ສາຂາ ພາສາຝຣັ່ງ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ
ພາສາຝຣັ່ງ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ພາສາຝຣັ່ງ ແມ່ນ
ພາສາໜຶ່ງ ທີ່ມີອິດທິພົນ ແລະ ເປັນທີ່ນິຍົມຂອງຫຼາຍປະເທດໃນໂລກ
ລວມທັງປະເທດລາວ ເຊິ່ງໄດ້ຖືກນຳໃຊ້ມາຕັ້ງແຕ່ ອະດີດ ຈົນເຖິງປັດຈຸບັນ ເຂົ້າໃນຫຼາຍຂົງເຂດວຽກງານ
ເຊັ່ນ: ລັດຖະບານ, ການແພດ ແລະ
ກົດໝາຍ-ກົດລະບຽບບ້ານເມືອງ. ພາສາຝຣັ່ງ ມີບົດບາດສຳຄັນ ເນື່ອງຈາກ
ມັນເປັນພາຫະນະໃນການຄົ້ນຄວ້າ ເພື່ອນຳເອົາເຕັກນິກວິທະຍາສາດ ແລະ
ວິທະຍາການທີ່ກ້າວໜ້າຈາກຕ່າງປະເທດ ເຂົ້າໃນການພັດທະນາ ແລະ
ສົ່ງເສີມເສດຖະກິດຂອງຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ສຶກສາບັນດາຄວາມຮູ້ພື້ນຖານກ່ຽວກັບພາສາຝຣັ່ງ ທີ່ໃຊ້ໃນການຕິດຕໍ່ສື່ສານ
ເປັນຕົ້ນແມ່ນ ການເວົ້າ, ການອອກສຽງ, ການຂຽນ ແລະ ໄວຍະກອນ; ຄວາມຮູ້ພື້ນຖານກ່ຽວກັບພາສາຝຣັ່ງສະເພາະດ້ານ
ເຊັ່ນ: ພາສາຝຣັ່ງສຳລັບການທ່ອງທ່ຽວ,
ພາສາຝຣັ່ງສຳລັບທຸລະກິດ
ແລະ ການແປ. ນອກຈາກນີ້, ນັກສຶກສາຍັງຈະໄດ້ຮຽນຮູ້ກ່ຽວກັບ
ວັນນະຄະດີ, ວັດທະນະທໍາ, ຮີດຄອງປະເພນີ,
ອະລິຍະທຳ
ແລະ ຮູບແບບຊີວິດການເປັນຢູ່ ຂອງຄົນຝຣັ່ງ ອີກດ້ວຍ.
ວິທີການສິດສອນ
ວິທີການສິດສອນຂອງພາກວິຊານີ້ແມ່ນ
ອີງໃສ່ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ກໍຄື ການຮ່ວມກິດຈະກຳງານບຸນຝຣັ່ງໂກໂຟນີ
ໃນນັ້ນ ນັກສຶກສາຈະໄດ້ມີການສະແດງລະຄອນ,
ຮ້ອງເພງ, ອ່ານກາບກອນພາສາຝຣັ່ງ, ແຂ່ງຂັນຕອບຄຳຖາມວິທະຍາສາດ ແລະ ອື່ນໆ. ນອກຈາກນີ້
ຍັງມີການໄປທັດສະນະສຶກສາ; ມີໂອກາດໄປຮຽນແລກປ່ຽນ
ຢູ່ປະເທດກຳປູເຈຍ ແລະ ຫວຽດນາມ ແລະ ມີໂອກາດສອບເສັງເອົາທຶນ ເພື່ອໄປສຶກສາຕໍ່
ໃນລະດັບປະລິນຍາໂທຈາກສະຖານທູດຝຣັ່ງອີກດ້ວຍ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ພາສາຝຣັ່ງ ຫຼື ພາສາອັງກິດ; ເປັນຄົນ ທີ່ມີໃຈມັກ ຫຼື ມີຄວາມສະຫງວນຮັກ ແລະ ມີຄວາມຕັ້ງໃຈໃນການຮຽນຮູ້, ສຶກສາ,
ຄົ້ນຄວ້າ
ກ່ຽວກັບພາສາ, ວິຖີຊີວິດ ແລະ
ວັດທະນະທໍາ ຂອງປະເທດຝຣັ່ງ ແລະ ຂອງບັນດາປະເທດອື່ນໆ ທີ່ນໍາໃຊ້ພາສາຝຣັ່ງ; ແລະ ມີຄວາມສົນໃຈໃນຄວາມກ່ຽວພັນລະຫວ່າງ
ພາສາ, ປະຫວັດສາດ ແລະ ວັດທະນະທໍາ.
ຈົບແລ້ວສາມາດ
ມີທັກສະ ໃນການອ່ານ, ຂຽນ,
ເວົ້າ
ແລະ ຟັງ ພາສາຝຣັ່ງ; ສາມາດສື່ສານກັບຄົນທີ່ນຳໃຊ້ພາສາຝຣັ່ງໄດ້; ສາມາດອອກສຽງ ແລະ
ນໍາໃຊ້ໄວຍະກອນຂອງພາສາຝຣັ່ງຢ່າງຖືກຕ້ອງ;
ສາມາດສົມທຽບ
ແລະ ວິເຄາະ ດ້ານວັດທະນາທຳ, ການເມືອງ, ເສດຖະກິດ ແລະ ສັງຄົມຂອງປະເທດຝຣັ່ງ ແລະ ລາວ; ແລະ ສາມາດນໍາໃຊ້ ພາສາຝຣັ່ງ ເຂົ້າໃນການແປ ແລະ
ນໍາທ່ຽວ.
ອາຊີບ
ເປັນນັກແປພາສາ, ເປັນຜູ້ປະສານງານລະຫວ່າງລາວ ກັບ ຝຣັ່ງ, ເປັນພະນັກງານນຳທ່ຽວ, ເປັນອາຈານສອນພາສາຝຣັ່ງ,ສາມາດເຮັດວຽກໃນກະຊວງການຕ່າງປະເທດ, ສະຖາບັນການສຶກສາ ທີ່ໃຊ້ພາສາຝຣັ່ງໃນການສິດສອນ, ສະຖານທູດຝຣັ່ງ ແລະ ອົງກອນຝຣັ່ງໂກໂຟນີ (ເຊັ່ນ:
ອົງການ AUF* ແລະ ສູນພາສາຝຣັ່ງ).
ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la


