ສາຂາ ສິລະປະພື້ນເມືອງ ສະຖາບັນ ວິຈິດສິນແຫ່ງຊາດ



ສິລະປະພື້ນເມືອງ

ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ສິນລະປະພື້ນເມືອງ ໝາຍເຖິງ ວັດທະນະທໍາ ອັນເກົ່າແກ່ ເຊິ່ງສືບ​ທອດ​ກັນ​ມາ​ແຕ່​ອະ​ດີດ ອັນເປັນຈຸດກໍາເນີດຂອງ ສິລະປະໃນປະຈຸບັນ. ສາຂາ​ສິລະປະພື້ນເມືອງ ​ມີ​ຄວາມ​ສຳຄັນ ​ເນື່ອງ​ຈາກເປັນຕົວບົ່ງບອກເຖິງ ​ເອກະລັກ, ຄວາມເຊື່ອ, ຄ່ານິຍົມ, ສາດສະໜາ, ແລະ ຮູບແບບການດໍາລົງຊີວິດ ຕະຫຼອດຈົນເຖິງອາຊີບ ຂອງຄົນໃນຍຸກສະໄໝນັ້ນໆ. ດັ່ງນັ້ນ ​ສິລະປະພື້ນເມືອງຈຶ່ງເປັນສາຍເຊື່ອມໂຍງລະຫວ່າງອະດີດ, ປະຈຸ​ບັນ ແລະ ອານາຄົດ ​ເຊິ່ງມີຄຸນຄ່າແກ່ການຮຽນຮູ້, ສືບທອດ ແລະ ອະນຸຮັກໃຫ້ຄົງຢູ່ຕະຫຼອດໄປ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາ​ນີ້ຮຽນ ກ່ຽວກັບ ຄວາມ​ຮູ້​ທາງ​ດ້ານ​ສິລະ​ປະພື້ນ​ເມືອງ​ເຊັ່ນ: ປະຫວັດສາດ ​ແລະ ວັນນະຄະດີ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການການແຕ້ມ, ການປັ້ນ, ການຄວັດ, ການແກະສະຫຼັກຮູບພາບຕ່າງໆ ທີ່​ໄດ້​ມາ​ຈາກຕົວລະ ຄອນໃນວັນນະຄະດີ, ລວດລາຍພື້ນ​ເມືອງ​ຕ່າງໆ, ສະຖາປັດຕະຍະກໍາ ແລະ ສິລະປະລາວເດີມ. ນອກ​ນັ້ນ ນັກ​ສຶກສາ​ຍັງ​ຈະ​ໄດ້​ຮຽນຮູ້ ​ກ່ຽວກັບ ​ການ​ອະນຸລັກກ​ຮັກສາ​ສິລະ​ປະ ​ແລະ ການ​ປະຕິສັງຂອນ​ສິລະ​ປະ ວັດຖຸບູຮານເກົ່າ ​ຕາມ​ເຕັກນິກ ​ແບບ​ຄອງ​ເດີມ​​ (​ໃຊ້​ຮູບ​ແບບ ວັດ​ສະດຸ​ແບບ​ເກົ່າ​ໃນ​ການ​ສ້ອມ​ແປງ).



ວິທີການສິດສອນ
ວິທີການສິດສອນ ປະກອບດ້ວຍການຮຽນຮູ້ຈາກທິດສະດີ ແລະ ການປະຕິບັດຕົວຈິງ ເຊັ່ນ: ການຮຽນຮູ້ຈາກຜົນງານເກົ່າ ທີ່ໄດ້ຖືກສ້າງຂຶ້ນໃນສະໄໝກ່ອນ ເປັນຕົ້ນແມ່ນ ສະຖາປັດຕະຍະກໍາບູຮານ ອັນໄດ້ແກ່ ລວດລາຍເສັ້ນໃນການແຕ້ມ, ການແກະສະຫຼັກການປັ້ນຫຼໍ່ ແລະ ອົງປະກອບເອ້ຍ້ອງຕ່າງໆ ແລ້ວນໍາມາສຶກສາແບບສ້າງຄືນ ຕາມຮູບແບບເກົ່າ ໂດຍໃຫ້ມີຄວາມຄ້າຍຄື ຫຼື ມີການດັດແປງ ແຕ່ໃຫ້ຢູ່ໃນຂອບ ແລະ ເປັນໄປຕາມຄວາມເໝາະສົມ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານວັນນະກໍາ, ວັນນະຄະດີ ແລະ ສິລະປະ; ເປັນຄົນ ທີ່ມີຄວາມອົດທົນ, ລະອຽດອ່ອນ, ມັກສັງເກດ, ມີຄວາມຄິດສ້າງສັນ, ໃຊ້ຈິນຕະນາການ ແລະ ມີຄວາມຕັ້ງໃຈສູງ; ມີຄວາມສົນໃຈ ໃນງານຝີມື, ສົນໃຈພິເສດໃນວຽກງານການອະນຸລັກສິລະປະ ແລະ ມັກຮັກໃນສິລະປະພື້ນເມືອງຄອງເດີມ.

ຈົບແລ້ວສາມາດ
ສາມາດໄຈ້ແຍກ ແລະ ວິເຄາະສິລະປະພື້ນ​ເມືອງ ​ແລະ ສະ​ໄໝ​​ໃໝ່; ເຂົ້າໃຈຄວາມໝາຍຂອງວິຖີປະຕິບັດ, ການດຳລົງຊີວິດ ແລະ ພູມປັນຍາພື້ນເມືອງ; ສາມາດບູລະນະ, ປະຕິສັງຂອນ ແລະ ອະນຸລັກ ສິລະປະ ແລະ ວັດຖຸບູຮານ; ສາມາດນຳໃຊ້ຄວາມຮູ້ທາງດ້ານສິລະປະພື້ນເມືອງເຂົ້າໃນການສ້າງສັນຜົນງານ ດ້ວຍການ ປັ້ນ, ຄວັດ ແລະ ແກະສະຫຼັກ.

ອາຊີບ
ນັກສຶກສາສາມາດປະກອບອາຊີບເປັນນັກ ສ້າງຜົນງານດ້ານສິລະປະພື້ນເມືອງ, ນັກປະຕິສັງຂອນ, ອາຈານສອນ, ນັກອອກແບບລວດລາຍລາວເດີມ ຫຼື ສິລະ​ປິນອິດສະຫຼະ; ​ເປັນ​ນັກ​ບູຮານ​ຄະດີ ແລະ ເຮັດວຽກໃນຂະແໜງການ ຫຼື ອົງກອນຕ່າງໆຄື: ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ, ໂຮງຮຽນວິຈິດສິນ ຫືຼ ບໍລິສັດກໍ່ສ້າງອອກແບບ ແລະ ຕົກແຕ່ງເປັນຕົ້ນ.

ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ