ສາຂາ ເຄມີສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ເຄມີສາດ

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ເຄມີສາດ ໝາຍເຖິງການສຶກສາກ່ຽວກັບພື້ນຖານປະຕິກິລິຍາ ແລະ ການປະສົມທາດເຄມີ, ອົງປະກອບ ທາງດ້ານໂຄງສ້າງ ແລະ ຄຸນສົມບັດ ຂອງທາດ. ການສຶກສາທາງດ້ານເຄມີສາດມີຄວາມສຳຄັນ ເນື່ອງຈາກມັນຈະຊ່ວຍຕອບສະໜອງໃນການສ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານການວິເຄາະວິໄຈ ແລະ ທົດລອງທາດເຄມີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຢ່າງຫຼວງຫຼາຍ ເຊັ່ນ: ການວິໄຈແຮ່ທາດ, ການຂຸດຄົ້ນຊັບພະຍາກອນທໍາມະຊາດຂຶ້ນມານໍາໃຊ້ ເພື່ອການພັດທະນາ ເສດຖະກິດ-ສັງຄົມ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ແມ່ນຮຽນກ່ຽວກັບ  ຄວາມຮູ້ພື້ນຖານທົ່ວໄປທາງດ້ານເຄມີສາດ ເປັນຕົ້ນແມ່ນ ກົດເກນພື້ນຖານ ແລະ ຫຼັກການເຄມີ, ນັກສຶກສາຈະໄດ້ຮຽນກ່ຽວກັບເຄມີອະນົງຄະທາດ, ເຄມີອົງຄະທາດ, ເຄມີວິເຄາະ, ເຄມີຟີຊິກ ແລະ ເຄມີສິ່ງແວດລ້ອມພື້ນຖານ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ວິທີການນໍາໃຊ້ເຄື່ອງມືທົດລອງ, ການແປຮູບຂອງທາດ ແລະ ປະຕິກິລິຍາຂອງທາດເຄມີ ດ້ານພະລັງງານ ແລະ ທາດດ້ວຍກັນ, ພັນທະເຄມີ, ອານຸພາກພື້ນຖານ, ອາຕອມ ແລະ ໂມເລກຸນຕ່າງໆ.



ວິທີການສິດສອນ
ນັກສຶກສາ ຈະໄດ້ຮຽນທິດສະດີກ່ຽວກັບ ປະຕິກິລິຍາ, ການປະສົມທາດ ແລະ ຄຸນສົມບັດ ຂອງທາດເຄມີ ໂດຍຜ່ານສື່ການສອນ ເຊັ່ນ ຮູບພາບປະກອບ ແລ້ວຈະໄດ້ລົງມືປະຕິບັດຕົວຈິງ ໂດຍຈະໄດ້ວິເຄາະ, ວິໄຈ, ທົດລອງ ແລະ ປະສົມທາດ (ອາຊິດ-ເບດສ, ວິເຄາະນໍ້າເສຍ, ດິນ ແລະ ແຮ່ທາດ) ໃນຫ້ອງທົດລອງ. ນອກນີ້ຍັງຈະໄດ້ລົງທັດສະນະສຶກສາໃນໂຮງຈັກໂຮງງານ ເພື່ອສຶກສາຂັ້ນຕອນ ແລະ ຂະບວນການຜະລິດ ແລະ ລົງ​ເຝິກງານ ໃນຂະແໜງການຕ່າງໆທີ່ກ່ຽວຂ້ອງກັບການວິໄຈ ທາງເຄມີ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ດ້ານເຄມີສາດ, ພາສາອັງກິດສໍາລັບເຄມີ (ຊື່ທາດເຄມີ ແລະ ຄໍາສັບສະເພາະຕ່າງໆ) ແລະ ຟີຊິກສາດເປັນຄົນ ມີຄວາມອົດທົນ, ຊ່າງສັງເກດ, ໃສ່ໃຈໃນລາຍລະອຽດ, ມີຄວາມຮອບຄອບ ແລະ ມັກຄົ້ນຄິດຫາວິທີການມີຄວາມສົນໃຈ ພິເສດ ໃນການສຶກສາກ່ຽວກັບເຄມີ  ເປັນຕົ້ນແມ່ນ ມັກການວິເຄາະ ວິໄຈ ແລະ ການທົດລອງ ກ່ຽວກັບເຄມີ.

ຈົບແລ້ວສາມາດ
ມີຄວາມຮູ້ກ່ຽວກັບຂັ້ນຕອນ ແລະ ວິທີການທົດລອງ ແລະ ການນໍາໃຊ້ເຄື່ອງມືໃນການທົດລອງ; ມີທັກສະໃນການເຮັດວິໄຈ ແລະ ທົດລອງ ເຄມີ; ສາມາດ ປຸງແຕ່ງ ແລະ ປະສົມທາດເຄມີຂັ້ນພື້ນຖານ; ສາມາດຄົ້ນຄວ້າຫາຄຸນລັກສະນະຂອງທາດເຄມີຊະນິດຕ່າງໆ; ມີຄວາມສາມາດໃນການວິໄຈ ແລະ ປະເມີນຜົນກະທົບ  ແລະ ວາງແຜນແກ້ໄຂບັນຫາ ທີ່ເກີດຈາກການນໍາໃຊ້ເຄມີ.

ອາຊີບ
ເປັນນັກວິໄຈ, ນັກປະເມີນຜົນກະທົບ ແລະ ນັກວາງແຜນ ແກ້ໄຂບັນຫາທາດປົນເປື້ອນໃນສິ່ງແວດລ້ອມ ໃນຫ້ອງທົດລອງ ແລະ ຫ້ອງການຕາມສະຖາບັນຕ່າງໆ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວພັນກັບຂະແໜງ ອຸດສາຫະກໍາ, ຂະແໜງການອາຫານ ແລະ ຢາ ແລະ ຂະແໜງສິ່ງແວດລ້ອມ ເຊັ່ນ: ບໍລິສັດ ຂຸດຄົ້ນບໍ່ແຮ່, ໂຮງງານ ຜະລິດເຄື່ອງອຸປະໂພກ-ບໍລິໂພກ ແລະ ບໍລິສັດທີ່ປຶກສາ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ