ສາຂາ ວັດສະດຸສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ
ວັດສະດຸສາດ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ວັດສະດຸສາດ ແມ່ນການສຶກສາກ່ຽວກັບຄຸນສົມບັດ ແລະ
ຂະບວນການຕ່າງໆທີ່ກ່ຽວຂ້ອງຂອງວັດຖຸໃດໜຶ່ງ ໂດຍການນຳໃຊ້ ທິດສະດີທາງ ຟິຊິກສາດ, ເຄມີສາດ, ຊີວະວິທະຍາ
ແລະ ທໍລະນີວິທະຍາເຂົ້າຊ່ວຍ. ວັດສະດຸສາດ ມີບົດບາດສໍາຄັນ ໃນການຊອກຫາການຄິດໄລ່ ແລະ
ວິທີການທີ່ເໝາະສົມໃນການຜະລິດຜະລິດຕະພັນ ເຊັ່ນ: ຢາປົວພະຍາດ, ເສື້ອຜ້າ, ອຸປະກອນກໍ່ສ້າງ, ຍານພາຫະນະ ລວມໄປເຖີງເຄື່ອງໃຊ້ທາງເຕັກນິກທຸກຢ່າງ
ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບໃນການໃຊ້ງານ.
ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບຄວາມຮູ້ພື້ນຖານທາງດ້ານຟິຊິກສາດ ແລະ ເຄມີສາດ; ຄຸນສົມບັດດ້ານຟິຊິກສາດ ແລະ ເຄມີສາດຂອງວັດຖຸ; ວັດສະດຸປະສົມ, ໂລຫະ ແລະ ຂະບວນການຜະລິດ; ຄວາມມີສະຖຽນລະພາບຂອງວັດຖຸ; ການຄິດໄລ່ຫາອາຕອມ ແລະ ໂມເລກຸນຂອງວັດຖຸ; ຄຸນສົມບັດທີ່ອະນຸຍາດໃຫ້ແສງສະຫວ່າງຜ່ານ; ການນໍາເອົາຄຸນສົມບັດເຊັ່ນ: ເອເລັກໂຕຣນິກ, ຄວາມຮ້ອນ, ເຄມີສາດ
ແລະ ແມ່ເຫຼັກໄຟຟ້າມາປະສົມປະສານເຂົ້າກັນ; ແລະ ການສ້າງແບບຈໍາລອງຂອງວັດສະດຸສາດ ດ້ວຍຄອມພິວເຕີ.
ວິທີການສິດສອນ
ເນັ້ນໃສ່ການສິດສອນທິດສະດີຄຽງຄູ່ກັບການທົດລອງຕົວຈິງໃນຫ້ອງທົດລອງ; ມີການສຶກສາ ແລະ ທົດລອງຄວາມແຂງແກ່ນ ແລະ
ຄວາມທົນທານໃນການຫົດຢືດຂອງວັດຖຸແຕ່ລະຊະນິດ ເຊິ່ງມີໂຄງສ້າງທີ່ແຕກຕ່າງກັນໄປ; ມີການລົງເຝິກງານໃນອົງກອນຕ່າງໆທີ່ເຫັນວ່າມີຄວາມສອດຄ່ອງກັບສາຂາດັ່ງກ່າວ
ເປັນຕົ້ນແມ່ນໂຮງງານອຸດສາຫະກຳ ເຊັ່ນ ໂຮງງານຜະລິດເຫຼັກເສັ້ນ ແລະ ໂຮງງານຜະລິດຂວດ; ມີການເລືອກຫົວຂໍ້ຄົ້ນຄວ້າ ເພື່ອຂຽນບົດລາຍງານ ແລະ
ນໍາສະເໜີ.
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ຟິຊິກສາດ, ເຄມີສາດ, ຄະນິດສາດ, ພາສາອັງກິດ
ແລະ ຄອມພິວເຕີພື້ນຖານ; ເປັນຄົນ ຊ່າງສັງເກດ, ຄິດໄລ່ໄວ ແລະ ຈື່ຈຳສູດໄດ້ດີ, ມັກວິເຄາະສະຖານະການ, ມັກການທົດລອງກ່ຽວກັບຟິຊິກສາດ ແລະ ເຄມີສາດ; ມີທັກສະໃນການວິເຄາະ; ແລະ ມີຄວາມສົນໃຈ ກ່ຽວກັບວິທະຍາສາດ, ໂຄງສ້າງຂອງວັດຖຸ ແລະ ປະກົດການທາງ ຟີຊິກສາດຕ່າງໆ.
ຈົບແລ້ວສາມາດ
ສາມາດຄິດໄລ່ ແລະ ນໍາໃຊ້ທິດສະດີທາງຟິຊີກສາດ ແລະ ເຄມີສາດ; ອະທິບາຍໂຄງສ້າງຂອງວັດຖຸ ແລະ ປະກົດການຕ່າງໆ ເຊັ່ນ:
ການຖືກກະທົບຂອງວັດຖຸຈາກພາຍໃນ ແລະ ພາຍນອກ, ລັກສະນະການເຄື່ອນທີ່ຂອງໂມເລກຸນ, ລັກສະນະທາງ ໄຟຟ້າ, ແມ່ເຫຼັກ ແລະ ກົນລະສາດ; ແລະ ສາມາດນໍາໃຊ້ໂປຣແກຣມຄອມພິວເຕີສໍາລັບຟິຊິກສາດ.
ອາຊີບ
ເປັນອາຈານສອນ ແລະ
ນັກວິຊາການທາງດ້ານວັດສະດຸສາດໃນຂົງເຂດອຸດສາຫະກຳ ເຊັ່ນ: ການຜະລິດອຸປະກອນ
ເຄື່ອງໃຊ້ໄຟຟ້າຕ່າງໆໃນໂຮງຈັກໂຮງງານ ເຊັ່ນ: ໂຮງງານອຸດສາຫະກຳເຫຼັກ, ໄຟຟ້າ, ຊີມັງ; ແລະ ໃນອົງການຈັດຕັ້ງລັດ ເຊັ່ນ: ກະຊວງວິທະຍາສາດ ແລະ
ເຕັກໂນໂລຊີ, ອົງການກວດສອບວັດແທກ, ກົມອຸຕຸນິຍົມ ແລະ ສະຖາບັນຄົ້ນຄວ້າ ວິທະຍາສາດຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌
www.fos.nuol.edu.la


