ສາຂາ ສິລະປະພາບພິມ ສະຖາບັນ ວິຈິດສິນແຫ່ງຊາດ



ສິລະປະພາບພິມ

ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ສິລະ​ປະພາ​ບພິມ ​ໝາຍ​ເຖິງ ຮູບ​ພາບ​ສິລະ​ປະ​ທີ່​ເກີດ​ຈາກ​ການ​ພິມ ດ້ວຍ​ແມ່ພິມ, ໝາຍ​ວ່າ​ແມ່ພິມ 1 ​ສາມາດ​ໃຊ້​ພິມ ​ຜົນງານ​ຮູບ​ພາບ​ໄດ້​ຫຼາຍໆຮູບ​ທີ່​ຄື​ກັນ. ວິຊາ​ພາບ​ພິມ​ເປັນ​ຂະ​ແໜງໜຶ່ງທີ່​ມີ​ຄວາມ​ສຳຄັນ, ບໍ່​ສະ​ເພາະ​ແຕ່​ການ​ສ້າງ​ງານ​ສິລະ​ປະ​ເທົ່າ​ນັ້ນ ແຕ່ຍັງ​ລວມ​ໄປ​ເຖິງ​ການ​ພິມ​ໃນ​ຮູບ​ແບບ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ສັງຄົມ​ເຊັ່ນ: ພິມ​ສະກີ​ນກາ​ເສື້ອ​ຜ້າ, ປະດັບ​ປະດາ​ ແລະ ສື່ ​ປ້າຍ​ໂຄສະນາ ຕ່າງໆ.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊາ​ນີ້ຮຽນກ່ຽວກັບ ການ​ອອກ​ແບບ, ການ​ສ້າງ​ແມ່ພິມດ້ວຍຮູບ​ແບບ​ຕ່າງໆ​ເຊັ່ນ: ​ແມ່ພິມໄມ້, ​ແມ່ພິມ​ພຼາສຕິກ, ​ແມ່ພິມ​ໂລຫະ ​ແລະ ອື່ນໆ ເຊິ່ງເຮົາສາມາດນໍາເອົາແມ່ພິມດັ່ງກ່າວ ​ໄປ​ພິມ​ລົງ​ໃສ່​ວັດ​ສະດຸ​ຕ່າງໆຕາມທີ່​ຕ້ອງການ​ເຊັ່ນ: ​ເຈ້ຍ, ​ແຜ່ນ​ແພ, ​ເສື້ອ​ຜ້າ, ປ້າຍໂຄສະນາ ​ເຫຼົ່າ​ນີ້​ເປັນ​ຕົ້ນ.



ວິທີການສິດສອນ
ວິທີການສອນຂອງສາຂາວິຊານີ້ ແມ່ນປະກອບມີການຮຽນທິດສະດີ​ການ​ແຕ້ມເປັນ​ພື້ນຖານ, ການ​ອອກ​ແບບ, ການຈັດ​ພາບ​, ການ​ສ້າງຮູບ​ແບບ​ຂອງ​ແມ່ພິມ ແລະ ຮຽນພາກ​ປະຕິບັດ​ຕົວ​ຈິງ ເປັນຕົ້ນແມ່ນ ການ​ສ້າງ​ແມ່ພິມ, ການ​ນຳ​ໃຊ້​ວັດ​ສະດຸ ອຸປະກອນ​ໃນ​ການ​ພິມ, ການ​ນຳ​ໃຊ້​ເຄື່ອງພິມ​ເຂົ້າ​ໃນ​ການ​ຜະລິດຜົນ​ງານ​ຕົວ​ຈິງ​ໃນ​ຂັ້ນ​ສຸດ​ທ້າຍ ​​ໂດຍ​ແຕ່ລະ​ຂັ້ນຕອນ​ ແມ່ນ​ຈະ​ມີ​ອາຈານ​ປະຈຳ​ວິຊາ ຊ່ວຍ​ໃຫ້​ຄຳ​ແນະນຳ​ ຢ່າງ​ເປັນ​ລະບົບ ​ເພື່ອ​ຊ່ວຍ​​ໃຫ້​ງ່າຍໃນ​ການ​ຮຽນຮູ້ ຂອງ​ນັກສຶກສາ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານການ​​ແຕ້ມ​ຂັ້ນ​ຕົ້ນ, ສິລະປະຂັ້ນພື້ນຖານ ແລະ ຄະນິດສາດ. ເປັນຄົນ ມັກ​ສັງ​ເກດ ຊອກ​ຮູ້​ຮ່ຳຮຽນ, ມັກຄົ້ນຄວ້າ​ຫາ​ສິ່ງ​ໃໝ່ໆ, ມີ​ແນວ​ຄິດ​ອິດສະຫຼະ​ເປັນ​ຂອງ​ຕົວ​ເອງ ​ແລະ ທີ່​ສຳຄັນ​ຕ້ອງ​ເປັນ​ຄົນ​ທີ່​ມີ​ຄວາມ​ອົດທົນ. ມີທັກສະ ໃນການແຕ້ມຮູບ ແລະ ອອກແບບຮູບພາບປະເພດຕ່າງໆ ແລະ ທີ່ສໍາຄັນ ຕ້ອງມີຄວາມສົນໃຈເປັນພິເສດ ກ່ຽວກັບ ສີລະປະພາບພິມ.

ຈົບແລ້ວສາມາດ
ສາມາດ​ອອກ​ແບບສື່​ສິລະ​ປະ ແລະ ສື່​ໂຄສະນາຕ່າງໆ, ຮູ້​ບໍລິຫານ​ຂັ້ນຕອນ​ການ​ເຮັດວຽກ​ ໃນ​ດ້ານ​ການເຮັດພາບພິມ​ຢ່າງ​ເປັນ​ລະບົບ ແລະ ຮູ້ວິທີການນໍາໃຊ້ອຸປະກອນ ແລະ ເຕັກນິກຕ່າງໆ ເຂົ້າໃນການສ້າງແມ່ພິມ ແລະ ການພິມພາບພິມແຕ່ລະປະເພດ.

ອາຊີບ
ເປັນນັກ​ອອກ​ແບບພາບພິມ, ​ເປັນ​ຜູ້​ຜະລິດ​ສິລະ​ປະ​ດ້ານ​ການ​ພິມ, ​ເປັນ​ພະນັກງານ​ໃນ​ໂຮງພິມ, ສາມາດ​ເຮັດ​ກິດຈະການ​ດ້ານ​ການ​ພິມ​ດ້ວຍ​ຕົນ​ເອງ, ​ເປັນ​ອາຈານ​ສອນ​, ​ເປັນ​ພະນັກງານຕາມ​ສຳນັກງານ​ອົງການ​ທີ່​ກ່ຽວຂ້ອງກັບການອອກແບບ, ການສ້າງ, ການນຳໃຊ້ ແລະ ການພັດທະນາ ພາບພິມ ຫຼື ສື່ພິມປະເພດຕ່າງໆເປັນຕົ້ນ.

ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ