ສາຂາ ກົດຫມາຍແພ່ງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ
ກົດຫມາຍແພ່ງ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ
ແລະ ຄວາມສຳຄັນ
ກົດຫມາຍແພ່ງ ຫມາຍເຖິງຂໍ້ບັງຄັບທີ່ໄດ້ກໍານົດອອກ
ເຊິ່ງກ່ຽວຂ້ອງ ເຖິງສິດ ແລະ ຜົນປະໂຫຍດທາງດ້ານຊັບສິນຂອງຄົນໃນສັງຄົມ
ທີ່ຕ້ອງໄດ້ຮັບການເຄົາລົບ ແລະ ປະຕິບັດຕາມ ເຊັ່ນ: ຂໍ້ກໍານົດກ່ຽວການຄຸ້ມຄອງຊັບສິນ, ສາຍພົວພັນໃນຄອບຄົວ ແລະ
ສາຍພົວພັນໃນການດໍາເນີນທຸລະກິດ. ກົດຫມາຍແພ່ງ
ມີຄວາມສໍາຄັນຕໍ່ຂົງເຂດການພັດທະນາທາງດ້ານເສດຖະກິດ-ສັງຄົມ, ຊຸກຍູ້ໃຫ້ພົນລະເມືອງເຄົາລົບກົດຫມາຍ ແລະ
ລະບຽບການປະພຶດ ທີ່ຍຸຕິທໍາ ເພື່ອການຢູ່ຮ່ວມກັນໃນສັງຄົມຢ່າງເປັນລະບຽບຮຽບຮ້ອຍ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບມາດຕະການຕ່າງໆອັນເປັນການປົກປ້ອງສິດ
ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ
ອົງການຈັດຕັ້ງຂອງ ລັດທີ່ກ່ຽວຂ້ອງກັບຊັບສິນ. ສຶກສາເຖິງຄວາມຫມາຍ, ຄວາມສໍາຄັນ,
ປະເພດ, ເງື່ອນໄຂ ແລະ ຂໍ້ຜູກພັນຂອງສັນຍາ; ການປະຕິບັດສິດ ແລະ ພັນທະທາງແພ່ງ ເຊັ່ນ:
ການປະຕິບັດຕາມສັນຍາ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບຂັ້ນຕອນໃນການດໍາເນີນຄະດີແພ່ງ, ສິດ ແລະ ຫນ້າທີ່
ຂອງບັນດາຜູ້ເຂົ້າຮ່ວມໃນສາຍພົວພັນທາງແພ່ງ ແລະ
ພື້ນຖານຄວາມຮັບຜິດຊອບທາງແພ່ງທີ່ຕ້ອງໄດ້ປະຕິບັດ.
ວິທີການສິດສອນ
ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ
ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ
ຈໍາລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການ ສົນທະນາ ແລະ ຄົ້ນຄວ້າ
ເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ. ນອກນັ້ນ,
ຍັງມີການໄປທັດສະນະສຶກສາ
ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດຫມາຍແພ່ງ
ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານສັງຄົມສາດ ເປັນຕົ້ນແມ່ນ
ວິຊາສຶກສາພົນລະເມືອງ, ປະຫວັດສາດ ແລະ ພາສາລາວ.
ຕ້ອງເປັນຄົນຊື່ສັດບໍລິສຸດ, ມີຄວາມຍຶດຫມັ້ນຕໍ່ຄວາມຖຶກຕ້ອງ
ແລະ ຄວາມຍຸຕິທໍາ;ມັກຊອກຮູ້ວິທີໃນການແກ້ໄຂບັນຫາໃນສັງຄົມຢ່າງມີເຫດມີຜົນ
ແລະ ຍຸຕິທໍາ. ມີຄວາມສົນໃຈໃນຂົງເຂດທີ່ກ່ຽວຂ້ອງກັບ ກົດຫມາຍແພ່ງ
ທີ່ຕິດພັນກັບການພົວພັນລະຫ່ວາງຄົນທີ່ດໍາລົງຊີວິດ ໃນສັງຄົມ
ຈົບແລ້ວສາມາດ
ນັກສຶກສາຈະມີຄວາມຮູ້ກ່ຽວກັບຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ່ງ
ແລະ ວິທີການດໍາເນີນຄະດີທາງແພ່ງເປັນຕົ້ນ ແລະ ຮູ້ຈັກວິທີຂຽນ ເອກະສານການດໍາເນີນຄະດີ.
ສາມາດນໍາໃຊ້ຫຼັກການຂອງກົດຫມາຍ
ແພ່ງຢ່າງຖືກຕ້ອງເຂົ້າໃນການປະຕິບັດວຽກງານກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງທາງດ້ານແພ່ງ, ໃຊ້ກົດຫມາຍເຂົ້າໃນ ການດໍາລົງຊີວິດ ຕົວຈິງ
ທີ່ມີການພົວພັນກັບບຸກຄົນອື່ນໃນສັງຄົມ ເຊັ່ນ: ການເຂົ້າຮ່ວມສັນຍາຕ່າງໆ
ອາຊີບ
ພາຍຫຼັງຈົບການສຶກສາ ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການໃນຂົງເຂດຍຸຕິທໍາ
ຫຼື ນັກກົດຫມາຍໃນອົງກອນຂອງລັດຖະບານ ແລະ ເອກະຊົນ.
ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ,
ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງສາມາດເປັນທີ່ປຶກສາທາງດ້ານກົດຫມາຍ
ໄດ້ອີກດ້ວຍ
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ນິຕິສາດ ແລະ ລັດຖະສາດ
ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ
ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ,
ນະຄອນຫຼວງວຽງຈັນ
ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976


