ສາຂາ ເຕັກໂນໂລຊີ ຊີວະພາບ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ
ເຕັກໂນໂລຊີ ຊີວະພາບ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ເຕັກໂນໂລຊີຊີວະພາບ
ໝາຍເຖິງວິທີການທາງວິທະຍາສາດໃນການນຳສິ່ງທີ່ມີຊີວິດ ຫຼື ຜົນຜະລິດຈາກ ສິ່ງທີ່ມີຊີວິດ
ມາໃຊ້ ໃຫ້ເກີດປະໂຫຍດ ເຊັ່ນ: ການຂະຫຍາຍ ແລະ ປັບປຸງພັນພືດ ແລະ ສັດ, ຜະລິດອາຫານ ແລະ ຢາ, ແປຮູບຜະລິດຕະພັນ ແລະ ຮັກສາສິ່ງແວດລ້ອມ ເຊິ່ງມີຄວາມສໍາຄັນເນື່ອງຈາກ
ມັນສາມາດນໍາໃຊ້ເຂົ້າໃນການເພີ່ມປະສິດທິພາບໃນການຜະລິດ ເຊັ່ນ:
ຜະລິດອາຫານທີ່ມີຄຸນຄ່າທາງໂພຊະນາການ, ຫຼຸດຜ່ອນການນຳໃຊ້ສານເຄມີ ເພື່ອເຮັດໃຫ້ຄຸນນະພາບຊີວິດ
ດີຂຶ້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນປະສົມປະສານກັນລະຫວ່າງຊີວະສາດ
ກັບ ເຄມີສາດ ເຊັ່ນ: ສຶກສາກ່ຽວກັບໂຄງສ້າງ ແລະ ການຈໍາແນກ ປະ ເພດພືດ ແລະ ສັດ, ປະຕິກິລິຍາເຄມີໃນອາຫານ, ຄຸນລັກສະນະຂອງທາດຕ່າງໆທີ່ເປັນສ່ວນປະກອບ ໃນການແປຮູບອາຫານ; ເຕັກໂນໂລຊີໃນການຜະລິດ ເຊັ່ນ: ການແປຮູບອາຫານດ້ວຍການໝັກ, ການຕາກແຫ້ງ, ການນໍາໃຊ້ຈຸລະຊີບ ເຂົ້າໃນ ອຸດສາ ຫະກໍາອາຫານ, ການກະເສດ, ການແພດ, ການເພາະລ້ຽງແພຈຸລັງເພື່ອການຂະຫຍາຍ, ປັບປຸງ ແລະ ເກັບຮັກສາ ພັນພືດ.
ວິທີການສິດສອນ
ນັກສຶກສາຈະໄດ້ຮຽນທິດສະດີ ແລະ
ປະຕິບັດຕົວຈິງ ເຊັ່ນ: ຝຶກທົດລອງແປຮູບຜະລິດຕະພັນໝາກໄມ້ແຫ້ງ, ວິເຄາະໂຄງ ສ້າງພືດ ແລະ ສັດ.
ນັກສຶກສາຍັງຈະໄດ້ໄປທັດສະນະສຶກສາໃນຫົວໜ່ວຍການຜະລິດເຄື່ອງບໍລິໂພກຕ່າງໆ, ລົງຝຶກງານໃນ ໜ່ວຍງານທີ່ກ່ຽວຂ້ອງ ແລະ
ເຂົ້າຮ່ວມໃນການລົງເກັບກໍາຂໍ້ມູນ ເຊັ່ນ: ເກັບຕົວຢ່າງນໍ້າ, ພືດ, ແລະ
ສັດ ເພື່ອເອົານໍາມາ ວິເຄາະຕົວຈິງ ໂດຍນັກສຶກສາ ສາມາດນໍາເອົາຂໍ້ມູນເຫຼົ່ານັ້ນມາໃຊ້ເຂົ້າໃນການຂຽນບົດລາຍງານ
ແລະ ບົດໂຄງການຈົບຊັ້ນ.
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ທາງດ້ານວິຊາວິທະຍາສາດທຳມະຊາດ ໂດຍສະເພາະດ້ານຊີວະວິທະຍາ ແລະ
ເຄມີສາດ. ເປັນຄົນ ມີແນວຄິດສ້າງສັນ ຢາກເຮັດສິ່ງໃໝ່ໆ. ມີຄວາມສົນໃຈ ໃນການຜະລິດ, ມັກສັງເກດສິ່ງອ້ອມຂ້າງເພື່ອມາຈໍາແນກ ວ່າສິ່ງໃດ ຈະເປັນປະໂຫຍດ
ເພື່ອນຳມາຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນວຽກງານທີ່ກ່ຽວຂ້ອງ.
ຈົບແລ້ວສາມາດ
ຮູ້ວິທີໃນການເກັບຮັກສາຜະລິດຕະພັນພືດ ແລະ
ສັດ,
ສາມາດປະເມີນຄຸນນະພາບຂອງອາຫານ, ສາມາດເຮັດ ການທົດລອງ ແລະ ນໍາໃຊ້ເຄື່ອງມືທົດລອງທາງຊີວະສາດ; ສາມາດແປຮູບອາຫານດ້ວຍເຕັກໂນໂລຊີຕ່າງໆ ເຊັ່ນ: ການໝັກ
ດ້ວຍເກືອ,
ການຕາກແຫ້ງ ແລະ ການນໍາໃຊ້ຈຸລະຊີບ.
ອາຊີບ
ເປັນນັກວິຊາການໃນຫົວໜ່ວຍການຜະລິດ, ນັກພັດທະນາພັນພືດ ແລະ ສັດ, ເຮັດວຽກໃນຂົງເຂດກະສິກຳ ແລະ ການອະນຸ ລັກສິ່ງແວດລ້ອມ ເຊັ່ນ:
ໂຮງງານຜະລິດ ແລະ ແປຮູບເຄື່ອງອຸປະໂພກ-ບໍລິໂພກ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ອົງການອະນູລັກສັດປ່າ, ສູນນິເວດວິທະຍາ, ສູນປາບສັດຕູພືດ.
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດລາວ
(LANITH)
ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 2098. ໂທ: 021
263172
ແຫຼ່ງຂໍ້ມູນ: https://collegemajor.la/


