ສາຂາ ການເມືອງ ແລະ ບໍລິຫານລັດຖະກິດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລ ແຫ່ງຊາດລາວ
ການເມືອງ ແລະ ບໍລິຫານລັດຖະກິດ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດສັງຄົມ
ມະຫາວິທະຍາໄລ ແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການເມືອງ ແລະ ບໍລິຫານລັດຖະກິດ ໝາຍເຖິງການສຶກສາກ່ຽວກັບທິດສະດີ, ຫຼັກການ ແລະ ແນວທາງປະຕິບັດ ໃນການບໍລິຫານ, ຄຸ້ມຄອງ,
ຈັດການ
ແລະ ກວດກາ ທຸກກິດຈະການພາຍໃຕ້ກົງຈັກການປົກຄອງຂອງລັດ. ບັນດາທິດສະດີ ແລະ
ຫຼັກການເຫຼົ່ານີ້
ມີຄວາມສໍາຄັນໃນການເປັນພື້ນຖານໃຫ້ແກ່ການກໍານົດແນວທາງນະໂຍບາຍທີ່ກ້າວໜ້າ
ໃນການປະກອບການ ຂອງລັດ ແລະ ໜ່ວຍງານພາກລັດໃນທ້ອງຖິ່ນ
ເຊິ່ງເປັນປັດໄຈທີ່ຈະຊ່ວຍຊຸກຍູ້ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ.
ວິຊານີ້ຮຽນກ່ຽວກັບຫຍັງ
ນັກສຶກສາຈະໄດ້ສຶກສາກ່ຽວກັບ ພື້້ນຖານການເມືອງ-ການປົກຄອງ, ໃນນັ້ນລວມມີ: ປັດຊະຍາການເມືອງ, ເສດຖະສາດການເມືອງ, ຄວາມຮູ້ພື້ນຖານຂອງລັດທິທຶນນິຍົມ ແລະ ລັດທິສັງຄົມນິຍົມ ແລະ ທິດສະດີການເມືອງ
ໂດຍເນັ້ນໜັກໃສ່ທິດສະດີ ມາກ-ເລນິນ. ນອກຈາກນີ້ ນັກສຶກສາຍັງຈະໄດ້ສຶກສາກ່ຽວກັບ
ທິດສະດີການບໍລິຫານລັດ ແລະ ການປົກຄອງລັດ,
ລະບົບ
ການເມືອງ-ການປົກຄອງ, ແນວທາງນະໂຍບາຍ ແລະ
ກົດໝາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນປະກອບມີການບັນຍາຍທາງດ້ານທິດສະດີ ແລະ
ມີການສົນທະນາສົມທຽບລະຫວ່າງທິດສະດີ ກັບສະພາບການທີ່ເກີດຂື້ນຕົວຈິງ. ມີການມອບໝາຍໃຫ້ນັກສຶກສາ
ເຮັດການຄົ້ນຄວ້າວິໄຈ ແລະ ເຮັດບົດລາຍງານກ່ຽວກັບການເມືອງ-ການປົກຄອງ, ນະໂຍບາຍ ແລະ ກົດໝາຍທີ່ລັດຖະບານໄດ້ວາງອອກ. ມີການ
ໄປທັດສະນະສຶກສາຢູ່ຕາມກະຊວງ ແລະ ອົງການທີ່ກ່ຽວຂ້ອງ.
ມີການລົງຝຶກງານຕົວຈິງໃນສໍານັກງານ, ອົງການ ຫຼື
ໜ່ວຍງານທ້ອງຖິ່ນຂອງພາກສ່ວນ ພັກ-ລັດ.
ທັກສະ/ຄວາມສົນໃຈ
ຄວາມຮູ້ຄວາມສົນໃຈທາງດ້ານການເມືອງ,
ການປົກຄອງ
ຂອງ ສປປ ລາວ; ສົນໃຈ ແລະ ມັກຕິດຕາມ
ເຫດການທາງດ້ານ ການເມືອງທີ່ເກີດຂື້ນພາຍໃນປະເທດ,
ພາກພື້ນ
ແລະ ສາກົນ. ນອກນີ້ ຍັງເປັນຄົນມັກ ຮັກໃນການປະກອບສ່ວນ ພັດທະນາສັງຄົມໂດຍນໍາໃຊ້ນະໂຍບາຍການບໍລິຫານທາງດ້ານການເມືອງ.
ຈົບແລ້ວສາມາດ
ນັກສຶກສາຈະມີທັກສະໃນການສັງເກດ ແລະ
ວິເຄາະບັນດາປະກົດການທີ່ເກີດຂື້ນໃນສັງຄົມໃນລັກສະນະຂອງນັກການ ເມືອງ-ນັກປົກຄອງ, ສາມາດຊອກຫາວິທີໃນການແກ້ໄຂ ແລະ
ພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມກ້າວໜ້າ.
ນອກຈາກນັ້ນ
ນັກສຶກສາຍັງສາມາດນໍາໃຊ້ ຫຼັກການ ແລະ ວິທີການ
ເພື່ອພິຈາລະນາວາງແນວທາງນະໂຍບາຍໃນການຄຸ້ມຄອງລັດ.
ອາຊີບ
ນັກສຶກສາສາມາດປະກອບອາຊີບໃນ ສໍານັກງານ-ອົງການພາກລັດຂັ້ນສູນກາງ ແລະ
ຂັ້ນທ້ອງຖິ່ນ, ໃນວຽກງານການຄຸ້ມຄອງ ລັດ
ແລະ ສັງຄົມ, ວຽກງານໂຄສະນາອົບຮົມແນວຄິດການເມືອງ, ວຽກງານກວດກາການປະຕິບັດງານຂອງອົງກອນ, ກົດໝາຍຂອງລັດ ແລະ ກົດລະບຽບຂອງພັກ, ວຽກງານການພັວພັນຕ່າງປະເທດ ແລະ ຍັງສາມາດ ເປັນອາຈານສອນ
ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດສັງຄົມ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770876


