ສາຂາ ພາສາເກົາຫຼີ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ
ພາສາເກົາຫຼີ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ພາສາເກົາຫຼີ ແມ່ນໜຶ່ງໃນສິ່ງທີ່ບົ່ງບອກເຖິງວັດທະນະທໍາຂອງປະເທດເກົາຫຼີ, ການສຶກສາພາສາເກົາຫຼີ
ກໍ່ຄືການສຶກສາກ່ຽວກັບວັດທະນະທໍາເກົາຫຼີ
ແມ່ນມີຄວາມສຳຄັນຕໍ່ການສ້າງຄວາມເຂົ້າໃຈອັນດີ ແລະ
ທັງເປັນການຊຸກຍູ້ສົ່ງເສີມສາຍພົວພັນທາງດ້ານເສດຖະກິດ – ສັງຄົມ ແລະ ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ
ປະເທດລາວ ແລະ ປະເທດເກົາຫຼີ ໂດຍສະເພາະໃນປັດຈຸບັນ ທີ່ທ່າອ່ຽງທາງດ້ານການຄ້າ
ແລະ ການລົງທຶນຂອງປະເທດເກົາຫຼີໃນ ສປປ ລາວ
ແມ່ນນັບມື້ນັບຂະຫຍາຍຕົວສູງຂຶ້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ຮຽນກ່ຽວກັບຄວາມຮູ້ພື້ນຖານພາສາເກົາຫຼີ ນັບຕັ້ງແຕ່:
ພະຍັນຊະນະ, ສະຫຼະ, ໄວຍາກອນ,
ທັກສະພື້ນຖານໃນການນໍາໃຊ້ພາສາເກົາຫຼີເຂົ້າໃນການສື່ສານ
ເຊັ່ນ: ການອ່ານ, ຂຽນ, ຟັງ ແລະ ເວົ້າ,
ທັກສະໃນການແປພາສາເກົາຫຼີ
ເປັນພາສາລາວ ແລະ ພາສາລາວ ເປັນພາສາເກົາຫຼີ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ກ່ຽວກັບວັດທະນະທຳ,ເສດຖະກິດ –
ສັງຄົມ, ສີລະປະວັນນະຄະດີ ແລະ ວິຖີຊີວິດ ຂອງຄົນເກົາຫຼີ.
ລວມທັງຮຽນວິທີການສິດສອນ ແລະ ການຖ່າຍທອດພາສາເກົາຫຼີ.
ວິທີການສິດສອນ
ວິທີການສິດສອນລວມມີການຮຽນພາຍໃນຫ້ອງຮຽນໃນນັ້ນນັກສຶກສາຈະໄດ້ຮຽນກ່ຽວກັບຄຳສັບ, ຝຶກທັກສະໃນການອ່ານ, ຟັງ,
ຂຽນ
ແລະ ເວົ້າພາສາເກົາຫຼີ ຜ່ານກິດຈະກຳຕ່າງໆໃນຫ້ອງຮຽນ ເຊັ່ນ:
ການຈຳລອງການສົນທະນາ, ການເບິ່ງວີດີໂອສັ້ນ
ແລະ ການທົດລອງການແປພາສາ. ນອກນັ້ນ,
ຍັງມີກິດຈະກຳນອກຫ້ອງຮຽນເຊັ່ນ:
ການເຮັດວຽກແປພາສາ ຫຼື ວຽກອື່ນໆທີ່ນໍາໃຊ້ພາສາເກົາຫຼີ
ກັບຄົນເກົາຫຼີຕາມອົງກອນຕ່າງໆ ແລະ ຍັງມີໂອກາດສອບເສັງໄປຮຽນໄລຍະສັ້ນຢູ່ປະເທດເກົາຫຼີ.
ທັກສະ/ຄວາມສົນໃຈ
ທັກສະໃນການນໍາໃຊ້ພາສາລາວຢ່າງຄ່ອງແຄ້ວ
ເພື່ອຊ່ວຍໃຫ້ສາມາດປຽບທຽບຄວາມແຕກຕ່າງລະຫວ່າງພາສາລາວ ແລະ ພາສາເກົາຫຼີ. ມີຄວາມສົນໃຈທາງດ້ານພາສາ, ວັດທະນະທຳ ແລະ ວິຖີຊີວິດ ຂອງຄົນເກົາຫຼີ.
ນອກນັ້ນ, ຄວນເປັນຄົນມີຄວາມກ້າສະແດງອອກ
ແລະ ກ້າຝຶກຊ້ອມການສົນທະນາກັບຄົນຕ່າງປະເທດໂດຍສະເພາະເຈົ້າຂອງພາສາ.
ຈົບແລ້ວສາມາດ
ນັກສຶກສາຈະສາມາດນຳໃຊ້ພາສາເກົາຫຼີ
ໄດ້ຢ່າງຄ່ອງແຄ້ວລວມທັງມີທັກສະໃນການຟັງ,
ຂຽນ, ອ່ານ ແລະ ເວົ້າ. ພ້ອມນັ້ນ, ຍັງຈະມີຄວາມຮູ້ກ່ຽວກັບປະຫວັດຄວາມເປັນມາ
ແລະ ວິວັດທະນາການຂອງພາສາເກົາຫຼີ. ນອກນັ້ນ, ນັກສຶກສາຍັງຈະມີຄວາມສາມາດໃນການສ້າງເອກະສານ, ແປເອກະສານຈາກພາສາລາວ ເປັນພາສາເກົາຫຼີ ແລະ
ພາສາເກົາຫຼີ ເປັນພາສາລາວ.
ອາຊີບ
ສາມາດປະກອບອາຊີບເປັນພະນັກງານຮັບຕ້ອນ, ຜູ້ປະສານງານ, ນາຍແປພາສາ
ຕາມສຳນັກງານ ແລະ ອົງການຈັດຕັ້ງທັງພາກລັດ, ເອກະຊົນ ຫຼື ອົງການຈັດຕັ້ງສາກົນຕ່າງໆ. ນອກນັ້ນ, ຍັງສາມາດປະຕິບັດວຽກງານສະເພາະດ້ານ
ທີ່ນຳໃຊ້ພາສາເກົາຫຼີ ເຊັ່ນ: ວຽກງານດ້ານການພົວພັນຕ່າງປະເທດ, ການຄ້າ,
ການບໍລິການທາງດ້ານທ່ອງທ່ຽວ-ໂຮງແຮມ, ເລຂານຸການ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la


