ສາຂາ ສ້າງຄູຊີວະສາດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ



ສ້າງຄູຊີວະສາດ

ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ

ສ້າງ​ຄູຊີວະສາດ ໝາຍເຖິງການສ້າງຄູເພື່ອການຮຽນ-ການສອນວິທະຍາສາດກ່ຽວກັບສິ່ງທີ່ມີຊີວິດໃນໂລກ. ສາຂານີ້ມີຄວາມສຳຄັນ ໂດຍສະເພາະເມື່ອອີງໃສ່ສະພາບຕົວຈິງຂອງປະເທດລາວເຮົາ ແມ່ນເຫັນວ່າຄູສອນສາຍທໍາມະຊາດໃນຂັ້ນສຶກສາສາມັນແມ່ນຍັງຂາດເຂີນ. ນອກຈາກນີ້ ຄູທີ່ສອນຢູ່ຊັ້ນມັດທະຍົມປາຍສ່ວນໃຫຍ່ຍັງເປັນຄູທີ່ບໍ່ທັນໄດ້ລະດັບ ກໍ່ຄືເປັນຄູທີ່ຈົບແຕ່ຊັ້ນກາງ ແລະ ຊັ້ນສູງ ແຕ່ຍັງບໍ່ທັນຈົບ ປະລິນຍາເທື່ອ. ດັ່ງນັ້ນ, ຈຶ່ງມີຄວາມຮຽກຮ້ອງຕ້ອງການໃນການສ້າງບຸກຄະລາກອນດ້ານນີ້.

ວິຊານີ້ຮຽນກ່ຽວກັບຫຍັງ

ສາ​ຂາ​ນີ້ຮຽນກ່ຽວກັບຊີວະສາດພື້ນຖານ ເຊັ່ນ: ສ່ວນປະກອບໂຄງສ້າງ ແລະ ໜ້າທີ່ຂອງໂປຣຕິນ, ຄາໂບໄຮເດຣດ ແລະ ເອັນໄຊ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ຫຼັກການສິດສອນ, ການວິເຄາະຫຼັກສູດເພື່ອໃຫ້ສາມາດແຕ່ງບົດສອນ ແລະ ກະກຽມບົດສອບເສັງໃຫ້ກົງກັບຫຼັກສູດໄດ້. ນັກສຶກສາຍັງຈະໄດ້ຮຽນຮູ້ ຫລັກຈັນຍາບັນຂອງການເປັນຄູສອນ, ການສ້າງແຮງບັນດານໃຈ ແລະ ການຊຸກຍູ້ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນຫ້ອງຮຽນ.



ວິທີການສິດສອນ

ວິທີການສິດສອນແມ່ນມີ 2 ແບບຄື: ທິດສະດີ ແລະ ປະຕິບັດຕົວຈິງ ໂດຍຈະເນັ້ນໃສ່ການທົດລອງຕົວຈິງ ເຊີ່ງເນື້ອໃນການທົດລອງລວມມີ ການສັງເກດ ແລະ ສຶກສາເບິ່ງສັດເອກຈຸລັງ ແລະ ໂຄງປະກອບສ້າງຂອງພືດດ້ວຍກ້ອງຈຸລະທັດ, ກາຍະວິພາກສາດ ແລະ ການຜ່າຕັດສັດເພື່ອສັງເກດສະລີລະສາດ. ນັກສຶກສາຍັງຈະໄດ້ລົງພາກສະໜາມເພື່ອເກັບຕົວຢ່າງໃນລະບົບນິເວດ ແລະ ລວບລວມພືດເພື່ອເປັນຕົວຢ່າງໄວ້ໃນສວນພືດ ແລະ ລົງຝຶກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.

ທັກສະ/ຄວາມສົນໃຈ

ນັກຮຽນຄວນມີພື້ນຖານວິຊາຄິດໄລ່ ແລະ ວິຊາທີ່ນອນໃນສາຍທຳມະຊາດ. ເປັນຄົນມັກຮັກໃນການສິດສອນ ແລະ ມີອັດທະຍາໄສດີ. ມີຄວາມສົນໃຈກ່ຽວກັບສັດ ແລະ ພືດ, ການຈະເລີນເຕີບໂຕຂອງຕົວອ່ອນ, ຮູບຮ່າງໂຄງສ້າງຂອງສິ່ງທີ່ມີຊີວິດ ເຊັ່ນ: ໂຄງສ້າງຂອງສັດ, ພືດ ແລະ ຈຳພວກແມງໄມ້ຕ່າງໆ, ການເກີດ ແລະ ສືບເຊື້ອຂອງບັກເຕເຣຍ ແລະ ເຊື້ອພະຍາດຕ່າງໆ.

ຈົບແລ້ວສາມາດ

ນັກສຶກສາທີ່ຈົບຈາກສາຂາວິຊານີ້ຈະມີຄວາມຮູ້ເລິກເຊິ່ງກ່ຽວກັບວິຊາຊີວະສາດ ແລະ ທັກສະໃນການສິດສອນ​ ແລະ ​ການຖ່າຍ​ທອດ​ບົດຮຽນ. ນັກສຶກສາຈະມີທັກສະໃນການສັງເກດ ແລະ ການຈຳແນກປະເພດສັດ ແລະ ພືດ. ນອກຈາກນັ້ນ, ຍັງສາມາດວາງແຜນ, ແຕ່ງ ແລະ ອອກແບບບົດສອນ ແລະ ບົດສອບເສັງນຳອີກ.

ອາຊີບ

ນັກສຶກສາທີ່ຈົບຈາກສາຂາວິຊານີ້ ສາມາດປະກອບອາຊີບເປັນອາຈານສອນວິຊາຊີວະສາດສາຂາຕ່າງໆ ຢູ່ຕາມໂຮງຮຽນມັດທະຍົມ. ນອກຈາກນັ້ນ ຍັງສາມາດເຮັດວຽກໃນສາຂາຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ການກະເສດ, ປ່າໄມ້, ສິ່ງແວດລ້ອມ, ການແພດຂັ້ນພື້ນຖານ, ການປູກຝັງ ລ້ຽງສັດ ແລະ ການເຮັດຝຸ່ນຊີວະພາບ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ