ສາຂາ ເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ
ເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ
ຫຼັກສູດ: ປະລິຍາຕີ 4 ປີ
ຄະນະກະເສດສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ
ແລະ ຄວາມສຳຄັນ
ເສດຖະກິດຊົນນະບົດ ແມ່ນ
ບັນດາກິດຈະກໍາທີ່ຕິດພັນກັບການພັດທະນາທາງດ້ານເສດຖະກິດໃນເຂດຊົນນະບົດ
ໂດຍສະເພາະແມ່ນການຜະລິດກະສິກຳ. ສ່ວນເຕັກໂນໂລຊີອາຫານ
ແມ່ນການນຳໃຊ້ເຕັກນິກ ແລະ
ວິທີການທີ່ທັນສະໄໝເຂົ້າໃນການແປຮູບຜົນຜະລິດຈາກການກະເສດເພື່ອຮັກສາອາຫານ
ແລະ ສ້າງຜະລິດຕະພັນໃຫ້ກາຍເປັນສິນຄ້າ.
ວິຊານີ້
ມີຄວາມສໍາຄັນ ຕໍ່ການສ້າງເງື່ອນໄຂໃຫ້ແກ່ການປັບປຸງຊີວິດການເປັນຢູ່, ສ້າງລາຍໄດ້ ແລະ
ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ຮຽນ ກ່ຽວກັບ ເສດຖະກິດທົ່ວໄປ, ເສດຖະກິດຊົນນະບົດ, ການພັດທະນາຊົນນະບົດ, ເສດຖະກິດກະສິກຳ ແລະ ການຄ້າຜະລິດຕະພັນກະສິກຳ
ໂດຍຄຽງຄູ່ກັບການຮຽນຮູ້ ກ່ຽວກັບ ການແປຮູບຜະລິດຕະພັນອາຫານ ອັນລວມມີ
ການປຸງແຕ່ງຜົນຜະລິດພືດ ແລະ ສັດ,
ໂພຊະນາການ
ແລະ ຄຸນນະພາບອາຫານ, ເຕັກໂນໂລຊີອາຫານ, ການວິໄຈຕ່ອງໂສ້ ຜະລິດຕະພັນ ແລະ
ນະໂຍບາຍກະສິກຳ, ການພັດທະນາ ແລະ
ສົ່ງເສີມກະສິກຳ, ແລະ ການວາງແຜນ ແລະ
ຄຸ້ມຄອງໂຄງການ.
ວິທີການສິດສອນ
ການສິດສອນຂອງ ວິຊານີ້ ແມ່ນ ມີທັງການບັນຍາຍທາງດ້ານທິດສະດີໃນຫ້ອງຮຽນ, ການວິເຄາະ,
ສັງເກດ
ແລະ ຄົ້ນຄວ້າຂຽນບົດລາຍງານຕາມຫົວຂໍ້ທີ່ກ່ຽວຂ້ອງ. ນອກນັ້ນ, ຍັງຮຽນຮູ້ຜ່ານການລົງປະຕິບັດຕົວຈິງ ແລະ
ການລົງທັດສະນະສຶກສາຕາມຂົງເຂດຊົນນະບົດ ແລະ ໂຮງງານອຸດສາຫະກໍາປຸງແຕ່ງອາຫານ
ເພື່ອສຶກສາກ່ຽວກັບ ຂະບວນການໃນການດໍາເນີນເສດຖະກິດ ແລະ
ເຕັກໂນໂລຊີທີ່ນໍາໃຊ້ເຂົ້າໃນຂະບວນການແປຮູບ ແລະ ປຸງແຕ່ງອາຫານ.
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ດ້ານພູມສາດ, ເຄມີສາດ ແລະ ຊີວະສາດ. ເປັນຄົນ ທີ່ມີຄວາມອົດທົນ ແລະ ມີຄວາມຄິດສ້າງສັນ. ມີຄວາມມັກ ແລະ ສົນໃຈ ກ່ຽວກັບ ການພັດທະນາເສດຖະກິດໃນເຂດຊົນນະບົດ
ເປັນຕົ້ນ ແມ່ນການຜະລິດກະສິກຳແບບຍືນຍົງ,
ການແປຮູບຜະລິດຕະພັນກະສິກຳ
ແລະ ການຄ້າຜະລິດຕະພັນກະສິກຳ.
ຈົບແລ້ວສາມາດ
ມີຄວາມສາມາດ ແລະ ທັກສະຂອງການເປັນນັກພັດທະນາ, ສາມາດວາງແຜນສົ່ງເສີມການຜະລິດ ແລະ ການຕະຫຼາດ
ຜະລິດຕະພັນກະສິກຳ. ນອກນັ້ນ, ນັກສຶກສາ ຍັງຈະສາມາດ ຮູ້ຈັກນໍາໃຊ້ເຕັກນິກ ແລະ
ວິທີການໃໝ່ໆໃນການແປຮູບ ແລະ ເກັບຮັກສາຜະລິດຕະພັນອາຫານ
ເພື່ອສ້າງມູນຄ່າເພີ່ມ, ລວມທັງໄດ້ທັກສະໃນການຄຸ້ມຄອງໂຄງການພັດທະນາຊົນນະບົດຕ່າງໆ.
ອາຊີບ
ເປັນນັກພັດທະນາຊົນນະບົດຢູ່ອົງການລັດ ແລະ
ໂຄງການພັດທະນາຂອງອົງການຈັດຕັ້ງສາກົນ. ສາມາດປະກອບອາຊີບເປັນວິຊາການ, ທີ່ປຶກສາ ຫຼື ນັກພັດທະນາສິນຄ້າ
ໃນຂະແໜງອຸດສະຫາກຳແປຮູບຜະລິດຕະພັນອາຫານຕ່າງໆ ແລະ ສາມາດບໍລິຫານ ແລະ
ຄຸ້ມຄອງ ໂຄງການພັດທະນາຊົນນະບົດ ແລະ ໂຄງການສົ່ງເສີມຜະລິດຕະພັນ
ທີ່ມີການນໍາໃຊ້ເຕັກໂນໂລຊີໃນການປຸງແຕ່ງອາຫານ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ກະເສດສາດ
ວິທະຍາເຂດນາບົງ, ມະຫາວິທະຍາໄລແຫ່ງຊາດ
ບ້ານ ປາກຊາບໃໝ່, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 870048; ແຟັກ: 021 870131


