ສາຂາ ເສດຖະສາດນຳໃຊ້ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ



ເສດຖະສາດນຳໃຊ້

ຫຼັກສູດ: ປະລິນຍາຕຼີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ເສດຖະສາດນໍາໃຊ້ ໝາຍເຖິງການນໍາໃຊ້ທິດສະດີ ແລະ ເຄື່ອງມືທາງດ້ານເສດຖະສາດທີ່ຫຼາກຫຼາຍເຂົ້າໃນການວິເຄາະສະພາບການ ແລະ ບັນຫາທາງດ້ານເສດຖະກິດ ເຊິ່ງຜົນຂອງການວິເຄາະເສດຖະກິດດ້ວຍເຄື່ອງມືທາງເສດຖະສາດດັ່ງກ່າວ ຈະໄດ້ຖືກນໍາໃຊ້ໂດຍ ລັດຖະບານ ແລະ ນັກວາງນະໂຍບາຍ, ດັ່ງນັ້ນສາຂານີ້ຈຶ່ງມີຄວາມສໍາຄັນໃນການເປັນພື້້ນຖານໃຫ້ແກ່ການຕັດສິນໃຈເລືອກແນວທາງນະໂຍບາຍ ແລະ ວາງແຜນພັດທະນາເສດຖະກິດ ໃຫ້ແທດເໝາະ ແລະ ເກີດປະສິດທິພາບສູງສຸດ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນລົງເລິກກ່ຽວກັບທິດສະດີ ແລະ ເຄື່ອງມືທາງເສດຖະສາດ ໂດຍເນັ້ນໜັກໃສ່ການຄິດໄລ່ແບບຈຳລອງການວິເຄາະ[1] ທາງເສດຖະສາດຕ່າງ ເຊັ່ນ: ເຄື່ອງມືເສດຖະມິຕິ[2], ແບບຈໍາລອງການວິເຄາະການຜະລິດ ແລະ ລາຄາ, ວິເຄາະຕົ້ນທຶນ ແລະ ຜົນຕອບແທນ ແລະ ການວັດປະສິດທິພາບ ເປັນຕົ້ນ. ພ້ອມທັງ ຈະໄດ້ສຶກສາວິທີການນໍາໃຊ້ທິດສະດີ ແລະ ເຄື່ອງມືເຫຼົ່ານັ້ນເຂົ້າໃນການວິເຄາະຜົນກະທົບຈາກນະໂຍບາຍ ແລະ ໂຄງການ ຂອງພາກລັດ ແລະ ເອກະຊົນ ອີກທັງ ບັນຫາເສດຖະກິດອື່ນໆ.
[1]ແບບຈໍາລອງການວິເຄາະທາງເສດຖະສາດ ເປັນການສະແດງການພົວພັນຂອງຕົວປ່ຽນທາງດ້ານເສດຖະກິດ ໂດຍລັກສະນະທີ່ສະແດງອອກນັ້ນອາດຈະຢູ່ໃນຮູບຂອງສົມຜົນທາງຄະນິດສາດ, ເສັ້ນກຣາຟ ຫຼື ແຜນຜັງ (ຂໍ້ມູນຈາກ: www.th.wikipedia.org)
[2]ເສດຖະມິຕິ ໝາຍເຖິງການວິເຄາະທາງປະລິມານກ່ຽວກັບປະກົດການ ຫຼື ພຶດຕິກໍາທາງເສດຖະສາດ ໂດຍອາໄສທິດສະດີ ແລະ ຂໍ້ມູນທີ່ສັງເກດໄດ້ ແລ້ວນໍາມາອະທິບາຍການພົວພັນໂດຍວິທີວິນິດໄສທີ່ເໝາະສົມ (ຂໍ້ມູນຈາກ: ເອກະສານປະກອບການສອນ ວິຊາ Econometrics I, ພາກວິຊາເສດຖະສາດ, ມະຫາວິທະຍາໄລ ກະເສດສາດ)



ວິທີການສິດສອນ
ວິທີການສິດສອນຂອງສາຂານີ້ ແມ່ນໄດ້ເນັ້ນໃສ່ການສອນທິດສະດີ ແລະ ການປະຕິບັດຕົວຈິງຄວບຄູ່ກັນ. ມີການຍົກຕົວຢ່າງທີ່ເກີດຂຶ້ນຈິງທັງພາຍໃນ ແລະ ຕ່າງປະເທດເພື່ອເປັນກໍລະນີສຶກສາ, ມີການທັດສະນະສຶກສາເພື່ອເສີມສ້າງຄວາມຮູ້ຈາກພາກທິດສະດີ ເຂົ້າສູ່ພາກປະຕິບັດຕົວຈິງ. ນອກຈາກນີ້ ນັກສຶກສາຈະໄດ້ລົງຝຶກງານທີ່ ບັນດາກະຊວງ, ໜ່ວຍງານ ແລະ ອົງກອນທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ.

ທັກສະ/ຄວາມສົນໃຈ
ພື້ນຖານ ທາງດ້ານຄະນິດສາດ, ສະຖິຕິ ແລະ ຄອມພິວເຕີ. ມີທັກສະ ໃນການວິເຄາະ, ການຄໍານວນ ແລະ ການໃຊ້ເຫດ ແລະ ຜົນ. ມີຄວາມຄວາມສົນໃຈ ກ່ຽວກັບການວິໄຈ ແລະ ສຶກສາຄົ້ນຄວ້າກ່ຽວກັບປະເດັນເສດຖະກິດ-ສັງຄົມ, ສຶກສາກ່ຽວກັບໂຄງການທັງພາກລັດ ແລະ ເອກະຊົນ ແລະ ມີຄວາມສົນໃຈໃນການເຮັດວຽກໃນໂຄງການພັດທະນາເສດຖະກິດ-ສັງຄົມ.

ຈົບແລ້ວສາມາດ
ສາມາດເຂົ້າໃຈ ແລະ ນໍາໃຊ້ທິດສະດີກ່ຽວກັບເສດຖະສາດ ເຂົ້າໃນການອະທິບາຍສະພາບຕົວຈິງຂອງການພັດທະນາເສດຖະ ກິດ ແລະ ສັງຄົມ, ນໍາໃຊ້ແບບຈໍາລອງ ແລະ ເຄື່ອງມືທາງເສດຖະສາດອື່ນໆເຂົ້າໃນການວິເຄາະ ແລະ ປະເມີນຜົນກະທົບຂອງການນໍາໃຊ້ນະໂຍບາຍເສດຖະກິດ ແລະ ສາມາດນໍາໃຊ້ໂປຣແກຣມຄອມພິວເຕີທາງດ້ານເສດຖະສາດເຂົ້າໃນການວິເຄາະ.

ອາຊີບ
ນັກສຶກສາທີ່ຈົບຈາກສາຂານີ້ສາມາດປະກອບອາຊີບເປັນນັກຄົ້ນຄວ້າ, ທີ່ປຶກສາ, ພະນັກງານວິເຄາະ ແລະ ປະເມີນໂຄງການພັດທະນາຂອງພາກລັດ ແລະ ພາກເອກະຊົນ. ໂດຍສາມາດເຮັດວຽກໃນອົງກອນຕ່າງໆ ເຊັ່ນ: ກະຊວງການເງິນ, ກະຊວງອຸດສະຫະກໍາ ແລະ ການຄ້າ, ອົງການສະຫະປະຊາຊາດເພື່ອການພັດທະນາ, ທະນາຄານໂລກ, ທະນາຄານພັດທະນາອາຊີ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 770067. ເວັບໄຊ໌ www.febm-nuol.org

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ