໃຊ້ເງິນທຶນເພື່ອການລົງທຶນໃຫ້ເກີດປະໂຫຍດສູງສຸດ ແລະ ຕະຫຼາດຫຼັກຊັບ ເຊັ່ນ: ວິທີການໃນການຊື້-ຂາຍຫຼັກຊັບ ແລະ ການວິເຄາະການລົງທຶນໃນຫຼັກຊັບ.



ວິທີການສິດສອນ

ປະກອບມີການຮຽນກ່ຽວກັບທິດສະດີໂດຍຜ່ານການບັນຍາຍ ພ້ອມທັງມີການນຳໃຊ້ກໍລະນີສຶກສາທັງຈາກພາຍໃນ ແລະ ປະເທດອ້ອມຂ້າງ ເພື່ອປຽບທຽບກັບທິດສະດີ ໂດຍນັກສຶກສາຈະໄດ້ມີການສົນທະນາກຸ່ມ ແລະ ແລກປ່ຽນຄຳເຫັນ. ນອກນີ້, ຍັງມີພາກປະຕິບັດຕົວຈິງ ເຊິ່ງນັກສຶກສາຈະໄດ້ໄປເກັບຂໍ້ມູນເພື່ອເຮັດບົດລາຍງານ ແລະ ນຳສະເໜີ, ມີການລົງຝຶກງານ ກັບທະນາຄານ ແລະ ສະຖາບັນການເງິນອື່ນໆ ເຊັ່ນ: ບໍລິສັດເງິນທຶນ, ບໍລິສັດປະກັນໄພ ແລະ ບໍລິສັດທີ່ປຶກສາທາງດ້ານການເງິນ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານວິຊາຄະນິດສາດ ແລະ ສະຖິຕິເປັນຄົນ ມີໄຫວພິບໃນການແກ້ໄຂບັນຫາ, ສາມາດວິເຄາະຢ່າງມີເຫດຜົນ ແລະ ສາມາດປັບຕົວເຂົ້າກັບສະຖານະການທາງເສດຖະກິດ, ສັງຄົມ ແລະ ການເມືອງໄດ້ດີ; ແລະ ຄວນມີຄວາມສົນໃຈໃນວຽກງານຄຸ້ມຄອງການເງິນ, ການທະນາຄານ, ສະຖາບັນການເງິນ ແລະ ການລົງທຶນໃນຫຼັກຊັບທາງການເງິນຕ່າງໆ.

ຈົບແລ້ວສາມາດ

ມີຄວາມຮູ້ ແລະ ທັກສະໃນການຄຸ້ມຄອງການເງິນພາກລັດ, ການເງິນທຸລະກິດ ແລະ ການຄຸ້ມຄອງ-ບໍລິຫານ ສະຖາບັນການເງິນຕ່າງໆ ເຊັ່ນ: ທະນາຄານກາງ, ທະນາຄານທຸລະກິດ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ບໍລິສັດປະກັນໄພ ແລະ ອື່ນໆ. ນອກນີ້ ຍັງມີທັກສະໃນການວິເຄາະການເງິນ, ວິເຄາະຫຼັກຊັບ ແລະ ການລົງທຶນໃນຫຼັກຊັບ ແລະ ການເຮັດບົດວິພາກເສດຖະກິດ.

ອາຊີບ

ນັກສຶກສາສາມາດປະກອບອາຊີບທີ່ກ່ຽວຂ້ອງກັບການເງິນ ເຊັ່ນ: ນັກວິເຄາະການເງິນ, ນັກວິເຄາະການລົງທຶນ, ນັກບໍລິຫານສິນເຊື່ອ ໂດຍສາມາດເຮັດວຽກທີ່ທະນາຄານກາງ, ທະນາຄານທຸລະກິດ, ກົມກອງຕ່າງໆ ໃນກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບບັນຊີ, ບໍລິສັດປະກັນໄພ ແລະ ອົງການທາງການເງິນຕ່າງໆ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ