ສາຂາ ສ້າງຄູບໍລິຫານການສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ສ້າງຄູບໍລິຫານການສຶກສາ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ສ້າງຄູບໍລິຫານການສຶກສາ
ໝາຍເຖິງ ການສ້າງນັກວິຊາການມືອາຊີບ ທາງດ້ານການບໍລິຫານການສຶກສາ ໃຫ້ແກ່ຂະແໜງການ
ສຶກສາທີ່ພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ຄູນສົມບັດ, ບຸກຄະລິກກະພາບທີ່ດີ ແລະ
ມີຄວາມຊືສັດ. ສາຂາວິຊານີ້
ມີຄວາມສໍາຄັນເພາະປັນການນໍາໃຊ້ຫຼັກການບໍລິຫານທາງດ້ານວິຊາການ, ການຮຽນການສອນ, ບູກຄະລາກອນ, ງົບປະມານ ແລະ
ຊັບພະຍາກອນທາງການສຶກສາໃຫ້ມີປະສິດທິພາບສູງສຸດເພື່ອໃຫ້ບັນລຸເປົ້າໝາຍການພັດທະນາຊັບພະຍາກອນມະນູດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບການບໍລິຫານການສຶກສາ
ເຊັ່ນ: ຫຼັກການ ແລະ ທິດສະດີການບໍລິຫານການສຶກສາ, ນະໂຍບາຍ ແລະ
ການວາງແຜນການສຶກສາ; ການຄຸ້ມຄອງການສຶກສາ (ການບໍລິຫານບຸກຄະລາກອນ, ການຈັດຕັ້ງການຝຶກອົບຮົມຄູ, ການ
ບໍລິຫານກິດຈະການນັກສຶກສາ, ການບໍລິຫານສະຖານທີ່ສຶກສາ ແລະ ສິ່ງແວດລ້ອມ); ການພັດທະນາການສຶກສາກໍ່ຄືການວິໄຈເພື່ອພັດທະນາການຮຽນການສອນ; ແລະ ຫຼັກການເປັນຄູເຊັ່ນ
ທິດສະດີການສອນ, ການວິເຄາະ ແລະ ການສ້າງຫຼັກສູດ.
ວິທີການສິດສອນ
ນັກຮຽນ
ຈະໄດ້ຮຽນທິດສະດີເພື່ອເອົາໄປໃຊ້ໃນການປະຕິບັດຕົວຈິງ ເຊິ່ງນັກສຶກສາຈະໄດ້ຝກການຂຽນ
ແຜນການສອນ, ການລົງສັງເກດການສອນ ແລະ ການບໍລິຫານການສຶກສາ, ການເຝິກການສອນພາຍໃນຫ້ອງຮຽນ, ການສ້າງ
ແຜນກິດຈະກໍາປະກອບການສອນ, ການສ້າງແຜນວຽກງານບໍລິຫານໃນຫ້ອງການ. ນອກນັ້ນ ນັກສຶກສາຈະໄດ້ລົງເຝິກງານ
ຕາມໂຮງຮຽນມັດທະຍົມສຶກສາພາຍໃນນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງ ແລະ ວິທະຍາໄລຄູຕ່າງໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ
ທາງດ້ານສັງຄົມສາດ; ເປັນຄົນ ທີ່ມີພາວະຄວາມເປັນຜູ້ນໍາ, ມີມະນຸດສໍາພັນດີ, ມີຄວາມປະນີປະນອມ ແລະ
ນັບຖືໃນຄວາມຄິດຂອງຄົນອ້ອມຂ້າງ; ມີຄວາມສາມາດ ໃນການວາງແຜນ ແລະ ປົກຄອງຢ່າງເປັນລະບົບ, ສາມາດແກ້ໄຂ ບັນຫາ ແລະ
ຕັດສິນໃຈຢ່າງມີເຫດຜົນ; ແລະ ມີຄວາມສົນໃຈໃນການສຶກສາ ແລະ ພັດທະນາ.
ຈົບແລ້ວສາມາດ
ສາມາດນໍາໃຊ້ຫຼັກການທາງດ້ານການບໍລິຫານການສຶກສາເຂົ້າໃນການສ້າງ
ແລະ ພັດທະນາຫຼັກສູດການສຶກສາ, ການຝຶກອົບ ຮົມຄູ ແລະ ວຽກງານບໍລິຫານການສຶກສາ; ສາມາດຄົ້ນຄວ້ານະໂຍບາຍ
ແລະ ແຜນການສຶກສາ; ມີທັກສະໃນການບໍລິຫານໂຄງການ, ການປະເມີນຜົນການສຶກສາ, ການວິໄຈເພື່ອພັດທະນາການຮຽນການສອນ
ແລະ ການວິເຄາະຫຼັກສູດ.
ອາຊີບ
ເປັນຄູສອນ; ເປັນຜູ້ບໍລິຫານໃນສະຖາບັນການສຶກສາລະດັບຕ່າງໆທັງພາກລັດ
ແລະ ເອກະຊົນ; ເປັນນັກວິຊາການດ້ານ ການພັດທະນາການສຶກສາໃນໜ່ວຍງານທີ່ກ່ຽວຂ້ອງເຊັ່ນ:
ກະຊວງສຶກສາທິການ ແລະ ກິລາ, ພະແນກ ແລະ ຫ້ອງການສຶກ ສາຂັ້ນແຂວງ ແລະ ຂັ້ນເມືອງ; ແລະ
ຍັງສາມາດເຮັດວຽກກ່ຽວກັບການບໍລິຫານດ້ານອື່ນໆ ເຊັ່ນ: ບໍລິຫານບູກຄະລາກອນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473
ແຫຼ່ງຂໍ້ມູນ: https://collegemajor.la/


